ໃນວັນທີ 30 ພະຈິກ 2021, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ​ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມປະຈໍາປີລະດັບລັດຖະມົນຕີ ຄັ້ງທີ 45 ຂອງກຸ່ມ 77 (the 45th Annual Meeting of Minister for Foreign Affairs of the Group of 77) ຜ່ານລະບົບທາງໄກ.

ກອງປະຊຸມດັ່ງກ່າວ ​ແມ່ນ​ຈັດ​ຂຶ້ນ​ທຸກໆ​ປີທີ່ ສໍານັກງານໃຫຍ່ອົງການ ສປຊ,  ນິວຢອກ, ສະຫະລັດອາເມລິກາ. ຈຸດປະສົງແມ່ນເພື່ອປຶກຫາສາລືການສົ່ງເສີມຂອບການຮ່ວມມືຂອງກຸ່ມປະເທດກໍາລັງພັດທະນາ ໂດຍສະເພາະແມ່ນການຮັບມື ​ແລະ ການຟື້ນຟູ​ຜົນ​ກະທົບທາງດ້ານເສດຖະກິດຈາກ​ການແຜ່ລະບາດຂອງພະຍາດໂຄວິດ-19 ແນໄສ່ຊຸກຍູ້ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃຫ້ໄດ້ຮັບຜົນສໍາເລັດ.

 

ໃນກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້​ປະ​ກອບ​ຄຳ​ເຫັນສະແດງຄວາມຊົມເຊີຍຕໍ່ກຸ່ມ 77 ທີ່ໄດ້ສືບຕໍ່ເຮັດໜ້າທີ່ອັນສໍາຄັນໃນໄລຍະຜ່ານມາກໍ່ຄືປັດຈຸບັນ ໃນສົ່ງເສີມການຮ່ວມມືດ້ານການພັດທະນາຂອງບັນດາປະເທດກໍາລັງພັດທະນາ ແລະ ຂອບການຮ່ວມມືໃຕ້ – ໃຕ້, ໂດຍສະເພາະແມ່ນການເຈລະຈາ ເພື່ອປົກປ້ອງ ແລະ ຊຸກຍູ້ຂອບການຮ່ວມມືຕ່າງໆ ໃນເວທີ ສປຊ ກໍ່ຄືເວທີສາກົນອື່ນໆ. ນອກ​ຈາກ​ນີ້, ຍັງໄດ້ຍົກໃຫ້ເຫັນວ່າ ສປປ ລາວ ແມ່ນໄດ້ສືບຕໍ່ສະໜັບສະໜູນຄວາມພະຍາມຂອງກຸ່ມ 77 ໃນການຂົນຂວາຍລະດົມທຶນເພື່ອຊ່ວຍເຫລືອເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດກໍ່ຄືການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງໃນບັນດາປະເທດກໍາລັງພັດທະນາ ພ້ອມທັງຊຸກຍູ້ ແລະ ສົ່ງເສີມການຮ່ວມມືສາກົນໃນການຕອບໂຕ້ ແລະ ຟຶ້ນຟູຜົນກະທົບດ້ານຕ່າງໆຈາກການແຜ່ລະບາດຂອງພະຍາດໂຄວິດ- 19 ໃນປັດຈຸບັນ. ພ້ອມດຽວກັນນັ້ນ, ສປປ ລາວກໍ​ໄດ້ຍົກ​ໃຫ້​ເຫັນ​​ເຖິງຄວາມສໍາຄັນຂອງຂອບການຮ່ວມມືໃຕ້ – ໃຕ້ ແລະ ການຮ່ວມມືຂອບສາມຝ່າຍ ເຊິ່ງເປັນການຮ່ວມມືທີ່ມີບົດບາດໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ການ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ. ທ່ານ ຮອງລັັດຖະມົນຕີ, ໄດ້ຢໍ້າຄືນຄໍາໝາຍໝັ້ນຂອງ ສປປ ລາວ ໃນ​ສືບ​ຕໍ່ຮ່ວມມືກັບກຸ່ມ 77 ເພື່ອປະກອບສ່ວນຊຸກຍູ້ສົ່ງເສີມການຮ່ວມມືໃນຂອບເວທີພາກພື້ນ ແລະ ສາກົນ ແນໄສ່ເຮັດໃຫ້ບັນລຸເປົ້າໝາຍດ້ານການພັດທະນາ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງປະເທດຕ່າງໆ ທີ່ມີຕໍ່ ສປປ ລາວ ​ໃນ​ໄລຍະ​ຜ່ານ​ມາ ​ເຊີ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຂັບເຄື່ອນວຽກງານການພັດທະນາຢູ່ ສປປ ລາວ ໃຫ້ຂະຫຍາຍຕົວຂຶ້ນເປັນກ້າວ.

ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາຖະແຫລງການລະດັບລັດຖະມົນຕີ (Ministerial Declaration) ເຊິ່ງຖະແຫລງການດັ່ງກ່າວແມ່ນສະແດງໃຫ້ເຫັນເຖິງຄໍາໝາຍໝັ້ນຂອງກຸ່ມຕໍ່ວຽກງານການພັດທະນາ ໂດຍສະເພາະແມ່ນການເລັ່ງໃສ່ແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນປັດຈຸບັນຈາກຜົນກະທົບທີ່ໜັກໜ່ວງຂອງພະຍາດໂຄວິດ – 19 ແລະ ໄດ້ຮຽກຮ້ອງໃຫ້ບັນດາວົງຄະນາຍາດສາກົນສືບຕໍ່ໃຫ້ການຊ່ວຍເຫລືອທີ່ຈໍາເປັນ ເພື່ອແກ້ໄຂບັນຫາດັ່ງກ່າວເພື່ອເຮັດໃຫ້ບັນດາປະເທດກໍາລັງພັດທະນາ ສາມາດຜ່ານຜ່າວິກິດການໄປໄດ້ ແລະ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນອະນາຄົດ.

Loading...