ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນແລງຂອງວັນທີ 23 ກັນຍາ 2021, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຂອງບັນດາປະເທດກໍາລັງພັດທະ ນາທີ່ບໍໍ່ມີຊາຍແດນຕິດຈອດກັບທະເລ (The Annual Ministerial Meeting of the Landlocked Developing Countries) ຜ່ານລະບົບທາງໄກ, ພາຍໃຕ້ຫົວຂໍ້: Leaving No One behind: Sustainable Recovery from COVID-19 in LLDCs and accelerated implementation of the Vienna Programme of Action and the Special Roadmap. ກອງປະຊຸມດັ່ງກ່າວ ແມ່ນຈັດຂື້ນທຸກໆປີໃນໄລຍະກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ເພື່ອປຶກຫາສາລືແລກປ່ຽນວິໃສທັດ, ການຮັບມື ແລະ ການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອການຟຶ້ນຟູທີ່ຍືນຍົງໃຫ້ຄຽງຄູ່ກັນກັບການຈັດຕັ້ງປະຕິບັດແຜນດໍາເນີນງານຂອງກຸ່ມປະເທດ LLDCs.
ໃນກອງປະຊຸມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງຕໍ່ຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ເສດຖະກິດ-ສັງຄົມ ແລະ ຊີວິດຂອງມວນມະນຸດໃນທົ່ວໂລກ ໂດຍສະເພາະບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDCs) ກໍ່ຍິ່ງໄດ້ຮັບຜົນກະທົບຢ່າງຮອບດ້ານ ໂດຍອີງໃສ່ສະພາບພູມສາດປະເທດທີ່ມີບໍ່ຊາຍແດນຕິດກັບທະເລນັ້ນ ແມ່ນມີຄວາມຫຍຸ້ງຍາກໃນການຟຶ້ນຟູເສດຖະກິດຂອງຕົນ. ນອກຈາກນັ້ນ, ທ່ານ ຮອງລັດຖະມົນຕີ ກໍ່ໄດ້ນໍາສະເໜີຕໍ່ກອງປະຊຸມວ່າ ສປປ ລາວ ກໍ່ເປັນປະເທດໜື່ງທີ່ຢູ່ໃນສະຖານນະພາບປະເທດດ້ອຍພັດທະນາ (LDC) ແລະ ທັງເປັນປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (LLDC). ສະນັ້ນ, ສປປ ລາວ ຈຶ່ງປະເຊີນກັບສິ່ງທ້າທາຍຫຼາຍຢ່າງໂດຍສະເພາະແມ່ນໃນໄລຍະການລະບາດຂອງໂຄວິດ-19, ເຖິງຢ່າງໃດກໍ່ຕາມ ສປປ ລາວ ກໍ່ມີຄວາມພະຍາຍາມສ້າງພື້ນ ຖານໃຫ້ກາຍເປັນປະເທດທີ່ເຊື່ອມຈອດກັບພາກພື້ນ ເພື່ອໃຫ້ສາມາດປະຕິບັດໄດ້ແຜນບູລິມະສິດທີ່ກຳນົດໄວ້ໃນແຜນງານວຽນນາສຳລັບກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດຈອດກັບທະເລ (VPoA). ສິ່ງສຳຄັນພົ້ນເດັ່ນອີກອັນໜື່ງໃນໄລຍະໃກ້ໆນີ້ ແມ່ນຈະມີການປະກາດເປີດການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ພາຍໃຕ້ໂຄງການ “ໜຶ່່ງແລວໜຶ່ງເສັ້ນທາງ” ເຊິ່ງຈະກາຍເປັນຂີດໝາຍອັນສຳຄັນຂອງ ສປປ ລາວ ໃນການສ້າງພື້ນຖານໂຄງລ່າງອັນດີ ເພື່ອການເຊື່ອມຈອດທາງດ້ານເສດຖະກິດໃນພາກພື້ນ ແລະ ການຕິດຕໍ່ສື່ສານກັບປະເທດຕ່າງໆ. ພ້ອມດຽວກັນນີ້, ທ່ານ ຮອງລັດຖະມົນຕີ ຮຽກຮ້ອງໃຫ້ຄະນະຍາດສາກົນ ສະໜອງຢາວັກແຊັງໃຫ້ແກ່ປະເທດ LLDCs ເພື່ອຮັບ ປະກັນການເຂົ້າເຖິງຢາວັກແຊັງທີ່ເທົ່າທຽມ ແລະ ພຽງພໍ, ລວມທັງຮຽກຮ້ອງໃຫ້ບັນດາປະເທດທີ່ເປັນທາງຜ່ານ ໃຫ້ການຮ່ວມມືອຳນວຍຄວາມສະດວກດ້ານການຄ້າ ແລະ ເຊື່ອມໂຍງກັບພາກພື້ນໄດ້ຢ່າງມີປະສິດທິຜົນ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮອງລັັດຖະມົນຕີ ໄດ້ຢໍ້າຄືນຄໍາໝາຍໝັ້ນຂອງ ສປປ ລາວ ເພື່ອບັນລຸເປົ້າໝາຍຂອງແຜນດຳເນີນງານ VPoA ແລະ ຈະສືບຕໍ່ຮ່ວມມືກັບບັນດາປະເທດທາງຜ່ານ, ຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ, ອົງການຈັັດຕັ້ງສາກົນ ແລະ ພາກເອກະຊົນອື່ນໆ ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງສາກົນທີ່ມີຕໍ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າຈະໄດ້ຮັບການຮ່ວມມືຢ່າງກວ້າງຂວາງອີກໃນຕໍ່ໜ້າ.
May be an image of 1 person and text
685
People Reached
10
Engagements
Boost Post
8
1 Share
Like

Comment
Share