ອີງຕາມຂໍ້ມູນຈາກສູນຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 20 ໃຫ້ຮູ້ວ່າ: ມີນັກຂ່າວທັງພາຍໃນປະເທດຈີນ ແລະ ຕ່າງປະເທດ ຈໍານວນ 2.500 ຄົນ ໄດ້ລົງທະບຽນເພື່ອເຂົ້າຮ່ວມເຄື່ອນໄຫວເກັບກໍາຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 20 ທີ່ຈະໄຂຂຶ້ນໃນວັນທີ່ 16 ຕຸລານີ້ ທີ່ນະຄອນຫລວງປັກກິ່ງ, ໃນຈໍານວນນັກຂ່າວດັ່ງກ່າວ ມີປະມານ 150 ຄົນ ແມ່ນມາຈາກຮົງກົງ, ມາກາວ ແລະ ໄຕ້ຫວັນ ແລະ ປະມານ 750 ຄົນແມ່ນນັກຂ່າວຕ່າງປະເທດ.

ສູນຂ່າວດັ່ງກ່າວນີ້ ໄດ້ໃຫ້ບໍລິການຫຼາຍຮູບແບບເພື່ອອຳ ນວຍຄວາມສະດວກໃຫ້ແກ່ນັກຂ່າວທັງພາຍໃນ ແລະ ຕ່າງປະເທດທີ່ມາເຄື່ອນໄຫວເກັບກໍາຂ່າວໃນກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງນີ້ ເປັນຕົ້ນ: ການຈັດຕັ້ງນັກຂ່າວເຄື່ອນໄຫວເອົາຂ່າວພິທີເປີດ ແລະ ປິດກອງປະຊຸມ ແລະ ວາລະສຳຄັນຕ່າງໆ. ຈັກການຖະແຫລງຂ່າວ ແລະ ສໍາພາດຂ່າວ, ການບໍລິການໃຫ້ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມ ແລະ ອື່ນໆ ໂດຍມີເວັບໄຊຂອງສູນຂ່າວແມ່ນ http://20th.cpcnews.cn

ຢ່າງໃດກໍຕາມ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ-19, ສູນຂ່າວດັ່ງກ່າວໄດ້ມີມາດຕະການປ້ອງກັນພະຍາດຊະນິດນີ້ເປັນຢ່າງດີ ເຊີ່ງທຸກຄົນ ທັງນັກຂ່າວພາຍ ໃນ ແລະ ຕ່າງປະເທດ ຕ້ອງຮ່ວມກັນປະຕິບັດຕາມມາດຕະການທີ່ວາງໄວ້ຢ່າງເຂັ້ມງວດ.

Sorce: http://20th.cpcnews.cn