ໃນວັນທີ 09 ກຸມພາ 2022 ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລະດັບສູງຂັ້ນລັດຖະມົນຕີ ກ່ຽວກັບ ແຜນງານອົງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (OECD) ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 2 (The 2nd Ministerial Conference of the OECD Southeast Asia Regional Programme (SEARP)) ເຊິ່ງຈັດຂຶ້ນໃນຮູບແບບເຊິ່ງໜ້າ ແລະ ທາງໄກ (Hybrid format).
ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: “ອະນາຄົດທີ່ຖືເອົາປະຊາກອນເປັນສູນກາງ: ການເປັນຄູ່ຮ່ວມມືທີ່ທັນສະໄໝ, ສີຂຽວ ແລະ ການມີສ່ວນຮ່ວມຂອງອາຊຽນຫລາຍຂຶ້ນ (Human-centred future: Partnership for a smarter, greener and more inclusive ASEAN)” ໂດຍໄດ້ມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກ OECD, ບັນດາປະເທດສະມາຊິກອາຊຽນ, ຜູ້ຕາງໜ້າຈາກອົງການ OECD ແລະ ຜູ້ຕາງໜ້າຈາກກອງເລຂາອາຊຽນ ຈໍານວນ 100 ກ່ວາທ່ານ. ຈຸດປະສົງແມ່ນເພື່ອເຕົ້າໂຮມເອົາບັນດາລັດຖະມົນຕີ ແລະ ເຈົ້າໜ້າທີ່ລະດັບສູງ ຈາກປະເທດອາຊີຕາເວັນອອກສຽງໃຕ້ ແລະ ປະເທດສະມາຊິກ OECD ເພື່ຶອປຶກສາຫາລື ກ່ຽວກັບ ບັນຫາສິ່ງທ້າທາຍທາງດ້ານດີຈີຕອນ, ສິ່ງແວດລ້ອມ ແລະ ສັງຄົມ ຂອງພາກພື້ນທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ແລະ ແລກປ່ຽນທາງດ້ານນະໂຍບາຍການພັດທະນາຂອງປະເທດຕົນ ພ້ອມທັງຊອກຫາວິທີແກ້ໄຂໃນການປ່ຽນວິກິດໃຫ້ເປັນໂອກາດ. ພ້ອມນີ້, ກອງປະຊຸມ ຈະໄດ້ທົບທວນຄືນບັນດາຜົນສຳເລັດຂອງແຜນງານ SEARP ໃນໄລຍະທີ 2 (2018-2022) ເຊິ່ງຖືກຮັບຮອງເອົາໃນໂອກາດກອງປະຊຸມລັດຖະມົນຕີ ຄັ້ງທີ 1 ໃນປີ 2018 ຢູ່ ຍີ່ປຸ່ນ ແລະ ສືບຕໍ່ສ້າງຍຸດທະສາດອັນສຳຄັນຂອງອາຊຽນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຟື້ນຟູ, ການເຕີບໂຕ ແລະ ການເຊື່ອມໂຍງ.
ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວຄຳເຫັນ ແລະ ຕີລາຄາວ່າ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມໃນທົ່ວໂລກ ລວມທັງພາກພື້ນອາຊຽນ ແບບບໍ່ເຄີຍມີມາກ່ອນ ເຊິ່ງຜົນກະທົບດັ່ງກ່າວໄດ້ເລັ່ງທ່ວງໃຫ້ມີການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອແກ້ໄຂບັນຫາ ແລະ ຊຸກຍູ້ແຜນງານຕ່າງໆ ເພື່ອການຟື້ນຟູທາງດ້ານເສດຖະກິດແບບຍືນຍົງ ແລະ ມີສ່ວນຮ່ວມ. ສຳລັບພາກພື້ນອາຊຽນ ກໍໄດ້ມີຂໍ້ລິເລີ່ມຕ່າງໆ ເປັນຕົ້ນ ແຜນແມ່ບົດດິຈິຕອນອາຊຽນ 2025, ແຜນປະຕິບັດງານການເຊື່ອມໂຍງດິຈິຕອນອາຊຽນ, ແຜນແມ່ບົດໄອຊີທີອາຊຽນ ແລະ ອື່ນໆ. ສະເພາະ ສປປ ລາວ, ລັດຖະບານ ເຫັນໄດ້ໃຫ້ຄວາມສຳຄັນໃນເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ ດິຈິຕອນ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍໄດ້ມີການຮັບຮອງເອົາແຜນແມ່ບົດເສດຖະກິດດິຈິຕອນ 2021-2025 ໂດຍແນ່ໃສ່ຊຸກຍູ້ການຟື້ນຟູເສດຖະກິດ-ສັງຄົມ ແບບຍືນຍົງ ແລະ ມີສ່ວນຮ່ວມ ຈາກຜົນກະທົບຂອງການແຜ່ລະບາດໂຄວິດ-19 ພ້ອມທັງເພີ່ມທະວີການບໍລິການ ຂອງ ພາກລັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກ່ວາເກົ່າ.
ໃນໂອກາດກອງປະຊຸມດັ່ງກ່າວ, ໄດ້ມີພິທີເຊັນບົດບັນທຶກຊ່ວຍຈຳ ເພື່ອສືບຕໍ່ການຮ່ວມມື ລະຫວ່າງ OECD-ASEAN ແລະ ພິທີມອບ-ຮັບໜ້າທີ່ຂອງປະທານຮ່ວມຜູ້ເກົ່າ (ສ.ເກົາຫຼີ ແລະ ໄທ) ໃຫ້ປະທານຮ່ວມຜູ້ໃໝ່ (ຫວຽດນາມ ແລະ ອົດສະຕາລີ) ເພື່ອໃຫ້ປະທານຮ່ວມຜູ້ໃໝ່ ສາມາດປະຕິບັດໜ້າທີ່ໄດ້ໃນເດືອນເມສາທີ່ຈະມາເຖິງນີ້.
ອົງການ OECD ແມ່ນອົງການປະຕິບັດງານຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (Organization for Economic Co-operation and Development), ສ້າງຕັ້ງຂຶ້ນໃນປີ 1961, ມີສະມາຊິກທັງໝົດ 38 ປະເທດທົ່ວໂລກ, ສຳນັກງານຕັ້ງຢູ່ປະເທດຝຣັ່ງ, ບັນດາສະມາຊິກລ້ວນແລ້ວແຕ່ແມ່ນປະເທດທີ່ມີເສດຖະກິດເຂັ້ມແຂງຈາກປະເທດ ທີ່ພັດທະນາແລ້ວ ແລະ ປະເທດກຳລັງພັດທະນາ. ໃນປີ 2014 ອົງການ OECD ໄດ້ສ້າງຕັ້ງກຸ່ມຄະນະຊີ້ນຳແຜນງານ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງອົງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ (Steering Group Meeting of the OECD Southeast Asia Regional Programme (SEARP)) ໃນໂອກາດກອງປະຊຸມສະພາລັດຖະມົນຕີ OECD. ຈຸດປະສົງຂອງ SEARP ເພື່ອສະໜັບສະໜູນບັນດາບູລິມະສິດ ພາຍໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ການປະຕິຮູບດ້ານນະໂຍບາຍ ແລະ ຄວາມພະຍາຍາມເພື່ອການເຊື່ອມໂຍງໃນອາຊີຕາເວັນອອກສ່ຽງໃຕ້.

