ຕອນບ່າຍ ວັນທີ22 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ ດຣ. ລັດສະໝີ ວົງຄໍາຊາວຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຖະແຫລງຕໍ່ສື່ມວນຊົນກ່ຽວກັບສະພາບການລະບາດຂອງພະຍາດCOVID-19ຢູ່ ສປປ ລາວວ່າ: ວັນທີ 21 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,377 ຕົວຢ່າງ ພົບຜູ້ຕິດເຊື້ອ 19 ຄົນ ໃນນັ້ນນະຄອນຫຼວງ 9 ກໍລະນີ, ສະຫວັນນະເຂດ 2 ກໍລະນີ, ຈຳປາສັກ 7 ກໍລະນີ ແລະ ອຸດົມໄຊ 1 ກໍລະນີ. ປະຈຸບັນຈໍານວນຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດແມ່ນ 1,782ຄົນ, ຈໍານວນຜູ້ເສຍຊີວິດສະສົມ ຍັງຢູ່ທີ່ 2ຄົນ, ປີ່ນປົວດີແລ້ວ 1,025 ຄົນ ແລະ ກໍາລັງປີ່ນປົວ 755 ຄົນ, ສະເພາະມື້ນີ້ປົວດີ ແລະອອກໂຮງໝໍເພີ່ມອີກ 225ຄົນ.
– ສໍາລັບຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງ 9ຄົນ (ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ມີການຕິດເຊື້ອໃນຊຸມຊົນ)
– ສໍາລັບແຂວງຈໍາປາສັກ 7ຄົນ ແລະ ແຂວງສະຫວັນນະເຂດ 2 ຄົນແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ.
– ສຳລັບແຂວງອຸດົມໄຊ 1 ຄົນ ແມ່ນຄົນເຈັບທີ່ຕິດເຊື້ອໃໝ່ທີ່ບໍ່ໄດ້ເດີນທາງໄປທາງໃດ.
ໂອກາດດຽວກັນນີ້ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາກະຊວງສາທາລະນະສຸກ, ໄດ້ໃຫ້ຮູ້ປະຫວັດການເດີນທາງຂອງຜູ້ຕິດເຊື້ອ ຈໍານນວນ 9 ຄົນໃນນະຄອນຫລວງວຽງຈັນວ່າ ທັງໝົດແມ່ນພົບໃນຊຸມຊົນ ເຊິ່ງ7ຄົນ ແມ່ນຈາກຈຸ້ມທີ່ເກີດຢູ່ບ້ານນາສ້າງໄພ ແລະມີການພົວພັນກັບ 2 ຄົນທີ່ຕິດກ່ອນໜ້ານີ້ ແລະມີປະຫວັດເດີທາງໄປຫລາຍບ່ອນຄື:
ວັນທີ 13 ຫາວັນທີ 18 ພຶດສະພາ 2021 ໄປທະນາຄານເອຊີລີດາ ສາຂາທາດຫລວງ.
ວັນທີ 17 -20 ພຶດສະພາ 2021 ສູນການເງິນຈຸລະພາກ ສາຂາບ້ານໂນນຄໍ້.
ວັນທີ 20 ພຶດສະພາ ໄປສະຖາບັນການເງິນລາວຍີ່ປຸ່ນ, ເສັ້ນທາງໂພນພະເນົາ- ໂພນຕ້ອງ.
ວັນທີ 1- 20 ພຶດສະພາ ໄປຕະຫລາດໂນນຄໍ້.
ວັນທີ 16- 19ພຶດສະພາ ໄປ K-PLAZA.
ວັນທີ 1 – 20 ພຶດສະພາ ໄປຕະຫລາດໂນນຄໍ້.
ວັນທີ 1- 19 ພຶດສະພາ ໄປຕະຫລາດຫົວຂົວ.
ວັນທີ 20 ພຶດສະພາ ໄປຕະຫລາດດົງຈອງ.
ວັນທີ 10 ພຶດສະພາ ໄປຕະຫລາດໂພນຕ້ອງສະຫວາດ.
ວັນທີ 12 ພຶດສະພາ ໄປຂາຍຢາຢູ່ບ້ານໄຮຄໍາ.
ວັນທີ 10-20 ພຶດສະພາ ໄປຂາຍເຄື່ອງຍ່ອຍຢູ່ຢູ່ເຂດບ້ານສົມສະຫງ່າ.
ວັນທີ 1 -20 ພຶດສະພາ ໄປຕະຫລາດໄອຊິນ ບ້ານນາສ້າງໄພ.
ສໍາລັບຜູ້ທີ່ສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ບຸກຄົນທີ່ເດີນທາງໄປໃນເຂດທີ່ມີຄວາມສ່ຽງນັ້ນ ໃຫ້ເອົາໃຈໃສ່ໄປກວດຊອກຫາເຊື້ອ ເຖິງວ່າຜົນກວດຈະອອກມາເປັນລົບ ຫຼື ຍັງຢູ່ໃນໄລຍະລໍຖ້າຜົນກວດຢູ່ ກໍ່ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ຈົນກວ່າຈະຄົບ 14 ວັນ.
Loading...