ໃນວັນທີ 18-19 ມັງກອນ 2022 ທີ່ຜ່ານມາ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ເຮັດວຽກຢູ່ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ເພື່ອເປັນການສືບຕໍ່ສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມື ແລະ ສ້າງບັນຍາກາດອັນດີກັບອຳນາດການປົກຄອງຂັ້ນທ້ອງຖິ່ນ. ພ້ອມດຽວກັນນັ້ນ, ກໍເປັນກິດຈະກໍາໜຶ່ງທີ່ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບ ຮອບ 70 ປີ (1951-2021) ທີ່ໄດ້ຖືກເລື່ອນໃນປີ 2021 ຍ້ອນສະພາບການແຜ່ລະບາດຂອງພະຍາດ ໂຄວິ-19.
ໃນວັນທີ 18 ມັງກອນ 2022, ທີ່ ຫ້ອງວ່າການປົກຄອງແຂວງບໍລິຄຳໄຊ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ. ກອງແກ້ວ ໄຊສົງຄາມ, ເຈົ້າແຂວງ ແຂວງບໍລິຄໍາໄຊ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ແຈ້ງຈຸດປະສົງຂອງການຢ້ຽມ ຢາມ ແລະ ໄດ້ລາຍງານໂດຍຫຍໍ້ຜົນການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການພົວພັນຮ່ວມມື ລາວ-ຫວຽດ ນາມ ແລະ ລາວ-ໄທ ໃນຄັ້ງນີ້.
ພ້ອມກັນນັ້ນ, ທ່ານເຈົ້າແຂວງໄດ້ແຈ້ງສະພາບທົ່ວໄປຂອງແຂວງ, ແຜນພັດທະນາເສດຖະ ກິດ- ສັງຄົມ 5 ປີ ຄັ້ງທີ V ຂອງແຂວງ ເຊິ່ງໄດ້ວາງ 6 ເປົ້າໝາຍ, 21 ແຜນວຽກຈຸດສຸມ ແລະ ມີ 137 ໂຄງການ, ບັນຫາຈຸດສຸມທີ່ແຂວງພວມເອົາໃຈໃສ່ປັບປຸງແກ້ໄຂ ແລະ ວາງວິໄສທັດຮອດ ປີ 2030 ຄື: ສ້າງແຂວງໃຫ້ເປັນປະຕູເສດ ຖະກິດ, ເປັນແຫຼ່ງຜະລິດພະລັງ ງານ, ເປັນສູນກາງບໍລິການທາງຜ່ານ ແລະ ຮັກສາສິ່ງແວດລ້ອມແບບຍືນຍົງ ຖືເອົາການພັດທະນາເສດຖະກິດເປັນໃຈກາງ, ຖືເອົາການພັດທະນາວັດທະນະ ທຳ- ສັງຄົມເປັນສິ່ງສຳຄັນ, ຖືເອົາການພັດທະນາຊັບພະຍາກອນມະນຸດເປັນຂໍກຸນແຈ ແລະ ຖືເອົາການປົກປັກຮັກສາສິ່ງແວດລ້ອມເປັນສິ່ງຕັດສິນ. ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ໄດ້ພົບປະໂອ້ ລົມກັບພະນັກງານຂອງພະແນກການຕ່າງປະເທດແຂວງບໍລິຄຳໄຊ ພ້ອມທັງຮັບຟັງການສະເໜີລາຍ ງານສະພາບການຈັດຕັ້ງເຄື່ອນ ໄຫວວຽກງານຂອງພະແນກການຕ່າງປະເທດແຂວງໂດຍສັງເຂບ ລວມທັງທິດທາງແຜນການ ເຄື່ອນໄຫວໃນຕໍ່ໜ້າ ແລະ ຂໍ້ສະເໜີຕ່າງໆ. ຈາກນັ້ນ, ທ່ານຮອງລັດຖະມົນຕີ ໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາໃນການເຄື່ອນ ໄຫວວຽກງານໃນຕໍ່ໜ້າໃຫ້ແກ່ພະແນກການຕ່າງປະເທດແຂວງ ໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ແລະ ບຸກຄະລາກອນ ໃນຖານະທີ່ເປັນເສນາທິ ການດ້ານວຽກງານການຕ່າງປະເທດໃຫ້ແກ່ຄະນະນຳແຂວງ ກໍຄືສູນກາງໃຫ້ນັບມື້ມີປະສິດຕິພາບຍິ່ງໆຂຶ້ນ. ໃນໂອກາດນີ້, ໄດ້ມອບອຸປະກອນການແພດຈໍານວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ແກ່ຫ້ອງວ່າການປົກຄອງແຂວງ ແລະ ພະແນກການຕ່າງປະເທດ ແຂວງບໍລິຄໍາໄຊ. ຈາກນັ້ນ, ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ຍັງໄດ້ເຄື່ອນໄຫວເຮັດວຽກຢູ່ຈຸດກໍ່ສ້າງໂຄງການຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ເພື່ອກວດກາຄວາມຄືບໜ້າຂອງການກໍ່ສ້າງ ແລະ ແຜນການກະກຽມໃຫ້ແກ່ພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບແຫ່ງດັ່ງກ່າວ ເຊິ່ງເຫັນວ່າມີຄວາມຄືບໜ້າເປັນກ້າວໆ.
ໃນວັນທີ 19 ມັງກອນ 2022, ທີ່ ຫ້ອງວ່າການປົກຄອງແຂວງຄໍາມ່ວນ, ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວັນໄຊ ພອງສະຫວັນ, ເຈົ້າແຂວງ ແຂວງຄໍາມ່ວນ. ໃນໂອກາດນີ້, ທ່ານຮອງລັດຖະມົນຕີກໍໄດ້ແຈ້ງຈຸດປະສົງ ແລະ ລາຍ ງານໂດຍຫຍໍ້ຜົນການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການພົວພັນຮ່ວມມື ລາວ-ຫວຽດນາມ ແລະ ລາວ-ໄທ ໃນຄັ້ງນີ້. ພ້ອມກັນນັ້ນ, ທ່ານເຈົ້າແຂວງ ກໍໄດ້ແແຈ້ງໃຫ້ຊາບ ກ່ຽວ ກັບ ວຽກງານຈຸດສຸມ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ ແລະ ການຜະລິດອຸດສາຫະກຳສົ່ງອອກ ຊຶ່ງເຫັນວ່າສາມາດຈັດຕັ້ງປະຕິບັດໄດ້ລື່ນຄາດໝາຍທີ່ກໍານົດໄວ້. ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມພະນັກງານພາຍ ໃນພະແນກການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກອຳນາດການປົກຄອງເມືອງທີ່ກ່ຽວຂ້ອງຈໍານວນໜຶ່ງເຂົ້າຮ່ວມ ພ້ອມທັງຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານການຕ່າງປະເທດຂອງແຂວງ ໃນປີຜ່ານມາ ແລະ ທິດທາງແຜນການເຄື່ອນ ໄຫວໃນຕໍ່ໜ້າ. ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນໍາໃນການເຄື່ອນໄຫວວຽກງານໃນຕໍ່ໜ້າໃຫ້ແກ່ພະແນກການຕ່າງປະເທດແຂວງ ເພື່ອນຳໄປຈັດຕັ້ງປະຕິ ບັດ. ນອກນີ້, ກໍ່ຍັງໄດ້ມອບອຸປະກອນການແພດຈໍານວນໜຶ່ງ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ຫ້ອງວ່າການປົກຄອງແຂວງ ແລະ ພະແນກການຕ່າງປະເທດແຂວງຄໍາມ່ວນ. ຫຼັງຈາກນັ້ນ, ຄະນະກໍ່ໄດ້ເຄື່ອນໄຫວຢ້ຽມຢາມສູນພັດທະນາກະສິກໍາແບບຍືນຍົງ ທີ່ ວິທະຍາໄລ ເຕັກນິກ-ວິຊາຊີບ ແຂວງຄໍາມ່ວນ ແລະ ໄດ້ໂອ້ລົມແລກປ່ຽນກັບບັນດາຄູອາຈານ ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການຮ່ວມມືທາງດ້ານວິຊາ ການລາວ-ໄທ ກໍ່ຄືສູນກະສິກຳແຫ່ງນີ້, ສູນດັ່ງກ່າວມີຄວາມສໍາຄັນໃນການສ້າງຊັບພະຍາກອນມະນຸດອອກສູ່ສັງຄົມ, ໂດຍສະ ເພາະດ້ານການພັດທະນາອາຊີບ ເຊິ່ງເປັນນະໂຍບາຍບູລິມະສິດຂອງພັກ ແລະ ລັດ. ສູນກະສິກໍາແຫ່ງນີ້, ແມ່ນເປັນບ່ອນນໍາໃຊ້ເຂົ້າໃນການຮຽນຮູ້, ຝຶກອົບຮົມ ແລະ ຈັດຕັ້ງປະຕິບັດວິຊາຊີບຕົວຈິງ ໃຫ້ແກ່ນັກຮຽນນັກສຶກສາ ກໍຄືປະຊາຊົນທີ່ມີຄວາມສົນໃຈໃນການຮຽນດ້ານກະສິກຳປູກຝັງລ້ຽງສັດ, ການແປຮູບຜົນຜະລິດໃຫ້ກາຍເປັນສິນຄ້າ ເພື່ອສ້າງມູນຄ່າເພີ່ມ ໃຫ້ກາຍເປັນຜະລິດ ຕະພັນສ້າງອາຊີບ ທັງປະກອບສ່ວນໃຫ້ແກ່ການສ້າງຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ພາຍ ໃນເມືອງ ແລະ ແຂວງຄໍາມ່ວນ ແລະ ມີແຜນທີ່ຈະຂະຫຍາຍສົ່ງອອກໄປຍັງບັນດາແຂວງອ້ອມຂ້າງທີ່ຢູ່ໃກ້ຄຽງໃນຕໍ່ໜ້າ.
ນອກຈາກນີ້, ທ່ານຮອງລັດຖະ ມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 3, ເຊິ່ງໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ໂດຍທ່ານຫົວໜ້າຄະນະຄຸ້ມຄອງດ່ານ ແລະ ໄດ້ໃຫ້ຄຳເຫັນບາງຈຸດເພື່ອສ້າງຂວັນ ແລະ ກຳລັງໃຈ ໃຫ້ແກ່ການປະຕິບັດໜ້າທີ່ຂອງພະນັກງານ ແລະ ເຈົ້າໜ້າທີ່ພາຍໃນດ່ານ.
ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທັງສອງແຂວງດັ່ງກ່າວໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ໄດ້ປະກອບສ່ວນອັນສໍາຄັນເຂົ້າການສ້າງສາຍພົວພັນອັນດີ ລະຫວ່າງ ກະຊວງການຕ່າງປະເທດ ແລະ ອຳນາດການປົກຄອງແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ໂດຍສະ ເພາະແມ່ນວຽກງານທີ່ຕິດພັນກັບການເຄື່ອນໄຫວການຕ່າງປະເທດ ທັງເປັນການເຄື່ອນໄຫວທີ່ຕິດພັນກັບການສະເຫຼີມສະຫຼອງ ຄົບ ຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ປະກອບສ່ວນເຂົ້າໃນການຊ່ວຍສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມືອັນດີງາມ ຖານປະເທດບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ບູຮານນະການ ລະຫວ່າງສອງປະເທດ ລາວ ແລະ ໄທ ໃຫ້ນັບມື້ ແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນອະນາຄົດ.
ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ
May be an image of 11 people, people standing and outdoors
May be an image of 7 people, people standing and outdoors
May be an image of 10 people and people standing
Loading...