ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟີໂລມີນາ ນານາ ປຣາກະຊາມ (Philomena Gnanapragasam) ຜູ້ອໍານວຍການສະຖາບັນພັດທະນາການກະຈາຍສຽງ ແລະ ພາບແຫ່ງອາຊີ-ປາຊິຟິກ (AlBD) ພ້ອມດ້ວຍຄະນະ ໃນວັນທີ 19 ກໍລະກົດນີ້ ທີ່ ກະຊວງ ຖວທ.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງ ຖວທ ກໍໄດ້ສະແດງຄວາມຕ້ອນຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານຜູ້ອໍານວຍການສະຖາບັນພັດທະນາການກະຈາຍສຽງ ແລະ ພາບແຫ່ງອາຊີ-ປາຊີຟິກໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືຮ່ວມກັບ ກະຊວງ ຖວທ ສປປ ລາວ ກໍຄືວິທະຍຸກະຈາຍສຽງແຫ່ງຊາດລາວ – ໂທລະພາບ ແຫ່ງຊາດລາວ ກ່ຽວກັບຄວາມເປັນໄປໄດ້ໃນການສະເໝີໃຫ້ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດສື່ອາຊີ ( Asia Media sum mit-AMS) ແລະ ບັນດາກອງປະຊຸມປິ່ນອ້ອມປະຈໍາປີ 2023 ເພື່ອເປັນການປ່ຽນແທນ ກອງປະຊຸມໃຫຍ່ຂອງສະຖາບັນພັດທະນາການກະຈາຍສຽງ ແລະ ພາບແຫ່ງພາກພື້ນອາຊີ- ປາຊີຟິກ (AIBD) ປະຈໍາປີ 2020 ແລະ ປີ 2022 ທີ່ ສປປ ລາວ ໄດ້ຮັບການອະນຸມັດຈາກລັດຖະບານໃນການເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ ແຕ່ມີຄວາມຈໍາເປັນຕ້ອງຍົກເລີກ ເນື່ອງຈາກການແຜ່ລະບາດຂອງພະຍາດໂດວິດ-19.
ໃນໂອກາດນີ້ ທ່ານ ວໍລະສັກ ປຣະວົງວຽງຄຳ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ) ໄດ້ລາຍງານ ໃຫ້ທ່ານຮອງລັດຖະມົນຕີ ຖວທ ຮັບຊາບກ່ຽວກັບປະຫວັດຄວາມເປັນມາຂອງ 2 ກອງປະຊຸມໃຫຍ່ຂອງສະຖາບັນພັດທະນາການກະຈາຍສຽງ ແລະ ພາບແຫ່ງອາຊີ-ປາຊີຟິກ (AIBID) ເຊັ່ນ: ກອງປະຊຸມສະມັດຊາໃຫຍ່ປະຈຳປີ (General Conference – GC) ແລະ ກອງປະຊຸມສຸດຍອດສື່ອາຊີ (Asin Media Summit – AMS).
ກອງປະຊຸມໃຫຍ່ AIBD (GC) ແມ່ນກອງປະຊຸມຢ່າງເປັນທາງການປະຈໍາປີຂອງສະຖາບັນ ໂດຍມີປະເທດສະມາຊິກ 26 ປະເທດ, ຄູ່ຮ່ວມມື 23 ອົງການ ແລະ ສະມາຊິກພັນທະມິດ 67 ອົງການ, ກອງປະຊຸມໃຫຍ່ສາມັນເປັນກອງປະຊຸມທີ່ເປີດໃຫ້ບັນຕາປະເທດສະມາຊິກ, ເຄືອຂ່າຍ, ຄູ່ຮ່ວມງານ, ຜູ້ສັງເກດການ ແລະ ສື່ມວນຊົນຊັ້ນນໍາໃນການກວດກາຄືນບັນດາກິດຈະກໍາ ແລະ ໂຄງການທີ່ AIBD ໄດ້ປະຕິບັດໃນປີທີ່ຜ່ານມາ ແລະ ວາງທິດທາງແຜນການຂອງບັນດາໂຄງການໃນອະນາຄົດ. ເປັນເວທີໃຫ້ບັນດາປະເທດສະມາຊິກປຶກສາຫາລືຄວາມຕ້ອງການ ໃນການພັດທະນາເພື່ອຍົກສູງອົງການຈັດຕັ້ງຂອງຕົນ. ນອກຈາກນັ້ນ, ກອງປະຊຸມເປັນກອງປະຊຸມຕົກລົງຮັບຮອງເອົາແຜນຍຸດທະສາດ AIBD (SPT) ຂອງທີມງານ ແລະ ກອງປະຊຸມຄະນະບໍລິຫານງານ (EXBO) ໃນການກວດກາບັນດາກິດຈະກໍາທີ່ສໍາຄັນຂອງ AIBD ໃນອະນາຄົດເຊັ່ນ: ກອງປະຊຸມສຸດຍອດສື່ມວນຊົນອາຊີ (AMS) ແລະ ບັນດາກອງປະຊຸມປິ່ນອ້ອມຕ່າງໆຂອງສະຖາບັນ,
ຂ່າວ-ພາບ: ບຸນອູ້ມ
Loading...