ວັນທີ 18 ມັງກອນ 2022 ນີ້ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນ ກາງພັກ ເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງ ສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະ ນະ ເຄື່ອນໄຫວເຮັດວຽກ ຢູ່ແຂວງ ສາລະວັນ ໃນນັ້ນກໍໄດ້ເຂົ້າຢ້ຽມຢາມ ທ່ານ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ເລ ຂາພັກແຂວງ-ເຈົ້າແຂວງໆສາລະວັນ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ເພື່ອແຈ້ງຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກຢູ່ແຂວງສາະວັນໃນຄັ້ງນີ້, ໂອກາດດັ່ງກ່າວ ທ່ານ ເຈົ້າແຂວງສາລະວັນ ໄດ້ລາຍງານສະພາບການໂດຍ ຫຍໍ້ຂອງແຂວງ ໂດຍສະ ເພາະແມ່ນ ການຈັດຕັ້ງປະຕິບັດວຽກງານຂົງເຂດຕຸລາການ ເວົ້າສະເພາະແມ່ນວຽກງານສານປະ ຊາຊົນແຂວງ ເຊິ່ງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ລາຍງານສະພາບການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ -19, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ທ່ານຮັບຊາບ.
ຈາກນັ້ນ ທ່ານນາງ ວຽງທອງ ສີພັນດອນ ໄດ້ແຈ້ງຈຸດປະສົງຂອງການມາເຮັດວຽກຢູ່ແຂວງສາລະວັນ ເພື່ອມາຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານສານປະຊາຊົນຂັ້ນແຂວງ, ເປັນການມາຖອດຖອນບົດຮຽນ, ຊອກປະ ສົບການ ແລະ ແນະນໍາເນື້ອໃນຈິດໃຈສໍາຄັນຂອງແຜນພັດທະນາວຽກງານສານປະຊາຊົນໃຫ້ຂັ້ນທ້ອງຖິ່ນຮັບຮູ້ເຂົ້າໃຈ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ເປັນຕົ້ນແມ່ນການຕັດສິນຄະດີຕ່າງໆໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຍຸຕິທໍາແກ່ທຸກຝ່າຍຍິ່ງໆຂຶ້ນ.
ຈາກນັ້ນ ທ່ານ ປະທານສານປະຊາຊົນສູງສຸດ -ກໍໄດ້ເຂົ້າໂອ້ລົມພະນັກງານການຳຫຼັກແຫຼ່ງ, ພະນັກ ງານລັດຖະກອນ ສານປະຊາ ຊົນແຂວງ, ການພົບປະໄດ້ຈັດຂື້ນທີ່ສະໂມສອນ ແຂວງສາລະວັນຕື່ມອີກ.
ໂດຍ: ກິນດາວັນ ອ້ວນນາຄູ

