ພິທີງານສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມໂລກ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ ຢູ່ນະຄອນ ຫຼວງພະບາງ ໄດ້ຈັດຂື້ນໃນວັນທີ 8 ມິຖຸ ນາ 2021 ນີ້ ທີ່ບລິເວນເດີນ 20 ມັງກອນ ກອງບັນຊາການທະຫານແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ, ມີ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍ ແຂກຮັບເຊີນຈາກຂະແໜງການກ່ຽວຂ້ອງ, ບັນດາພະແນກການ, ຫ້ອງການ, ອົງການຈັດຕັ້ງ, ຕະຫຼອດຮອດ ຫົວໜ່ວຍທຸລະ ກິດທັງພາກລັດ ແລະເອກະຊົນເຂົ້າຮ່ວມ. ທ່ານ ນາງ ສີລິພອນ ສຸພັນທອງ ໄດ້ມີຄຳເຫັນວ່າ: ກິດຈະກຳການປູກຕົ້ນໄມ້ໃນປີນີ້ ແມ່ນຈັດຂື້ນທຸກປີ ເພື່ອປູກຈິດສຳນຶກໃຫ້ທົ່ວສັງຄົມ ເຫັນໄດ້ຄວາມສຳຄັນຕໍ່ການດຳລົງຊີວິດ ຕິດພັນກັບການອານຸລັກ ແລະປົກປັກຮັກສາປ່າໄມ້ ໃນແຕ່ລະປີ ພັກ-ລັດຖະບານ ໄດ້ສຸມທືນຮອນເຂົ້າໃນການື້ນຟູປ່າໄມ້ທີ່ຖືກບຸກລຸກ ໃຫ້ຄືນສູ່ຄວາມອຸດົມສົມບູນ ແນໃສ່ເພີ້ມພື້ນທີ່ປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທັງໝົດ ໃນທົ່ວປະເທດ.
ໂອກາດນີ້ ທ່ານ ວຽງທອງ ຫັດສະຈັນ ໄດ້ລາຍງານການກະກຽມການປູກຕົ້ນໄມ້ ປະຈຳປີ 2021 ພ້ອມທັງກາວເປີດງານສະເຫຼີມສະຫຼອງວ່າ: ມາຮອດປະຈຸບັນ ທົ່ວນະຄອນ ຫຼວງພະບາງ ມີເນື້ອທີ່ປ່າປູກທັງໝົດ 2.800 ກ່ວາເຮັກຕ່າ, ໃນນັ້ນ ເນື້ອທີ່ປູກໄມ້ສັກ 2.120 ເຮັກຕາ, ຢາງພະລາ 450 ເຮັກ, ນອກນັ້ນ ແມ່ນ ໄມ້ສົມຝາດ, ໄມ້ຄ່າ, ໄມ້ດູ, ໄມ້ຍົມຫີນ, ໄມ້ກັນຖີນນະລົງ ແລະຕົ້ນໄມ້ປະດັບ ໃນຕົວເມືອງຕາມເສັ້ນທາງຫຼັກ, ເສັ້ນທາງໃຫ່ຍ ໃຫ້ມີຄວາມສວຍງາມ, ສະເພາະວັນປູກຕົ້ນໄມ້ແຫ່ງຊາດປີນີ້ ນະຄອນ ຫຼວງພະບາງ ໄດ້ກຳນົດເອົາ 2 ຈຸດຄື: ປູກລຽບ ຕາມແຄມທາງແຕ່ ສາມແຍກສວນສາທາລະລານຊ້າງ ໄປຫາ ສະໜາມບິນສາກົນຫຼວງພະບາງ ມີຕົ້ນໄມ້ປະດັບ 162 ຕົ້ນ ໂດຍມອບໃຫ້ບຸກຄົນ ແລະອົງການຈັດຕັ້ງຮັບຜິດຊອບປູກ ພ້ອມທັງບົວລະບັດຮັກສາ, ສ່ວນຢູ່ເຂດບ້ານຊຽງລ້ອມ ແມ່ນປູກຕົ້ນໄມ້ດູ່ຈຳນວນ 4.000 ຕົ້ນ, ເນື້ອທີ່ຫຼາຍກ່ວາ 4 ເຮັກຕາ, ໂດຍໄດ້ຮັບການສະໜັບສະໜູນ ແລະປະກອບສ່ວນທຶນຈາກບໍລິສັດ, ຜູ້ປະກອບການ, ທຸລະກິດ, ບຸກຄົນໃນຄອບຄົວ ແລະພະແນກການ, ກົມກອງ, ສຳນັກງານ ແລະບັນດາຫ້ອງການອ້ອມຂ້າງນະຄອນ. ພາຍຫຼັງສຳເລັດພິທີເປີດຂະບວນການ ຄະນະປະທານ, ຄະນະຮັບຜິດຊອບ ແລະຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປູກຕົ້ນດອກໄມ້ແຕ່ ສາມແຍກສວນສາທາລະນະລ້ານຊ້າງ ຫາ ສະໜາມບິນສາກົນຫຼວງພະບາງ, ຈາກນັ້ນ ໄດ້ເດີນທາງໄປປູກຕົ້ນໄມ້ອຸດສາຫະກຳ ຢູ່ເຂດບ້ານຊຽງລ້ອມ ຕື່ມອີກ.




