ໃນ ວັນທີ 5 ມັງກອນ 2022 ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາ ທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເຂົ້າກາບໄຫວ້ສັກ ກາລະບູຊາປະທານໄກສອນ ພົມວິຫານ ກ່ອນເດີນທາງໄປ ແຂວງຊຽງຂວາງ ເພື່ອ ຖອດຖອນບົດຮຽນ ຮ່ວມກັບພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ (ສກຂ) ໃນ ລະຫວ່າງວັນທີ 5-7 ມັງກອນ 2022 ເພື່ອ ກະກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນງານກິລາແຫ່ງຊາດ ຄັ້ງທີ 11 ທີ່ ແຂວງຊຽງຂວາງ ເປັນເຈົ້າພາບ ແລະ ກຽມຄວາມພ້ອມຈະຈັດງານກິລາແຫ່ງຊາດ ຄັ້ງທີ 12 ປີ 2023 ທີ່ນະຄອນຫຼວງວຽງຈັນໄດ້ ຮັບກຽດເປັນເຈົ້າພາບ.

ຈຸດປະສົງໃນການຮ່ວມຖອດຖອນບົດຮຽນກັບ ພະແນກສຶກສາ ທິການ ແລະ ກິລາ ແຂວງຊຽງຂວາງ ໃນຄັ້ງນີ້ ເພື່ອຖອດຖອນບົດຮຽນ ໃນການກະກຽມທາງດ້ານເນື້ອໃນເອກະສານຕ່າງໆ, ດ້ານພິທີການຝ່າຍຮັບຜິດຊອບດຳເນີນງານ, ດ້ານບຸກຄະລາກອນແຕ່ລະຝ່າຍ, ດ້ານງົບປະມານແມ່ນໜ່ວຍງານໃດຂຶ້ນແຜນ ແລະ ຮັບຜິດ ຊອບຄິດໄລ່ແຜນງົບປະມານມາຮັບໃຊ້ຮອບດ້ານ ແລະ ບັນດາຫົວໜ້າຄະນະຮັບ ຜິດຊອບແຕ່ລະປະເພດກິລາສະເໜີງົບປະມານຫຼືອຸປະກອນຮັບໃຊ້ນຳໜ່ວຍງານຕ່າງໆ ເພື່ອຂໍການຊີ້ນຳຈາກ ສກຂ ຊຽງຂວາງ ແນະນຳຊ່ວຍສຳເນົາເອກະສານຕ່າງໆທີ່ກ່ຽວຂ້ອງໃນການກະກຽມຈັດງານເພື່ອເປັນບ່ອນອີງໃຫ່ແກ່ຄະນະຮັບຜິດຊອບຈັດງານຂອງນະຄອນຫຼວງວຽງຈັນໃນໄປເປັນແມ່ແບບໃນການຈັດຕັ້ງປະຕິບັດໃຫ້ເກີດຜົນສຳເລັດສູງສຸດ. ຫຼັງຈາກນັ້ນ, ຄະນະນະຄອນຫຼວງ ກໍໄດ້ທ່ຽວຊົມສະໜາມກິລາຕ່າງໆ ທີ່ກຽມຮອງຮັບແຂ່ງຂັນງານກິລາແຫ່ງຊາດ ທີ່ແຂວງຊຽງຂວາງ ໃນວັນທີ 6 ມັງກອນ 2022.


ໂດຍ ສົງການ ພັນແພງດີ