ນະຄອນ ຫຼວງພະບາງອັງເຊີນອົງພຣະບາງເທວະຣາດລົງຫົດສົງໃນໂອກາດບຸນປີໃໝ່ລາວ.


ຕອນເຊົ້າ ວັນທີ່ 17 ເມສາ 2023 ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນ ຊາວນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດຕັ້ງພິທີ ອາລາດຖະນາອົງພຣະບາງເທວະຣາດ, ອົງພຣະທີ່ສັກສິດ ອັນເປັນທີ່ເຄົາລົບນົບໄຫ້ວ ຂອງປວງຊົນລາວທັງຊາດລົງຈາກຫໍພະບາງ ລົງປະດິເສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ຊາວພຸດທະສາຊະນິກະຊົນ ໄດ້ຫົດສົງ ໂອກາດບຸນຕຸດສົງການປີໃໝ່. ພິທີອາຣາດຖະນາ ເລີ້ມຕົ້ນດ້ວຍການທໍາພິທີທາງສາສະໜາ ໂດຍພະເຖລານຸເຖລະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳອາລາດຖະນາອົງພຣະບາງ ເຄື່ອນຍ້າຍຈາກຫໍພະບາງ ໄປປະດິດສະຖານຢູ່ຫໍສົງ ທີ່ວັດໃໝ່ສຸວັນນະພູມມາລາມ ເພື່ອໃຫ້ປະຊາຊົນ ແຂກພາຍໃນ ແລະຕ່າງປະເທດ ໄດ້ຫົດສົງ.


ຈາກນັ້ນ ໄດ້ອັງເຊີນອົງພະບາງ ຂື້ນປະທັບໃນຫວໍ່ເທີງລາດສະລົດ ແລະໄດ້ມີຂະບວນແຫ່ ເຄື່ອນຈາກຫໍພຣະບາງ ໃນຫໍພິພິດທະພັນແຫ່ງຊາດຫຼວງພະບາງ ສູ່ວັດໃໝ່ສຸວັນນະພູມມາລາມ, ເລີ້ມຕົ້ນດ້ວຍ ຂະບວນທຸງຊາດ-ທຸງສາສະໜາ, ຂະບວນເສບດົນຕີພື້ນເມືອງ, ຂະບວນພາມມະນາຈານ, ຂະບວນເປົ່າແຄນ- ຫອຍສັງ, ຂະບວນພະເຖຣະ 9 ອົງ, ຂະບວນກອງຄຸມ, ບຸດສະບົກ ຫຼື ລາດສະລົດພະບາງ, ຂະບວນສຳມະເນນ-ພະສົງ, ຂະບວນການນຳຂັ້ນແຂວງ, ນະຄອນ- ເມືອງ ເຊີ່ງນຳພາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດິດການນຳຂັ້ນສູງ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະຂະບວນມວນຊົນທົ່ວໄປ. ແຕ່ລະຂະບວນແມ່ນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທີ່ໄດ້ເຂົ້າຮ່ວມງານ ເປັນຢ່າງດີ, ທຸກຄົນຕ່າງກໍ່ມີຄວາມເບີກບານມ່ວນຊື່ນ ມີໃບໜ້າທີ່ຍີ້ມແຍ້ມ ແຈ່ມໃສ. ພໍຮອດວັດໃໝ່ສຸວັນນະພູມມາລາມແລ້ວ ໄດ້ອັງເຊີນອົງພະບາງປະທັບໃນຫໍສົງ ຈາກນັ້ນ ພະເຖລະ ໄດ້ນຳພາຊາວພຸດທະສາຊະນິກະຊົນ ກ່າວຄຳຄາລະວະແດ່ອົງພຣະບາງ ແລະຟັງທໍາມະເທດສະໜາແລ້ວ ຈີ່ງໄດ້ດຳເນີນການຫົດສົງອົງພະບາງ ຢ່າງເປັນທາງການ, ການຫົດສົງອົງພຣະບາງ ຈະໄດ້ດຳເນີນເປັນເວລາ 3 ມື້ 3 ຄືນ ຈົນເຖີງວັນທີ່ 20 ເມສາ ຈື່ງຈະມີພິທີອາລາດຖະນາອັງເຊີນ ອົງພຣະບາງຂື້ນປະດິດສະຖານໄວ້ຫໍພະບາງຕາມເດີມ, ສໍາລັບຕອນຄໍ່າ ຈະມີການຄົບງັນຕາມປະເພນີ ພ້ອມທັງຊົມການສະແດງສິລະປະຈາກນັກສະແດງ ຂອງໂຮງລະຄອນພະລັກພະລາມຕື່ມອີກ.


ຂ່າວ;ພາບ: ອາພຸດເດດ ບຸບຜາ