ວັນທີ 7 ກໍລະກົດ 2022 , ການນຳນະຄອນດານັງ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ກວ່າງ ກໍາມະການສູນກາງພັກ, ເລຂາຄະນະພັກນະຄອນດານັງ, ຫົວໜ້າຄະນະຜູ້ແທນສະມາຊິກສະພາແຫ່ງຊາດນະຄອນດານັງ ພ້ອມຄະນະ ໄດ້ມອບເງິນຈຳນວນ 4,8 ຕື້ດົງ ໃຫ້ໂຮງຮຽນສາມັນສຶກສາ ມິດຕະພາບລາວ-ຫວຽດນາມ ສະຫວັນນະເຂດ ເພື່ອສ້າງເດີ່ນກິລາອະເນກປະສົງ ຢູ່ໂຮງຮຽນດັ່ງກ່າວ ຕາງໜ້າຮັບໂດຍ ທ່ານ ເລືອງໄຊ ບຸນໂຊກວັນ ປະທານສະມາຄົມຊາວຫວຽດນາມ ປະຈຳແຂວງສະຫວັນນະເຂດ ໂດຍມີ ທ່ານ ນາງ ຫລິງທອງ ແສງຕາວັນ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ເລືອງໄຊ ບຸນໂຊກວັນ ໄດ້ໃຫ້ຮູ້ວ່າ: ໂຮງຮຽນສາມັນສຶກສາ ມິດ ຕະພາບລາວ-ຫວຽດນາມ ສະຫວັນນະເຂດ ໄດ້ນໍາໃຊ້ມາແຕ່ປີ 2019 ດ້ວຍງົບປະມານການກໍ່ສ້າງ 2,2 ລ້ານໂດລາ, ໃນນັ້ນລັດຖະບານແຫ່ງ ສສ ຫວຽດນາມ ຊ່ວຍເຫລືກລ້າຈຳນວນ 2 ລ້ານໂດລາ ແລະ ທຶນປະກອບສ່ວນຂອງສະມາຄົມ 2 ແສນໂດລາ ພາຍໃຕ້ການຄຸ້ມຄອງບໍລິຫານງານຂອງ ຄະນະສະມາຄົມຊາວຫວຽດນາມ ແຂວງສະຫວັນນະເຂດ. ສ່ວນດ້ານວິຊາການ ໂຮງຮຽນແມ່ນຈັດຕັ້ງປະຕິບັດ ພາຍໃຕ້ການຊີ້ນຳຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ.
ຂ່າວ: ອັກສອນສິນ
ພາບ: ຄຳແພງເພັດ
Loading...