ນະຄອນຫລວງວຽງຈັນ ຈະຈັດການສອບເສັງຈົບຊັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2020-2021 ພາຍໃນເດືອນກໍລະກົດນີ້ ຖ້າຫາກຄະນະສະ ເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງນະຄອນຫລວງວຽງຈັນ ອະນຸມັດ ເນື່ອງຈາກການກະກຽມທຸກວຽກງານໃຫ້ແກ່ການສອບເສັງຄັ້ງນີ້ສໍາເລັດໝົດແລ້ວ.
ທ່ານ ສົມພອນ ສອນດາລາ, ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ໃຫ້ສໍາພາດໃນວັນທີ 8 ກໍລະກົດນີ້ ວ່າ: ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ຫລຸດ ລົງແລ້ວ, ພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ໄດ້ຄົ້ນຄ້ວາເພື່ອຈັດການສອບເສັງຈົບຊັ້ນ ປ5, ມ4 ແລະ ມ7 ປະຈໍາສົກຮຽນ 2020-2021, ທັງ 3 ຊັ້ນ ຈະສອບເສັງໃຫ້ສໍາເລັດພາຍໃນເດືອນກໍລະກົດນີ້, ໃນນີ້ ປ5 ຈະສອບເສັງລະຫວ່າງວັນທີ 12-16, ມ4 ລະຫວ່າວັນທີ 21-23 ແລະ ມ7 ສອບເສັງລະຫວ່າງວັນທີ 28-30 ໂດຍຈະປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ເຊີ່ງນອກຈາກຕ້ອງໃສ່ຜ້າອັດປາກ-ດັງ ແລະ ມີຈຸດລ້າງມືດ້ວຍເຈວ ຫລື ເຫລົ້າສໍາລັບລ້າງມື. ສໍາລັບຄູສອນທີ່ຈະປະຕິບັດໜ້າທີ່ຍາມຫ້ອງສອນ ແລະ ປະຕິບັດວຽກງານອື່ນໆ ທີ່ກ່ຽວຂ້ອງກັບການສອບເສັງຕ້ອງສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບທັງສອງເຂັມ ເຊີ່ງມາຮອດປັດຈຸບັນ ຄູສອນໃນນະຄອນຫລວງວຽງຈັນ ໄດ້ສັກວັກຊີນທັງເຂັມທີ 1 ແລະ ເຂັມທີ 2 ລວມກັນປະມານ 70 ສ່ວນຮ້ອຍຂອງຈຳ ນວນຄູສອນທັງໝົດ, ສ່ວນຫ້ອງສອບເສັງແຕ່ລະຫ້ອງກໍານົດໃຫ້ນັກຮຽນເຂົ້າສອບເສັງຫ້ອງລະ 15 ຄົນ ເພື່ອຮັກສາໄລຍະຫ່າງ. ນອກຈາກນີ້ ຈະໄດ້ອອກແຈ້ງການຂໍຄວາມຮ່ວມມືກັບພໍ່ແມ່ ຫລື ຜູ້ປົກຄອງນັກຮຽນ ແຕ່ງເຂົ້າໃຫ້ລູກຫລານຂອງຕົນມາກິນຢູ່ໂຮງຮຽນໃນມື້ສອບເສັງ, ຂະນະທີ່ນັກ ຮຽນຕ້ອງແຍກກັນກິນເຂົ້າຢູ່ເຂດທີ່ໂຮງຮຽນກໍານົດ ແລະ ຫ້າມເດັດຂາດບໍ່ໃຫ້ກັນເຂົ້າຮວມກັນເປັນກຸ່ມ ໂດຍຈະໃຫ້ຄູສອນຢູ່ແຕ່ລະສູນສອບ ເສັງແບ່ງກັນຕິດຕາມນັກຮຽນຢ່າງໃກ້ຊິດຕໍ່ການປະຕິບັດມາດຕະການປ້ອງ ກັນພະຍາດໂຄວິດ-19 ຂອງນັກຮຽນທຸກຄົນໃນໄລຍະມື້ສອບເສັງຂອງແຕ່ ລະຊັ້ນຮຽນ.
ທ່ານ ສົມພອນ ສອນດາລາ ໃຫ້ຮູ້ຕື່ມວ່າ: ສໍາລັບການກະກຽມບັນດາວຽກງານເພື່ອຮອງຮັບໃຫ້ແກ່ການສອບເສັງຄັ້ງນີ້ ແມ່ນສໍາເລັດໝົດແລ້ວ ເປັນຕົ້ນ: ການກະກຽມສູນສອບເສັງ, ຫົວບົດສອບເສັງ, ຄູສອນເພື່ອຍາມຫ້ອງເສັງ, ອຸປະກອນທີ່ຈະໃຊ້ສໍາລັບການສອບເສັງ ແລະ ອື່ນໆ. ສ່ວນການທົບທວນຄືນບົດ ຮຽນນັ້ນ ທາງພະແນກໄດ້ເນັ້ນໃຫ້ຄູສອນແຕ່ລະວິຊາສະ ຫລຸບບົດຮຽນສໍາຄັນທີ່ໄດ້ຮຽນມາໃຫ້ນັກຮຽນຂອງຕົນຜ່ານທາງອອນລາຍ. ຢ່າງໃດກໍ່ຕາມ ແຜນຈັດການສອບເສັງຈົບຊັ້ນ ປ5,ມ4 ແລະ ມ7 ປະຈໍາສົກຮຽນ 2020-2021 ທີ່ກະກຽມໄວ້ນີ້ ຈະໄດ້ຮັບການຈັດຂຶ້ນ ຫລື ບໍ່ນັ້ນ ຕ້ອງໄດ້ຮັບການອະນຸຍາດ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງນະຄອນຫລວງວຽງຈັນ, ລວມເຖີງກະຊວງສຶກສາທິການ ແລະ ກິລາ ກ່ອນ ເຊີ່ງທາງພະແນກ ໄດ້ຍື່ນເອກະ ສານເຖີງສອງພາກສ່ວນທີ່ກ່ຽວຂ້ອຍຮຽບຮ້ອຍແລ້ວ.
ສຳລັບວິຊາສອບເສັງ: ຊັ້ນ ປ5 ສອບເສັງ 4 ວິຊາ ຄື: ພາສາລາວ (ຫັດແຕ່ງ), ພາສາລາວ (ຂຽນທວາຍ+ຄໍາຖາມ), ຄະນິດສາດ ແລະ ໂລກອ້ອມໂຕ, ມ4 ສອບເສັງ 6 ວິຊາ ຄື: ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະ ຍາສາດທໍາມະຊາດ, ສຶກສາພົນລະເມືອງ, ຄະນິດສາດ ແລະ ພາສາອັງກິດ, ມ7 ສອບເສັງ 5 ວິຊາ ຄື: ພາສາລາວ-ວັນນະຄະດີ, ວິທະຍາສາດສັງຄົມ, ວິທະ ຍາສາດທໍາມະຊາດ, ຄະນິດສາດ ແລະ ພາສາອັງກິດ.
Cr: ສື່ເພື່ອສັງຄົມ ALL in ALL
Loading...