ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນລະຫວ່າງ 21-22 ຕຸລາ 2023 ນີ້, ຢູ່ສວນຮ້ານອາຫານ ນາເດືອຍ ນະຄອນ ຫຼວງພະບາງ ໄດ້ກິດຈະກຳແລ່ນວິບາກ ຫຼວງພະບາງ 2023 ມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍຄະນະຮັບຜິດຊອບຈັດງານ, ແຂກຮັບເຊີນ ແລະນັກແລ່ນວິບາກ ທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ 400 ກວ່າຄົນ ຈາກ 10 ປະເທດ. ທ່ານ ເພັດຈຳພອນ ພອນສະດາ ຄະນະຮັບຜິດຊອບຈັດການແຂ່ງຂັນ ໄດ້ໃຫ້ສຳພາດວ່າ: ການຈັດກິດຈະກໍາແລ່ນວິບາກ ຫຼວງພະບາງ 2023 ຄັ້ງນີ້, ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວຂອງລາວ ໂດຍສະເພາະຢູ່ ນະຄອນຫຼວງພະບາງ ໃຫ້ມີຄວາມຄຶກຄື້ນ ທັງເຮັດໃຫ້ນັກທ່ອງທ່ຽວ ໄດ້ສໍາພັດກັບບັນຍາກາດຄວາມອຸດົມສົມບູນທາງດ້ານທໍາມະຊາດ, ນິເວດນາໆພັນ ຂອງຫຼວງພະບາງນຳອີກ. ສຳລັບແຜນການໃນຕໍ່ໜ້າ ຈະປຸກລະດົມການມີສ່ວນຮ່ວມຂອງທຸກພາກສ່ວນ ເພື່ອຈັດການແຂ່ງຂັນໃນແຕ່ລະປີ ທັງຈະເຊີນຊວນເອົານັກທ່ອງທ່ຽວ ນັກກິລາແລ່ນຈາກຫຼາຍປະເທດ ເຂົ້າມາຮ່ວມແຂ່ງຂັນໃຫ້ມີຄວາມຄຶກຄື້ນຂື້ນຕື່ມ.
ກິດຈະກຳແລ່ນວິບາກ ຫຼວງພະບາງ 2023 ແມ່ນຄະນະຮັບຜິດຊອບຂອງ ບໍລິສັດ ທ່ອງທ່ຽວ ກຣີ່ນດິສໂຄເວີລີ ລາວ, ພ້ອມດ້ວຍ ເຄື່ອຄ່າຍ ບໍລິສັດ ຢູ່ຕ່າງປະເທດ ໄດ້ຮ່ວມກັນຈັດຂືນ ເຊີ່ງຜ່ານມາໄດ້ກິດຈະກໍາແລ່ນວິບາກ ຫຼວງພະບາງ ຄັ້ງທີ 1 ໃນປີ 2019 ຢູ່ບ້ານທ່າແປ້ນ ເຂດນໍ້າຕົກຕາດກວາງຊີ, ສຳລັບຄັ້ງນີ້, ເປັນຄັ້ງທີ 2 ປະກອບມີ 5 ລາຍການ ຄື: ໄລຍະ 104 ກິໂລແມັດ, 55 ກິໂລແມັດ, 30 ກິໂລແມັດ, 18 ກິໂລແມັດ ແລະ 8 ກິໂລແມັດ, ໂດຍມີນັກກິລາແລ່ນ 450 ຄົນ ຈາກ 10 ກວ່າປະເທດເຂົ້າຮ່ວມ. ເຊິ່ງການແຂ່ງຂັນທຸກລາຍການ ໄດ້ເລີ່ມອອກຈາກສວນອາຫານນາເດືອຍ ໄປຕາມເສັ້ນທາງຍ່າງປ່າທຳມະຊາດ ອ້ອມຮອບນ້ຳຕົກຕາດກວາງຊີ, ນຳຕົດຕາດທອງ ແລະສວນນ້ຳດົງ ແລ້ວກັບຄືນເຂົ້າເສັ້ນໄຊ ຢູ່ຈຸດເລີ້ມຕົ້ນ. ສຳລັບຜູ້ເຂົ້າຮ່ວມການແລ່ນແມ່ນຈະໄດ້ຮັບໃບຢັ້ງຢືນ ສະເພາະຜູ້ທີ່ເຂົ້າເສັ້ນໄຊກ່ອນ ແມ່ນໄດ້ຮັບຫຼຽນທີ່ລະນຶກ ພິເສດສຳລັບຜູ້ທີ່ສ້າງສະຖິຕິໃໝ່ ແມ່ນໄດ້ຮັບຂັນລາງວັນ