ພະແນກກະສິກຳແລະປ່າໄມ້ນະຄອນຫຼວງວຽງຈັນສົມທົບກັບ ເມືອງສີສັດຕະນາກ, ກົມລ້ຽງສັດແລະການປະມົງ ຈັດພິທີປ່ອຍປາ ເນືຶ່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນ້ຳສັດປາແຫ່ງຊາດວັນທີ 13 ກໍລະກົດ ປີນີ້ຈັດຂື້ນໃນຕອນເຊົ້າວັນທີ 13 ກໍລະກົດ 2020. ທີ່ບໍລິເວນຂົວບຶງທາດຫຼວງ ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ມີທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກຳແລະປ່າໄມ້ , ທ່ານເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ຕະຫຼອດຮອດພາກສ່ວນກ່ຽວຂ້ອງ ແລະປະຊາຊົນບ້ານໃກ້ຄຽງເຂົ້າຮ່ວມ .
ປາທີ່ນຳມາປ່ອຍໃນຄັ້ງນີ້ ມີປາກິນຫຍ້າ, ປາປາກ, ແລະປາທຳມະຊາດ ຈຳນວນ 180.000ໂຕ, ເຕົ່າ, ນົກ ແລະ ສັດອື່ນໆອີກຈຳນວນໜຶ່ງ. ສຳລັບປີ 2020 ນີ້ ນະຄອນຫຼວງວຽງຈັນຈະສືບເປີດຂະບວນການສະເຫຼີ່ມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນໍ້າສັດປ່າ ແຫ່ງຊາດ 13 ກໍລະກົດ ຊຶ່ງທັງເປັນວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 111 ປີ ໃຫ້ເປັນຂະບວນຟົດຟື້ນ ໂດຍໃຫ້ບັນດາເມືອງ ແລະ ອົງການປົກຄອງບ້ານ ປ່ອຍປາຄືນສູ່ທຳມະຊາດ ແລະວັງສະຫງວນໃຫ້ໄດ້ 12 ແຫ່ງ, ຄາດວ່າຈະປ່ອຍປາຄືນສູ່ທຳມະຊາດ ໃຫ້ໄດ້ 1 ລ້ານໂຕ, ຜະລິດປານ້ອຍ 30 ລ້ານໂຕ, ປ່ອຍປາລົງ ໜອງ ແລະກະຊັງ 150 ລ້ານໂຕ ເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ. ພ້ອມກັນນີ້ ຈະສືບຕໍ່ເຜີຍແຜ່ຄຳສັງ ຫ້າມຈັບ, ຫ້າມຊື້-ຂາຍ, ບໍ່ລ່າ ສັດນໍ້າ-ສັດປ່າ ໂດຍສະເພາະ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ; ບໍ່ຫາປາໃນລະດູວາງໄຂ ຫຼື ໄລຍະເຂົ້າພັນສາ; ບໍ່ຕັນທາງເດີນຂອງປາຂື້ນວາງໄຂ ດ້ວຍວິທີເຮັດຕ້ອນເຮັດລີ່ ແລະ ອື່ນໆ ທີ່ເປັນການລະເມີດກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ແລະ ກົດໝາຍວ່າດວ້ຍການປະມົງ.
ຕາມການລາຍງານ ຂອງຄະນະກຳການແມ່ນໍ້າຂອງສາກົນ ແລະ ສະຖາບັນຄົ້ນຄວ້າ ຂອງ ສປປ ລາວ , ສປປ ລາວ ມີປາທຳມະຊາດ ຫຼາຍກ່ວາ 481 ຊະນິດ, ສັດເຄີ່ງບົກ-ເຄິງນໍ້າ 37 ຊະນິດ, ກະປູ 7 ຊະນິດ, ກຸ້ງ 10 ຊະນິດ. ຕາມການຄົ້ນຄວ້າ ຂອງສູນຄົ້ນຄວ້າການປະມົງ ເຫັນວ່າມີ 24 ຊະນິດມີທ່າແຮງນຳໄປລ້ຽງເປັນສິນຄ້າ ແລະ ບັນດາສູນ/ສະຖານີຂອງລັດ ແລະ ຜູ້ປະກອບການ ໄດ້ເພາະລ້ຽງປາພື້ນເມືອງ 18 ຊະນິດ ແລະ ປາພັນ 9 ຊະນິດ ເພື່ອເປັນສິນຄ້າ.
ຕາມການປະເມີນຂອງຄະນະກຳມະການ ແມ່ນໍ້າຂອງສາກົນ ແລະ ກະຊວງກະສິກຳ ແລະ ປ່າໄມ້, ສປປ ລາວ ມີຜົນຜະລິດປາທຳມະຊາດ 167.922 ໂຕນ/ປີ, ສັດນໍ້າອື່ນໆ ປະມານ 40.581 ໂຕນ/ປີ ແລະ ມີມູນຄ່າລວມຫຼາຍກ່ວາ 150 ລ້ານໂດລາ/ປີ, ປະຊາຊົນບັນດາເຜົາ ຢູ່ເຂດຊົນນະບົດຫຼາຍກວ່າ 75% ບໍລິໂພກປາ ແລະ ສັດນໍ້າປະພດຕ່າງໆ.