ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຢ້ຽມຢາມ ແລະພົບປະໂອ້ລົມ ຄະ ນະພັກ,ອົງການປົກຄອງແຂວງຈຳປາສັກ,ໃນວັນທີ 5 ພຶດສະພານີ້,ທີ່ສະໂມສອນຫຼັກ 4 ເຊິ່ງໃຫ້ກຽດເຂົ້າຮ່ວມ ຕ້ອນຮັບ ແລະ ລາຍ ງານການພັດທະນາເສດຖະກິດ – ສັງຄົມ ຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆຈຳປາສັກ,ລາຍ ງານວຽກງານ ສະພາປະຊາຊົນແຂວງ ຂອງ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈຳປາສັກ,ມີຄະນະພັກ – ອົງການປົກຄອງແຂວງ,ການນຳນະຄອນ,ເມືອງ,ພະແນກການກົມກອງ ແລະອົງການຈັດຕັ້ງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນການພົບປະໂອ້ລົມ ພາຍຫຼັງໄດ້ຮັບຟັງລາຍງານການພັດທະນາເສດຖະກິດ – ສັງຄົມ,ການປະ ຕິບັດ 2 ວາລະແຫ່ງຊາດ ແລ້ວ ທ່ານ ໄຊສົມພອນ ປະທານສະພາແຫ່ງຊາດ ໄດ້ຄວາມຄິດຄຳເຫັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ 2 ວາລະແຫ່ງຊາດ ເຊັ່ນ: ວາລະວ່າດ້ວຍການແກ້ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ວາລະວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ເພືອເປັນທິດໃນການຊີ້ນໍາ-ນໍາພາວຽກງານໃນຕໍ່ໜ້າ ເປັນຕົ້ນ: ເນື່ອງຈາກສະພາບການຂອງໂລກ,ພາກພື້ນ ມີຂໍ້ຂັດແຍ່ງ ແລະ ສົ່ງຜົນໂດຍກົງ ແລະທາງອ້ອມ ຕໍ່ປະເທດເຮົາ ດັ່ງນັ້ນ ເນັ້ນໃຫ້ ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ຈຳປາສັກເພີ່ມທະວີຄວາມເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງທົ່ວເຖິງ ແລະ ເລິກເຊິ່ງ; ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຮາກຖານ ໃຫ້ເຂັ້ມແຂງ, ໜັກແໜ້ນ; ສະກັດກັ້ນອາດສະຍາກໍາຕ່າງໆຢ່າງທັນການ, ເດັດຂາດ ແລະ ເຂັ້ມງວດ; ເອົາໃຈໃສ່ການຄຸ້ມຄອງສໍາມະໂນຄົວ, ການຄຸ້ມຄອງຄົນຕ່າງປະເທດ ໃຫ້ເຂັ້ມງວດຕາມກົດໝາຍ.
ຍ້ອນແຂວງຈຳປາສັກມີທ່າແຮງບົ່ມຊ້ອນາຍຢ່າງ ສະເໜີໃຫ້ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ຈະຕ້ອງໄດ້ເພີ່ມທະວີການນໍາພາ ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ນໍາໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ເພື່ອສຸມທຶນຮອນ, ເຕັກນິກວິຊາການ ເຂົ້າໃສ່ການຜະລິດເປັນສິນຄ້າຂອງປະຊາຊົນ ເປັນຕົ້ນ ການປູກເຂົ້າ, ກາເຟ, ຊາ, ໝາກແໜ່ງ, ໄມ້ໃຫ້ໝາກ, ການປູກໄມ້ອຸດສາຫະກໍາ, ການປູກຜັກປອດສານພິດ, ການລ້ຽງສັດໃຫຍ່ເປັນສິນ ຄ້າ ເພື່ອສ້າງອາຊີບ ແລະ ລາຍຮັບອັນໝັ້ນຄົງໃຫ້ປະຊາຊົນ; ສົ່ງເສີມການຜະລິດກະສິກໍາເປັນກຸ່ມ, ເປັນຟາມ ເພື່ອຂະຫຍາຍຖານການຜະລິດໃຫ້ກວ້າງໃຫຍ່ ແລະ ມີຜົນຜະລິດຈໍານວນຫຼາຍ, ມີທ່າແຮງໃນການເຂົ້າເຖິງແຫຼ່ງທຶນ ແລະ ການເຂົ້າເຖິງຕະຫຼາດທີ່ມີປະສິດທິພາບ.
ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ ໃນການນໍາພາຊີ້ນໍາ ຂະແໜງ ການທີ່ກ່ຽວຂ້ອງໃນການຕິດຕາມ, ຊຸກຍູ້ໂຄງການລົງທຶນດັ່ງກ່າວ ໃຫ້ນໍາຜົນປະໂຫຍດສູງສຸດມາສູ່ປະເທດ ຊາດ ກໍຄືຜົນປະໂຫຍດຂອງແຂວງຈຳປາສັກ ຕາມກົດໝາຍກໍານົດ, ຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການພັດທະນາທ້ອງຖິ່ນ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ; ຕິດຕາມ, ກວດກາ ການປົກປັກຮັກສາສິ່ງແວດລ້ອມທໍາມະຊາດ, ແກ້ໄຂຜົນກະທົບທາງສັງຄົມ ຈາກໂຄງການ ໂດຍມີການຊົດເຊີຍທີ່ສົມເຫດສົມຜົນ.
ເພີ່ມທະວີການນໍາພາຊີ້ນໍາ ວຽກງານການພັດທະນາຊັບ ພະຍາກອນມະນຸດ ໃຫ້ໄປຕາມແຜນພັດ ທະນາເສດຖະກິດ- ສັງຄົມຂອງແຂວງທີ່ວາງອອກ ທັງຮັບປະກັນຄຸນນະພາບ, ສາມາດສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ເພື່ອສະໜອງໃຫ້ແກ່ການສ້າງສາພັດທະນາເສດ ຖະກິດ-ສັງຄົມ ມີປະສິດທິຜົນສູງ. ການພັດທະນາຊັບພະຍາ ກອນມະນຸດ ສິ່ງສໍາຄັນ ແມ່ນການສ້າງບຸກຄະລາກອນ ໃຫ້ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ທັງແກ້ໄຂໃຫ້ໄດ້ການສ້າງວຽກເຮັດງານທໍາໃຫ້ແກ່ນັກສຶກສາທີ່ຮຽນຈົບ, ແກ້ໄຂບັນຫາການໄປອອກແຮງງານຢູ່ປະເທດໃກ້ຄຽງ ເຊິ່ງມີຄວາມສ່ຽງຫລາຍດ້ານ ໂດຍສະເພາະໃນສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຊາວໜຸ່ມພົບຄວາມຫຍຸ້ງຍາກໃນການຊອກຫາວຽກເຮັດງານທໍາ ເຊິ່ງສົ່ງຜົນກະທົບຕໍ່ການດໍາລົງຊີວິດປະຈໍາວັນ. ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ການສຶກສາອົບຮົມ ແລະ ຮຽນຮູ້ມູນເຊື້ອຄວາມສາມັກຄີປອງດອງ, ນໍ້າໃຈຮັກຊາດ ແລະ ເສຍສະຫລະ ເພື່ອຜົນປະໂຫຍດສ່ວນລວມ, ສ້າງສະຕິເຄົາລົບກົດໝາຍ, ການປະຕິບັດພັນທະຂອງປະຊາຊົນ.ຈາກນີ້ກໍຊີ້ນໍາຕໍ່ການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງຈຳປາສັກ ແລະບັນຫາສຳຄັນອື່ນອີກ.
ການຢ້ຽມຢາມ ແລະພົບປະໂອ້ລົມຄະນະພັກອົງການປົກຄອງແຂວງຈຳປາສັກໃນຄັ້ງນີ້ ສະແດງເຖິງຄວາມເປັນຫ່ວງເປັນໄຍຂອງກົມການເມືອງສູນກາງພັກ,ລັດຖະບານກໍຄືສະພາແຫ່ງຊາດ ຕໍ່ການປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ,ວຽກງານສະພາປະຊາຊົນແຂວງຈຳປາສັກ ເພືອເປັນກຳລັງໃຈ ໃຫ້ຄະນະພັກອົງການປົກຄອງແຂວງ ໃນການນຳພາ ຊີ້ນຳແນໃສ່ເຮັດໃຫ້ ແຂວງຜ່ານຜ່າໄດ້ຄວາມຫຍຸ້ງຍາກ ແລະ ສືບຕໍ່ ພັດທະນາແຂວງໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ.
ເກດສະໜາ ແກ້ວສຸວັນນະແສງ


