ນະຄອນຫລວງປັກກິ່ງຂອງຈີນ ໄດ້ອອກຫລາຍມາດຕະການຫລາຍຢ່າງເພື່ອຊຸກຍູ້ສົ່ງເສີມການບໍລິໂພກ ຫລັງ ຈາກທີ່ນະຄອນຫລວງປັກກິ່ງບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ມາໄດ້ດົນສົມຄວນແລ້ວ.
ມາດຕະການດັ່ງກ່າວ ແມ່ນການປະຕິບັດງານຮ່ວມກັນລະຫວ່າງໜ່ວຍງານຂອງລັດ 8 ຂະແໜງການ, ໃນນັ້ນລວມມີ: ການອອກປີ້ແລກອາຫານ (Coupons) ມູນຄ່າ 100 ລ້ານຢວນ (14,9 ລ້ານໂດລາສະຫະລັດ) ທັງທາງອິນເຕີເນັດ ແລະ ບໍ່ແມ່ນອິນເຕີເນັດ ເລີ່ມແຕ່ເດືອນກໍລະກົດປີນີ້ເປັນຕົ້ນໄປເພື່ອຊຸກຍູ້ສົ່ງເສີມການຟື້ນຕົວຂອງຕະຫລາດ ດ້ານອາຫານ.
ທ່ານ Guo Wenjie ຮອງຜູ້ອໍານວຍການສໍານັກງານການຄ້ານະຄອນຫລວງປັກກິ່ງ ໃຫ້ຮູ້ວ່າ: ຄູປອງດັ່ງກ່າວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ແລະ ລັດວິສາຫະກິດ.
ນອກຈາກນີ້ ນະຄອນຫລວງປັກກິ່ງ ຈະຂະຫຍາຍການນໍາໃຊ້ພາຫະນະ ແລະ ເປີດກິດຈະກໍາຕ່າງໆ ຢ່າງສະ ຫມໍ່າສະເຫມີ ເພື່ອສົ່ງເສີມການຊົມໃຊ້ລະບົບດິຈິຕອລ, ວັດທະນະທໍາ ແລະ ກິລາ ແລະ ອື່ນໆ.
ທ່ານ Dai Ying, ຮອງຄະນະກໍາມະການພັດທະນາ ແລະ ປະຕິຮູບເທດສະບານນະຄອນຫລວງປັກກິ່ງ ໃຫ້ຮູ້ວ່າ: ມາດຕະການທັງໝົດທີ່ວາງອອກ ຄາດວ່າຈະຊ່ວຍຊຸກຍູ້ສົ່ງເສີມການບໍລິໂພກ, ຫລຸດຜ່ອນຜົນກະທົບ ແລະ ການຜະລິດພາຍໃນນະຄອນຫລວງປັກກິ່ງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ຟື້ນຕົວຄືນຢ່າງວ່ອງ ໄວ.
Source: Xinhua.
Loading...