ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 14 ສິງຫາ 2022 ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ລົງຕິດຕາມສະພາບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງຊຽງຮ່ອນໃນຄັ້ງວັນທີ 11-12 ສິງຫາ 2022, ໂດຍການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຯຊຽງຮ່ອນພ້ອມດ້ວຍຄະນະນໍາຂັ້ນເມືອງ ໃນການລົງຕິດຕາມສະພາບນໍ້າຖ້ວມຄັ້ງນີ້ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ໄດ້ລາຍງານສະພາບການທີ່ເກີດຂຶ້ນ ອຸທົກກະໄພໃນຄັ້ງນີ້ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ປະຊາຊົນ ຈໍານວນ 244 ຄອບຄົວ, ເຮືອນເສຍຫາຍ 4 ຫຼັງ ຖືກນໍ້າພັດໄຫຼສູນຫາຍ 1 ຫຼັງ, ໂຮງຮຽນ 1 ຫຼັງ, ເນື້ອທີ່ທໍາການຜະລິດເສຍຫາຍ 600 ກວ່າເຮັກຕາ, ເນື້ອທີ່ສວນຢາງພາລາ 2,5 ເຮັກຕາ, ມີສັດລ້ຽງຕາຍ ປະເພດງົວ 21 ໂຕ, ໄກ່ ແລະເປັດ 790 ໂຕ, ລົດໄຖນາ 2 ຄັນ, ລົດຈັກ 13 ຄັນ, ໜອງປາ 43 ໜອງ, ເຂົ້າເປືອກເສຍຫາຍ 789 ເປົາ, ເຂົ້າສານເສຍຫາຍ 231 ເປົາ, ຊົນລະ ປະທານຫຼາຍແຫ່ງໄດ້ຮັບຜົນເສຍຫາຍ, ດິນເຈື່ອນທັບຖົມທາງ, ນໍ້າເຊາະເສັ້ນທາງ, ເສັ້ນທາງລະຫວ່າງເມືອງ ຊຽງຮ່ອນ-ເມືອງເງິນຖືກຕັດຂາດ ນອກນີ້ຍັງເຮັດໃຫ້ຊັບສິນ, ເຄື່ອງໃຊ້ໃນຄົວເຮືອນຂອງປະຊາຊົນເສຍຫາຍເປັນຈຳນວນຫຼວງຫຼາຍ ໃນການລົງຕິດຕາມສະພາບນໍ້າຖ້ວມໃນຄັ້ງນີ້ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ຍັງໄດ້ມອບເງິນຈໍານວນ 100,000,000
ກີບ ໃຫ້ການນໍາຂອງເມືອງເພື່ອນໍາໄປຟື້ນຟູບູລະນະພື້ນຖານໂຄງລ່າງຕ່າງໆທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທໍາມະຊາດ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ອົງການປົກຄອງເມືອງຈົ່ງເອົາໃຈໃສ່ ຟື້ນຟູຈິດໃຈຜູ້ທີ່ໄດ້ຮັບຜົນກະທົບ ແລະ ຟື້ນຟູອາຄານສະຖານທີ່ຕ່າງໆໃຫ້ຜູ້ປະສົບໄພໃຫ້ກັບມາໃຊ້ຊີວິດເປັນປົກກະຕິ. ຕອນທ້າຍທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ໄດ້ສະແດງຄວາມຂອບໃຈ ຕໍ່ການນຳຂັ້ນແຂວງທີ່ໄດ້ນຳເອົາວັດຖຸປັັດໃຈມາຊ່ວຍເຫຼືອໃນຄັ້ງນີ້ ແລະ ທ່ານໃຫ້ສັນຍາວ່າຈະນຳໃຊ້ເງິນດັ່ງກ່າວເຂົ້າໃນການຟື້ນຟູລະບົບພື້ນຖານໂຄ່ງລ່າງ ທີ່ໄດ້ຮັບຜົນກະທົບໃຫ້ທ່ວງທັນກັບສະພາບການ. ໃນໂອກາດດັ່ງກ່າວທ່ານ ເຈົ້າແຂວງ ພ້ອມດ້ວຍການນຳຂັ້ນເມືອງຍັງໄດ້ລົງຕິດຕາມສະພາບຜົນກະທົບຈາກອຸທົກກະໄພນໍ້າຖ້ວມຢູ່ ບ້ານ ປົ່ງ, ບ້ານ ນາອອນ ແລະ ບ້ານ ທາດ ອີກດ້ວຍ.
ຂ່າວ;ພາບ: ຜາຍ ທາດທາຕີ
May be an image of 8 people, people standing, tree and outdoors
May be an image of 11 people and people standing