ຕອນເຊົ້າ ວັນສຸກ 11 ກຸມພາ 2022 ຢູ່ທີ່ສະຫນາມບິນສາກົນ ຈຳປາສັກ , ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ອອກເດີນທາງໄປທີ່ປະເທດກຳປູເຈຍ.
ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ຈະຈັດຂຶ້ນທີ່ປະເທດກຳປູເຈຍ ໃນລະຫວ່າງວັນທີ 14-26 ກຸມພາ 2022.
ທີມຊາດລາວ ແມ່ນຢູ່ ກຸ່ມ ບີ (Group B ) ເຊິ່ງປະກອບມີ: ອິນໂດເນເຊຍ, ມາເລເຊຍ, ມຽນມາ ແລະ ລາວ.
ຕາຕະລາງການແຂ່ງຂັນຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ
– ວັນທີ 15/02/2022 ເວລາ 19:00 ທີມຊາດລາວ ພົບ ທີມຊາດອິນໂດເນເຊຍ
– ວັນທີ 18/02/2022 ເວລາ 16:00 ທີມຊາດລາວ ພົບ ທີມຊາດມາເລເຊຍ
– ວັນທີ 21/02/2022 ເວລາ 19:00 ທີມຊາດລາວ ພົບ ທີມຊາດມຽນມາ.
ທຸກໆນັດ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ແມ່ນຈະແຂ່ງຂັນຢູ່ທີ່ສະຫນາມ Prince Stadium, ຖ່າຍທອດສົດທາງຊ່ອງ Btv ປະເທດກຳປູເຈຍ.
Cr: ສຕລ


