ໃນໄລຍະປາຍຝົນ🌧 ຕົ້ນໝາວ❄️ ເປັນອີກລະດູການທີ່ສວຍງາມທີ່ສຸດຂອງນໍ້າກັດຢໍລະປາ🌿 ຂະນະລາຄາທີ່ພັກ, ອາຫານ ແລະ ຄ່າບໍລິການກິດຈະກຳຕ່າງໆ ໃນໄລຍະນີ້ ຫລາຍກິດຈະກໍາຫລຸດລົງກ່ວາປົກກະຕິຫລາຍສົມຄວນ.
ທ່ານ ສີຈັນ ເດືອນດວງດີ ຫົວຫນ້າພະແນກກິດຈະກຳນໍາທ່ຽວ ນໍ້າກັດຢໍລະປາ ໃຫ້ຮູ້ວ່າ: ເພື່ອສົ່ງເສີມລາວທ່ຽວລາວໃຫ້ມີບັນບາດຟົດຟື້ນກ່ວາເກົ່າ ໃນໄລຍະປາຍຝົນຕົ້ນຫນາວນີ້ສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປາ ມີສ່ວນຫລຸດຄ່າທີ່ພັກ 50% ນອກຈາກນີ້ ຄ່າບໍລິການກິດຈະກໍາຕ່າງໆ ມີຫລຸດລົງເຊັ່ນດຽວກັນ ໂດຍອີງຕາມຈຳນວນນັກທ່ອງທ່ຽວທີ່ໃຊ້ບໍລິການໃນແຕ່ລະກິດຈະກໍາ. ປັດຈຸບັນ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວນໍ້າກັດຢໍລະປາຫລຸດລົງຫລາຍ ແລະ ສ່ວນໃຫຍ່ແມ່ນນັກທ່ອງທ່ຽວພາຍໃນປະເທດ.
ນໍ້າກັດຢໍລະປາ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດທີ່ມີຊື່ສຽງແຫ່ງຫນຶ່ງຂອງລາວ ຕັ້ງຢູ່ຫ່າງຈາກເທດສະ ບານເມືອງໄຊ ແຂວງອຸດົມໄຊ ປະມານ 17 ກິໂລແມັດ. ສະຖານທີ່ທ່ອງທ່ຽວດັ່ງກ່າວ ມີບໍລິການຫລາກຫລາຍກິດຈະກຳ ເປັນຕົ້ນ:
– ຂີ່ລົດຊົມປ່າ-ຢ່າງປ່າ-ໄຕ່ຂົວອູ່-ຊົມນໍ້າຕົກ
– ຂີ່ລົດຊົມປ່າ-ຢ່າງປ່າ-ຊົມຕົ່ນໄມ້ໃຫຍ່
– ຂີ່ລົດເອທີວີ
– ໄຕ່ຂົວໂຕວີ ແລະ ຊົມວິວພູໂຕະຫີນ
– ປີນຕາໜ່າງແມງມູມ
– ຂີ່ສະລີງດື່ມກາເຟ
– ໄຕ່ຂົວໂຕວີ – ໄຕ່ຫາໜ້າຜາ-ຂີ່ຕາຫນ່າງລອຍເທິງສາຍນ້ຳ
ກັດ-ຂີ່ສະລີງ 3 ເສັ້ນ
– Amazing standpoint
ນອກຈາກນີ້ ຍັງມີອີກຫລາກຫລາຍກິດຈະກຳ ເຊີ່ງລວມທັງຫມົດຫລາຍກ່ວາ 50 ກິດຈະກຳ ໃຫ້ສຳຜັດໄປພ້ອມໆ ກັບທໍາມະຊາດທີ່ສົດຊົດຊື່ນຈາກປ່າໄມ້ທີ່ອຸດົມສົມບູນ ແລະ ສາຍນໍ້າກັດທີ່ໄຫລເຢັນຕະຫລອດປີ.
ຂ່າວ: ບຸນຕຽງ ຈັນທະວົງ