ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງ ຈັນ ແລະ ພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ (ສກຂ) ສຳເລັດໃຫ້ການຮ່ວມມືຖອດຖອນບົດຮຽນການເປັນເຈົ້າພາບ ຈັດງານມະຫະກຳກິລາແຫ່ງຊາດ ໂດຍສະເພາະແຂວງຊຽງຂວາງ ຈະໄດ້ຮັບກຽດເປັນເຈົ້າພາບ ຄັ້ງທີ XI ຊຶ່ງຄາດວ່າຈະຈັດຂຶ້ນ ໃນເດືອນມີນານີ້ ເພື່ອເປັນບົດຮຽນ ແລະ ແມ່ແບບໃຫ້ ນະຄອນຫຼວງວຽງຈັນ ນຳໄປຈັດຕັ້ງປະຕິບັດໃນການເປັນເຈົ້າພາບ ຄັ້ງຕໍ່ໄປໃນປີ 2023 ໃຫ້ເກີດຜົນສຳເລັດສູງສຸດ.
ພິທີພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຂອງສອງພາກສ່ວນດັ່ງກ່າວ ໄດ້ມີຂຶ້ນ ໃນຕອນເຊົ້າມື້ນີ້ (6 ມັງກອນ) ທີ່ ສກຂ ຊຽງຂວາງ ເທສະບານເມືອງແປກ ໃນໂອກາດດັ່ງກ່າວ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ກໍໄດ້ມອບອຸປະກອນການແພດ ຊຶ່ງມີຜ້າອັດປາກ-ດັງ 2 ແກັດ ແລະ ເຈວລ້າງມື 1 ແກັດ ໃຫ້ ສກຂ ຊຽງຂວາງ ຕາງໜ້າຮັບໂດຍທ່ານ ທອງສີ ພັນທະວົງ ຮອງຫົວໜ້າ ສກຂ ຊຽງຂວາງ, ມີທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າ ສກຂ ຊຽງຂວາງ ແລະ ຕາງໜ້າຂອງທັງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ທອງສີ ພັນທະວົງ ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຂໍຂອບໃຈຕໍ່ຄວາມເປັນຫວງເປັນໄຍຂອງຄະນະນຳ ນະຄອນຫຼວງວຽງຈັນ ທີ່ໄດ້ມອບອຸປະກອນດັ່ງກ່າວໃຫ້ ຊຶ່ງຈະໄດ້ນຳໄປແຈກຍາຍໃຫ້ບັນດາໂຮງຮຽນທີ່ຂາດກເຂີນຢ່າງທົ່ວເຖີງ ແລະ ຍິນດີພ້ອມຈະໃຫ້ການຮ່ວມມືໃນການແລກປ່ຽນຖອດຖອນບົດຮຽນຢ່າງຮອບດ້ານ ເພື່ອໃຫ້ ນະຄອນຫຼວງ ນຳໄປຈັດຕັ້ງໃນການເປັນເຈົ້າພາບ ຄັ້ງຕໍ່ໄປໃນປີ 2023 ໃຫ້ເກີດຜົນສຳເລັດສູງສຸດ.
ໂອກາດດຽວກັນ, ທ່ານ ສົມພອນ ສອນດາລາ ກໍໄດ້ສະແດງຄວາມຂໍຂອບໃຈເປັນຢ່າງສູງມາຍັງຄະນະນຳ ສກຂ ຊຽງຂວາງ ທີ່ໃຫ້ການຕ້ອນຮັບເປັນຢ່າງດີ ໃນການເດີນທາງມາຄັ້ງນີ້ ກໍມີຈຸດປະສົງ ແລະ ເປົ້າໝາຍຢາກຂໍຖອດ ຖອນບົດຮຽນຫຼາຍດ້ານ ໂດຍສະເພາະຂັ້ນຕອນໃນການກະກຽມທາງດ້ານເນື້ອໃນເອກະສານຕ່າງໆ, ດ້ານພິທີການຝ່າຍຮັບຜິດຊອບດຳເນີນງານ, ດ້ານບຸກຄະລາກອນແຕ່ລະຝ່າຍ, ດ້ານງົບປະມານແມ່ນໜ່ວຍງານໃດຂຶ້ນແຜນ ແລະ ຮັບຜິດຊອບຄິດໄລ່ແຜນງົບປະມານມາຮັບໃຊ້ຮອບດ້ານ ແລະ ບັນດາຫົວໜ້າຄະນະຮັບຜິດຊອບແຕ່ລະປະເພດກິລາສະເໜີງົບປະມານຫຼືອຸປະກອນຮັບໃຊ້ນຳບັນດາໜ່ວຍງານ ເພື່ອຂໍການຊີ້ນຳຈາກ ສກຂ ຊຽງຂວາງ ແນະນຳຊ່ວຍສຳເນົາເອກະສານຕ່າງໆທີ່ກ່ຽວຂ້ອງໃນການກະກຽມຈັດງານເພື່ອເປັນບ່ອນອີງໃຫ່ແກ່ຄະນະຮັບຜິດ ຊອບຈັດງານຂອງນະຄອນຫຼວງວຽງຈັນ ນຳໄປເປັນແມ່ແບບໃນການຈັດຕັ້ງປະຕິບັດໃຫ້ເກີດຜົນສຳເລັດສູງສຸດ.
ຫຼັງຈາກນັ້ນ, ໃນຕອນບ່າຍຂອງມື້ດຽວກັນ ຄະນະນະຄອນຫຼວງ ກໍໄດ້ທ່ຽວຊົມສະໜາມກິລາຕ່າງໆ ທີ່ກຽມຮອງຮັບແຂ່ງຂັນງານກິລາແຫ່ງຊາດ ທີ່ແຂວງຊຽງຂວາງ.
Cr: ສົງການ ພັນແພງດີ