ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນໃນຕອນ ເຊົ້າວັນທີ 22 ມີນາ 2021. ກອງປະຊຸມ ໄດ້ລົງຄະແນນສຽງເຫັນດີເປັນສ່ວນ ໃຫຍ່ຮັບຮອງເອົາ ທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກເປັນປະທານສະພາແຫ່ງຊາດ ຊຸດທີ IX ແລະ ລົງຄະແນນສຽງຮັບຮອງເອົາຮອງປະທານສະພາແຫ່ງຊາດ IX ຈໍານວນ 5 ທ່ານ ຄື: ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ຈະເລີນ ເຢີປາວເຮີ, ທ່ານ ຄຳໃບ ດຳລັດ, ທ່ານ ສົມມາດ ພົນເສນາ ແລະ ພົນໂທ ສຸວອນ ເລືອງບຸນມີ.
ໃນໂອກາດຂຶ້ນກ່າວຮັບໜ້າທີ່ໃນຄັ້ງນີ້ ທ່ານ ໄຊສົມພອນ ພົມວິຫານ ໃຫ້ຄໍາໝັ້ນສັນຍາວ່າ: ຈະຊື່ສັດບໍລິສຸດຕໍ່ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ, ຈະສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້, ຄວາມສາມາດທີ່ມີຮ່ວມກັບໝູ່ຄະນະ ກໍຄື ສະມາຊິກສະພາແຫ່ງຊາດຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໂດຍສະເພາະມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມສະພາແຫ່ງຊາດເຂົ້າໃນການປະຕິບັດສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ຊຸດທີ IX ຕາມທີ່ກໍານົດໄວ້ໃນລັດຖະທໍາ ມະນູນ ແລະ ກົດໝາຍໃຫ້ມີໝາກຜົນຕົວຈິງ ແລະ ອື່ນໆ, ພ້ອມນີ້ ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ, ບັນດາອົງການຈັດຕັ້ງພັກ-ລັດທຸກຂັ້ນ ກໍຄື ປະຊາຊົນລາວບັນດາເຜົ່າຈົ່ງໃຫ້ການຮ່ວມມື, ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫລືອສະພາແຫ່ງຊາດ ເພື່ອເຮັດຫລ້ອນໜ້າທີ່ອັນມີກຽດສະຫງ່າທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ເສດຖະກິດ-ການຄ້າ