ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 14 ຕຸລາ 2023, ນະຄອນຫຼວງວຽງຈັນ, ໄດ້ຈັດພິທີຈູດທຳລາຍຢາເສບຕິດ ເນື່ອງໃນວັນວັນແຫ່ງຊາດຕ້ານຢາເສບຕິດ 12 ຕຸລາ 2023 ຄົບຮອບ 22 ປີ (12 ຕຸລາ 2001-12 ຕຸລາ 2023)ໂດຍມີ ທ່ານ ອານຸພາບ ຕຸນາລົມ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີບັນດາທ່ານຄະນະການນຳຂັ້ນສູງຂອງບັນດາກະຊວງ, ອົງການທຽບເທົ່າກະຊວງ ຄະນະການນຳອົງການປົກຄອງນະຄອນຫຼວງວຽງຈັນ, ທູດຕານຸທູດ, ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ເຂົ້າຮ່ວມ.
ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ໃນໄລຍະ 1 ປີ ທີ່ຜ່ານມາ, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໄດ້ເຮັດ ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໄດ້ທັງໝົດ 1.102 ເລື່ອງ, ກັກຜູ້ຖືກຫາ ໄດ້ຈໍາ ນວນ 1.707 ຄົນ ຍິງ 186 ຄົນ, ໃນນີ້ແກ້ໄຂຈຸດມົ້ວສຸມຢາເສບຕິດ 100 ຈຸດ, ມີຜູ້ມົ້ວສຸມເສບ 666 ຄົນ ຍິງ 83 ຄົນ ແລະ ໄດ້ຍຶດວັດຖຸເຄື່ອງຂອງກາງຈຳນວນຫຼາຍລາຍການ ເປັນຕົ້ນແມ່ນ:ປະເພດຢາເສບຕິດ:ຢາບ້າຈຳນວນ 15.869.713 ເມັດ, ຢາໄອສ໌ ຈຳນວນ 13 ກິໂລກຼາມ, ເຮໂຣອິນ ຈຳນວນ 18 ກິໂລກຼາມ ຢາເຄຕາມິນ ຈຳນວນ 11 ກິໂລກຼາມ, ກັນຊາ ຈຳນວນ55 ແທ່ງ ກັບ 19 ກິໂລກຼາມ, ແປ້ງສີຂາວຈຳນວນ 41 ກິໂລ ກັບ 3 ເປົ້າ. 468 ກິໂລກຼາມ, ເມັດສີດຳ,ສີຂາວ, ລູກກະສູນປືນ ຈຳນວນ ຈຳນວນ 5.733 ລູກ, ມາກແຕກ 7 ໜ່ວຍ ແລະອື່ນໆ.
ສຳລັບພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ 12 ຕຸລາ 2023 ຄົບຮອບ 22 ປີ ໃນມື້ນີ້, ໄດ້ທໍາລາຍຢາເສບຕິດທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວໃຫ້ນໍາໄປທໍາລາຍຖິ້ມ, ໃນນີ້ມີຢາ ເສບຕິດທີ່ໄດ້ມາຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກົມຕຳຫຼວດສິ່ງແວດລ້ອມ ແລະ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ນະຄອນຫຼວງວຽງຈັນ ມີຢາບ້າ 385,27 ກິໂລກຼາມ, ຢາໄອສ໌ 43,64 ກິໂລກຣາມ, ເຮໂຣອິນ 7,44 ກິໂລກຼາມ, ຢາອີ 2,85 ກິໂລກຼາມ, ເຄຕາມິນ 0,34 ກຼາມ, ຄັນຊາ 0,63 ກຼາມ, ໃບກະທ້ອມ 2,6 ກິໂລກຼາມ, ແປ້ງຝຸ່ນສີຂາວ, ສີນໍ້າຕານ, ສີແດງ 0,14 ກຼາມ, ກ້ອນສີຂາວ, ສີຟ້າຄ້າຍຄືຢາໄອສ໌ 0,31 ກຼາມ ແລະ ຝິ່ນປະສົມຮາກໄມ້,ປະສົມຢາພື້ນເມືອງ, ຍ້ອມໃສ່ເສື້ອຜ້າ, ແຜ່ນແພ 185 ກິໂລກຼາມ; ລວມນໍ້າໜັກຢາເສບຕິດ ທັງໝົດ: 628 ກວ່າກິໂລກຼາມ (ຫົກຮ້ອຍຊາວແປດກວ່າກິໂລ), ນອກຈາກນີ້, ຍັງມີຢາສູບໄຟຟ້າຈຳນວນ 320 ອັນ ແລະ ຢາສູບທີ່ນໍາເຂົ້າບໍ່ຖືກຕ້ອງຈໍານວນ 442 ແກັດ ເທົ່າ ກັບ 7.241 ກິໂລກຼາມ.(ເຈັດພັນສອງຮ້ອຍສີ່ສິບເອັດກິໂລ).
ພາບ-ຂ່າວ: ສິລິພອນ