ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ເຂັ້ມງວດກວດກາ ເພື່ອບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າປະເພດຕ່າງໆ ທີ່ຈໍາເປັນໃນໄລຍະສະເຫລີມສະຫລອງສົ່ງທ້າຍປີເກົ່າ ຄສ 2021 ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2022, ທັງຮັບປະກັນໃຫ້ມີສິນຄ້າ ໂດຍສະເພາະສິນຄ້າບໍລິໂພກຕາມທ້ອງຕະຫລາດພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ.
ທ່ານ ນັນຕາ ສານຸວົງ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ໄດ້ອອກແຈ້ງການໃຫ້ບັນດາຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຕິດຕາມສະພາບການສະໜອງສິນຄ້າຕາມທ້ອງຕະຫລາດພາຍໃນທ້ອງຖິ່ນຂອງຕົນໃນໄລຍະສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ເພື່ອບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາ ຫລື ກັກຕຸນສິນຄ້າຕາມລໍາພັງໃຈ, ກໍານົດລາຄາສິນຄ້າທີ່ຢູ່ໃນການຄຸ້ມຄອງ ໂດຍສະເພາະ ເຂົ້າສານ, ຊີ້ນໝູ ແລະ ປານິນກະຊັງ. ໂດຍລະດົມໃຫ້ຜູ້ຜະລິດນໍາເອົາຜົນຜະລິດຂອງຕົນມາຈໍາໜ່າຍໃຫ້ຫລາຍ ພ້ອມນີ້ ຍັງໄດ້ຫ້າມນໍາເອົາສິນຄ້າເກືອດຫ້າມມາຈໍາໜ່າຍຢ່າງເດັດຂາດ ເປັນຕົ້ນໝາກກະໂພກ, ດອກໄມ້ໄຟ ທີ່ເປັນອັນຕະລາຍຕໍ່ສັງຄົມ ຖ້າພົບເຫັນຈະຖືກປັບໃໝຕາມລະບຽບກົດໝາຍຂອງບ້ານເມືອງ ໂດຍໄດ້ແຕ່ງຕັ້ງເຈົ້າໜ້າທີ່ລົງກວດກາສະພາບການຈໍາໜ່າຍສິນຄ້າຕາມທ້ອງຕະຫລາດ ມືໜຶ່ງ 3 ຈຸ ໂດຍສະເພາະ 8 ຕະຫລາດໃຫຍ່ທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກອຸດສາຫະກໍາ ແລະ ການຄ້ານະຄອນລວງວຽງຈັນ, ລວມເຖີງ ສູນການຄ້າທີ່ໃຫຍ່ 10 ກວ່າແຫ່ງ. ສ່ວນຕະຫລາດລະດັບກາງ ແລະ ນ້ອຍ ມອບໃຫ້ຫ້ອງການກ່ຽວຂ້ອງຂອງແຕ່ລະເມືອງຕິດຕາມຢ່າງໃກ້ສິດໃນແຕ່ລະວັນ.