ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນຄ່ຳວັນທີ 10 ພຶດສະພາ 2023, ຄະນະນຳ,ຄະນະຄູຝຶກ ແລະ ນັກກິລາບານ ເຕະ ທີມຊາດລາວ ທັງຊາຍ ແລະ ຍິງ ໄດ້ເດີນທາງເຖີງນະຄອນຫລວງວຽງຈັນຮຽບ ຮ້ອຍແລ້ວ ພາຍຫຼັງສຳເລັດເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາ ຊີເກມ ຄັ້ງທີ 32 ທີ່ຣາຊອານາຈັກກຳປູເຈຍ ໄດ້ຮັບກຽດເປັນເຈົ້າພາບ.
ສໍາລັບຜົນງານຂອງນັກກິລາບານເຕະຊາຍທີມຊາດລາວ ໃນຊີເກມຄັ້ງນີ້ ຖືກຈັດຢູ່ກຸ່ມ B ເຊີ່ງປະກອບມີ: ໄທ, ຫວຽດນາມ, ມາເລເຊຍ, ສິງກະໂປ ແລະ ລາວ. ຜ່ານການແຂ່ງຂັນໃນຮອບແບ່ງກຸ່ມທັງ 4 ນັດ, ທີມຊາດລາວ ສະເໝີ 1 ນັດ ແລະ ເສຍ 3 ນັດ, ມີ 1 ຄະແນນ, ຢູ່ອັນດັບສຸດທ້າຍຂອງຕາຕະລາງ.
ສ່ວນນັກກິລາບານເຕະຍິງທີມຊາດລາວ ຈັດຢູ່ກຸ່ມ B ເຊີ່ງປະກອບມີ: ກໍາປູເຈຍ ເຈົ້າພາບ, ໄທ, ສິງກະໂປ ແລະ ລາວ. ຜ່ານການແຂ່ງຂັນໃນຮອບແບ່ງກຸ່ມ ທັງ 3 ນັດ ເສຍທັງ 3 ນັດ, ບໍ່ມີຈັກຄະແນນ, ຢູ່ອັນດັບສຸດທ້າຍຂອງຕາຕະລາງ.
ພາບ: ສຕລ