ສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ ຈັດຖະແຫລງຂ່າວຄວາມພ້ອມຄະນະກີລາພາຣາແລມປິກລາວ ສູ່ພາຣາແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນຢູ່ຫ້ອງປະຊຸມເຈົ້າອານຸວົງ, ນະຄອນ ຫລວງວຽງຈັນ ໃນວັນທີ 10 ສິງຫາ 2021 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຈະເລີນ ເຢຍປ່າວເຮີ ຮອງປະທານສະພາແຫ່ງຊາດ, ປະທານກິດຕິມະ ສັກສະຫະພັນກີລາແລ່ນ-ລານ ຄົນພິການແຫ່ງຊາດລາວ.
ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ ໄດ້ລາຍງານການກຽມພ້ອມຂອງນັກກີລາພາຣາແລມປິກລາວ ເຂົ້າຮ່ວມແຂ່ງຂັນຄັ້ງນີ້ ເຊີ່ງມີພຽງ 1 ດຽວ ຄື: ນັກກິລາແລ່ນ-ລານ (ພິການສາຍຕາລະດັບ T13) ໃນລາຍການ ແລ່ນ 100 ແມັດ. ທີ່ມີຜົນງານການແຂ່ງຂັນກິລາເອເຊຍ ພາຣາເກມໃນປີ 2018, ສາມາດຄ້ວາໄດ້ ອັນດັບ 5 ໃນລາຍການ T13 100m ແລະ 200m.
ໃນໂອກາດນີ້, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກ ສະຫະພັນກີລາແລ່ນ-ລານ ຄົນພິການແຫ່ງຊາດລາວ ແລະ ທ່ານ ພຸດສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ໂອວາດຕໍ່ຄະນະຄູຝຶກ ແລະ ນັກກີລາ ທີ່ຈະເຂົ້າຮ່ວມ ພາຣາແລມປິກ 2020 ໂດຍແນະນໍາ ໃຫ້ຄູເຝິກ ແລະ ນັກກິລາທີ່ຈະເຂົ້າຮ່ວມເອົາໃຈໃສ່ຮັກສາສຸຂະພາບ, ກວດເຊັກສຸຂະພາບທຸກຢ່າງຕາມລະບຽບການ ທີ່ເຈົ້າພາບວາງອອກໃຫ້ຄົບຖ້ວນ ກ່ອນອອກເດີນທາງ, ກະກຽມທຸກເອກະສານ, ຂໍ້ມູນ, ອຸປະກອນກິລາຂອງຕົນ, ວາງແຜນການຝຶກແອບ, ສຶກສາຕາຕະ ລາງແຂ່ງຂັນ, ວາງແຜນການເດີນທາງຊັດເຈນ ກ່ອນອອກເດີນທາງ, ໃຫ້ມີສະຕິໃນການນຳໃຊ້ຢາ ຫຼື ສານຕ້ອງຫ້າມໃນກິລາ ແລະ ປະຕິບັດລະບຽບການຂອງເຈົ້າພາບວາງອອກຢ່າງເຄັ່ງຄັດ ແລະ ໃຫ້ທຸກຄົນ ຄຳນຶງສະເໝີວ່າເວລາເຮົາລົງສະໜາມແຂ່ງຂັນ ແມ່ນໃນນາມຕາງໜ້າໃຫ້ແກ່ຄົນລາວທົ່ວປະເທດ. ຕ້ອງສະແດງໃຫ້ເຫັນເຖິງວັດທະນະທຳຂອງຄົນລາວ ເປັນຄົນມີໄມຕີຈິດ ມິດຕະພາບ ຕໍ່ຜູ້ເຂົ້າແຂ່ງຂັນ ແລະ ເພື່ອນຮ່ວມອາຊີບນຳກັນ ແຕ່ຕ້ອງເຮັດທຸກຄວາມສາມາດ ແລະ ນຳໃຊ້ເຕັກນິກທີ່ໄດ້ຝຶກຊ້ອມມາເພື່ອເອົາຊະນະຄູ່ຕໍ່ສູ້ ດ້ວຍຈິດໃຈກ້າຫານ ແລະ ດ້ວຍຈິດໃຈຊາດ ພິລະອາດຫານ.
ໃນງານຖະແຫລງຂ່າວຄັ້ງນີ້ ຍັງໄດ້ມີການມອບເງິນສະໜັບສະໜູນ ເຊີ່ງມີທັງໝົດ 10 ກວ່າບໍລິສັດ ເປັນຕົ້ນ: ບໍລິສັດ ກໍ່ສ້າງ ແລະ ຂົວທາງ CNP ມອບ 10 ລ້ານກີບ, ມາຍເວ ມອບເຄື່ອງກີລາມູນຄ່າ 5.000.000 ກີບ, ເບຍລາວ ຈໍາກັດ 3.580.000 ກີບ ແລະ ບໍລິສັດອື່ນໆອີກ.
ກິລາພາຣາແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຈະແຂ່ງຂັນກັນໃນລະຫວ່າງວັນທີ 24 ສິງຫາ-5 ກັນຍາ 2021, ແຂ່ງຂັນ 22 ປະ ເພດກິລາ ໂດຍຈະມີຊິງໄຊກັນ 540 ຫລຽນຄຳ, ຄາດວ່າຈະມີນັກກິລາເຂົ້າ ຮ່ວມ 4400 ກວ່າຄົນ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ສົງການ


