ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງວັນທີ 11 – 14 ກັນຍາ 2023, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າ ຮ່ວມກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ່ 11, ຈັດຂື້ນທີ່ ເຊີແນວ, ປະເທດສວິດສ.
ສປປ ລາວ ໃນນາມປະເທດລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (Convention on Cluster Munitions – CCM) ໄດ້ເຂົ້າຮ່ວມກອງະຊຸມປະຈຳປີເພື່ອລາຍງານຄວາມຄືບໜ້າການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໂດຍຄັ້ງນີ້ ທ່ານ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໃນນາມຫົວໜ້າຄະນະ ໄດ້ກ່າວຄຳເຫັນໃນພາກອະພິປາຍທົ່ວໄປ ໂດຍໄດ້ຢ້ຳຄືນນະໂຍບາຍ ແລະ ຄວາມໝາຍໝັ້ນທາງການເມືອງຂອງ ສປປ ລາວ ໃນນາມປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດລູກຫວ່ານຫລາຍທີ່ສຸດໃນໂລກ ທີ່ໄດ້ສະໜັບສະໜູນ ແລະ ໃຫ້ຄວາມສຳຄັນຕໍ່ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ໃນການປົກປ້ອງຊີວິດຂອງປະຊາຊົນ ຈາກລະເບີດບໍ່ທັນແຕກ. ພ້ອມດຽວກັນນັ້ນ ຄະນະຜູ້ແທນ ສປປ ລາວ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດການສຳລວດ ກວດກູ້ ລະເບີດບໍ່ທັນແຕກ (ລບຕ), ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ການຜັນຂະຫຍາຍສົນທິສັນຍາສາ ກົນເຂົ້າໃນນິຕິກຳພາຍໃນ ເພື່ອຮັບປະກັນການແກ້ໄຂບັນຫາລະເບີດບໍ່ທັນແຕກໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ໃນໂອກາດດັ່ງກ່າວ ຄະນະຜູ້ແທນ ສປປ ລາວ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ບັນ ດາປະເທດຄູຮ່ວມພັດທະນາ ແລະ ອົງ ການຈັດຕັ້ງສາກົນທີ່ກ່ຽວຂ້ອງໃນການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ແລະ ຮຽກຮ້ອງໃຫ້ວົງຄະນະຍາດສາກົນສືບຕໍ່ຊ່ວຍ ເຫລືອປະເທດທີ່ໄດ້ຮັບກະທົບຈາກລະເບີດລູກຫວ່ານ ເພື່ອສືບຕໍ່ປົກປ້ອງຊີວິດປະຊາຊົນ ແລະ ອຳນວຍຄວາມສະແດວກໃຫ້ການປະຕິບັດຕາມເປົ້າໝາຍການພັດທະນາແບບຍືນຍົງ.
ນອກຈາກການປະກອບຄຳເຫັນລາຍງານຕໍ່ກອງປະຊຸມແລ້ວ, ຄະນະຜູ້ແທນກໍ່ໄດ້ມີການພົບປະສອງຝ່າຍກັບຫລາຍພາກ ສ່ວນ ໂດຍສະເພາະແມ່ນການປຶກສາຫາລືກັບກອງເລຂາສົນທິສັນຍາເພື່ອກະກຽມບົດລາຍງານການຕໍ່ໄລຍະເວລາການຈັດຕັ້ງປະຕິບັດມາດຕາ 4 ໃນການສຳຫລວດ ກວດກູ້ ລະເບີດບໍ່ທັນແຕກ ພາຍໃຕ້ສົນທິສັນຍາ CCM ທີ່ ສປປ ລາວ ມີພັນທະໃນການສົ່ງບົດສະເໜີຂໍຕໍ່ໄລຍະເວລາດັ່ງກ່າວໃນປີ 2024.
ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເປັນສົນທິສັນຍາສາກົນທີ່ໄດ້ຖືກຮັບຮອງໃນປີ 2009 ແລະ ສປປ ລາວ ເປັນປະເທດທີ່ສອງທີ່ໄດ້ລົງນາມ ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມຄັ້ງລັດພາຄີສົນທິສັນຍາ CCM ຄັ້ງທຳອິດໃນປີ 2010 ທີ່ນະຄອນຫຼວງວຽງຈັນ. ປັດຈຸບັນ ສົນທິສັນຍາ CCM ມີລັດພາຄີຈຳນວນ 112 ປະເທດ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ