ວັນທີ 19 ພະຈິກ 2021, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຟາມ ກວກ ຈິງ (Phạm Quốc Chính), ປະທານສະພາບໍລິຫານ, ທັງເປັນຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທໍ່ຢາງຊຸບເປີເຈື່ອງຟັດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດ ນາມ ພ້ອມຄະນະໄດ້ໄປພົບປະເຮັດວຽກກັບ ບໍລິສັດ ແລະ ຢ້ຽມຢາມໂຮງງານທໍ່ຢາງຊຸບເປີເຈືອງຟັດ ຢູ່ແຂວງບັກນິງ.
ໂອກາດນີ້, ທ່ານ ຟາມ ກວກ ຈິງ (Phạm Quốc Chính), ໄດ້ແຈ້ງໃຫ້ ທ່ານ ແສງເພັດ ຮຸ່ງບຸນຍວງ ແລະ ຄະນະຊາບໂດຍຫຍໍ້ ກ່ຽວກັບ ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ການດໍາເດີນທຸລະກິດຂອງບໍລິສັດ ແລະ ໂຮງງານ ທໍ່ຢາງຊຸບເປີເຈືອງຟັດ ໃນໄລຍະຜ່ານມາ, ບໍລິສັດດັ່ງກ່າວສ້າງຕັ້ງຂື້ນໃນວັນທີ 10/11/2011 ມີສາຂາຢູ່ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ແຂວງບັກນິງ, ແຂວງດຽນບຽນ, ແຂວງ ຮາຍຟ່ອງ, ນະຄອນໂຮ່ຈີມີນ ແລະ ສາຂາຢູ່ ສອງປະເທດ ຄື ປະເທດມຽນມາ ແລະ ປະເທດກຳປູເຈຍ.
ຜະລິດຕະພັນຂອງບໍລິສັດທໍ່ຢາງຊຸບເປີເຈືອງຟັດ ສ່ວນໃຫຍ່ແມ່ນບໍລິການຜະລິດທໍ່ນ້ຳ, ທໍ່ສາຍໄຟຟ້າ, ພ້ອມທັງອອກແບບ ແລະ ຕິດຕັ້ງ ທໍ່ຢາງ ທີ່ມີຄຸນນະພາບ ບໍລິການທັງພາຍໃນ ແລະ ສົ່ງອອກໄປຕ່າງປະເທດ, ບໍລິສັດ ມີແຜນຈະຂະຫຍາຍສາຂາ ໄປຍັງ ສປປ ລາວ ໃນອານາຄົດ.
ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາຄາສູງຕໍ່ກັບການດໍາເນີນທຸລະກິດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງບໍສິສັດ ທໍ່ຢາງຊຸບເປີເຈືອງຟັດ ໃນໄລຍະຜ່ານມາ ພ້ອມທັງຊົມເຊີຍຕໍ່ຜົນສຳເລັດທີ່ໄດ້ຜະລິດສິນຄ້າທີ່ມີຄຸນນະພາບອອກມາໃຫ້ປະຊາຊົນຫວຽດນາມ ລວມທັງຕ່າງປະເທດ ໄດ້ຊົມໃຊ້ຢ່າງຫຼວງຫຼາຍ ຊຶ່ງກໍຫວັງວ່າ ບໍລິສັດໄດ້ໄປລົງທຶນຢູ່ ສປປ ລາວ ໃນອານາຄົດອັນໃກ້ນີ້, ພ້ອມທັງຍືນຍັນຈະເຮັດສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຊຸກຍູ້ເປັນຂົວຕໍ່ການພົວພັນຮ່ວມມືລະຫວ່າງປະເທດ ເວົ້າລວມ ເວົ້າສະເພາະແມ່ນການຮ່ວມມື ລະຫວ່າງ ສະຖານທູດກັບບໍລິສັດ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ,ພາບ: ສະຖານທູດລາວ ທີ່ຮ່າໂນ້ຍ


