ວັນທີ 5 ຕຸລາ 2021 ນີ້, ທີ່ຮັບແຂກຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດພິທີມອບ-ຮັບເງິນຊ່ວຍເຫຼືອ ຈໍານວນ 20.000 ໂດລາສະຫະລັດ ຈາກອົງການປົກຄອງ ແລະປະຊາຊົນ ນະຄອນຫຼວງຮ່າໂນ້ຍແຫ່ງ ສສ ຫວຽດນາມ ໃຫ້ແກ່ອົງ ການປົກຄອງແຂວງຫຼວງພະບາງ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະສະກັດກັ້ນ ການລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນແຂວງ.
ຕາງໜ້າກ່າວມອບໂດຍ ທ່ານ ຫງວຽນດັ້ງຮຸ່ງ ຫົວໜ້າສະຖານກົງໃຫຍ່ ສສ ຫວຽດ ນາມ ປະຈໍາພາກເໜືອແຂວງຫຼວງພະບາງ ກ່າວຮັບໂດຍ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໂດຍຊ້ອງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
ໂອກາດນີ້ ທ່ານ ຫງວຽນດັ້ງຮຸງ ໄດ້ລາຍ ງານສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ ສສ ຫວຽດນາມ ໂດຍສະ ເພາະແມ່ນຢູ່ນະຄອນຫຼວງຮ່າໂນຍ ໃຫ້ແກ່ທ່ານເຈົ້າແຂວງຫຼວງພະບາງໄດ້ຮັບຮູ້. ພ້ອມນີ້ ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ລາຍງານສະພາບການລະບາດຂອງພະ ຍາດ ໂຄວິດ-19 ຢູ່ແຂວງຫຼວງພະບາງ ພ້ອມທັງສະແດງຄວາມຂອບໃຈຢ່າສູງ ທີອົງການປົກຄອງ ແລະປະຊາຊົນ ນະ ຄອນຫຼວງຮ່າໂນ້ຍ ໄດ້ໃຫ້ການຊ່ວຍເຫຼືອແຂວງຫຼວງພະບາງໃນຄັ້ງນີ້, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການປ້ອງກັນ ຄວບຄຸມ ແລະແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຢູ່ແຂວງຫຼວງພະບາງ, ໃນໄລຍະຜ່ານມາ, ລັດຖະ ບານ ກໍຄື ອົງການປົກຄອງບັນດາແຂວງຂອງ ສສ ຫວຽດນາມ ໄດ້ໃຫ້ການຊ່ວຍ ເຫຼືອແກ່ແຂວງຫຼວງພະບາງ ມາໂດຍຕະຫຼອດ ເປັນຕົ້ນ ເງິນສົດ, ອຸປະກອນການປ້ອງກັນ ເຊື້ອພະຍາດໂຄວິດ-19 ແລະເຄື່ອງມືການແພດ ເປັນຈໍານວນຫຼວງຫລາຍ ສະແດງເຖິງຄວາມສາມັກຄີ ຊ່ວຍເຫຼືອຊຶ່ງກັນ ແລະກັນໃນຍາມເກີດວິກິດ, ທັງເປັນການສະແດງເຖິງ ຄວາມສາມັກຄີແບບພິເສດ ແລະການຮ່ວມືຮອບດ້ານ ລະຫວ່າງ ສອງຊາດລາວ- ຫວຽດນາມ. ຊຶ່ງອົງການປົກຄອງແຂວງຫຼວງພະບາງ ຈະໄດ້ນໍາເອົາເງິນທີ່ໄດ້ຮັບໄປນໍາໃຊ້ເຂົ້າໃນວຽກງານສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ຢູ່ພາຍ ໃນແຂວງ ໃຫ້ຄວບຄຸມໄດ້ໂດຍໄວ.
ແລະໃນ ວັນທີ 4 ຕຸລາ 2021 ນີ້, ຄະ ນະນຳຫ້ອງການພາສີເຂດ 2 ໄດ້ນໍາເອົາເຄື່ອງວັດແທກອຸຫະພູມ ຈໍານວນ 3 ເຄື່ອງ ພ້ອມດ້ວຍເຫຼົ້າ 90 ອົງສາ ຈໍນວນໜຶ່ງ ມູນຄ່າ ເກືອບ 1 ລ້ານກີບ ມອບໃຫ້ແກ່ຫ້ອງວ່າການແຂວງ ເພື່ອນຳໃຊ້ເຂົ້າໃນການຄັດກອງຜູ້ເຂົ້າມາພົວພັນວຽກງານ ຢ່າງເຂັ້ມງວດ.
ຂ່າວ: ອຸ່ນເຮືອນ ສີລັດຕະນະ