ໃນຕອນບ່າຍຂອງວັນທີ 04 ມິຖຸນາ 2021 ນີ້ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ-ຊຸກຍູ້ ບັນດາໂຄງການກໍ່ສ້າງຢູ່ພາຍໃນເທດສະບານແຂວງ ຄື: ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນແຕ່ ບ້ານທົ່ງຄູນ-ບ້ານທົ່ງຮັກ-ສາມແຍກພູຄຳ, ໂຄງການກໍ່ສ້າງໂຮງໝໍແຂວງ, ໂຄງການກໍ່ສ້າງຫ້ອງວ່າການແຂວງ, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມນ້ຳຈັ້ງຊ່ວງທີສອງ, ໂຄງການກໍ່ສ້າງເສັ້ນທາງເບຕົງຖະໜົນໄຊຊະນະ, ຖະໜົນອະນຸວົງ ແລະ ໂຄງການກໍ່ສ້າງສະຖານີວິທະຍຸ – ໂທລະພາບແຂວງ ໂດຍມີພະແນກການ, ເຈົ້າຂອງໂຄງການ, ບໍລິສັດຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງ ຂອງການລົງຕິດຕາມຊຸກຍູ້ໃນຄັ້ງນີ້ ກໍເພື່ອຮັບຟັງລາຍງານການຈັດ ຕັ້ງປະຕິບັດ ວຽກງານຂອງບັນດາໂຄງ ການ. ໂດຍແຕ່ລະໂຄງການ ແມ່ນໄດ້ກຳນົດໄລຍະເວລາ ແລະ ມີມູນຄ່າໃນການກໍ່ສ້າງທີ່ແຕກຕ່າງກັນ ພາຍຫຼັງທີ່ໄດ້ຮັບການເຊັນສັນຍາຮັບເໝົາກໍ່ສ້າງແລ້ວ ແຕ່ລະໂຄງການໄດ້ເລີ່ມລົງມືຈັດຕັ້ງປະຕິບັດໜ້າວຽກຕ່າງໆ ໄປຕາມສິດ ແລະ ໜ້າທິ່ຂອງຕົນ ຢ່າງເປັນປົກກະຕິ. ຊຶ່ງມາຮອດປັດຈຸບັນ ແມ່ນໄດ້ສໍາເລັດໄປແລ້ວບາງໜ້າວຽກ ແລະ ຍັງມີບາງໜ້າວຽກທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໂອກາດດັ່ງກ່າວ ທ່ານເຈົ້າແຂວງຍັງໄດ້ຮັບຟັງລາຍງານບັນຫາຕ່າງໆ ທີ່ເຮັດໃຫ້ການກໍ່ສ້າງມີຄວາມຊັກຊ້າ ເປັນຕົ້ນແມ່ນ: ງົບປະມານ, ອຸປະກອນ ແລະ ອື່ນໆ. ຈາກນັ້ນ, ພົນຕີ ຄຳລຽງ ອຸທະໄກສອນ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືເຈົ້າຂອງໂຄງການ ຈົ່ງສືບຕໍ່ໄກ່ເກ່ຍບັນຫາສິ່ງກິດຂວາງຕ່າງໆ ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ການກໍ່ສ້າງ ພ້ອມນັ້ນ ບັນດາບໍລິສັດຮັບເໝົາກໍ່ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດການກໍ່ສ້າງໂຄງການດ້ວຍຄວາມຮັບຜິດຊອບສູງ ໂດຍຕ້ອງຮັບປະກັນດ້ານຄຸນນະພາບ. ທັງນີ້ ກໍເພື່ອໃຫ້ແຕ່ລະໂຄງການໄດ້ດຳເນີນໄປຕາມຫຼັກການ, ຂັ້ນຕອນ ແລະ ສຳເລັດຕາມແຜນການທີ່ໄດ້ກໍານົດໄວ້.
ຂ່າວ: ພາພອນ ນະວົງໄຊ


