ໃນຕອນບ່າຍວັນທີ 9 ສິງຫາ 2023ນີ້ ສະຖານີ ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ ໄດ້ຈັດຊຸດຝຶກອົບຮົມສໍາມະນາໃຫ້ນັກຈັດລາຍການວິທະຍຸ ຈາກພະແນກການອ້ອມຂ້າງແຂວງຂຶ້້ນ ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ນາງລີພອນ ເພັດຊະລາດ ຜູ້ອໍານວຍການສະຖານີວິທະຍຸກະຈາຍສຽງແຂວງພ້ອມຄະນະ , ພ້ອມດ້ວຍນັກຈັດລາຍການອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກ ຖວທ ແຂວງກໍໄດ້ກ່າວເປີດຊຸດຝຶກອົບຮົມສໍາມະນາວ່າ: ການອົບຮົມຄັ້ງນີ້ ກໍ່ເພື່ອເປັນການປ້ອງແນວທາງ ກໍ່ຄືນຳໃຊ້ສື່ໃຫ້ເປັນປະໂຫຍດ ເຊິ່ງພວກເຮົາຕ້ອງໄດ້ມາຄົ້ນຄວ້າ ແລກປ່ຽນບົດຮຽນນຳກັນ ຕໍ່ກັບບັນດາສື່ ທີ່ປ່ອຍຂ່າວ ທີ່ບໍ່ມີມູນຄວາມຈິງ ພວກເຮົາຄວນຕອບໂຕ້ແນວໃດ ໂດຍສະເພາະການປ່ອຍຂ່າວທີ່ບິດເບືອນ ບໍ່ມູນຄວາມຈິງ ,ເຊິ່ງພາກລັດ ກໍ່ແມ່ນອີງໃສ່ ບັນດາສື່ ນັກຈັດລາຍ ການ,ນັກຂ່າວ ເປັນກະບອກສຽງ ເພື່ອປົກປ້ອງແລະຕອບໂຕ້. ດັ່ງນັ້ນຈຶ່ງຮຽກ ຮ້ອງໃຫ້ ຜູ້ສື່ຂ່າວ ນັກຈັດລາຍການ ທຸກທ່ານທີ່ເຂົ້າຮ່ວມ ຈົ່ງພ້ອມກັນຮຽນຮູ້ເອົາບັນຫາໃຫມ່ໆ ແລກປ່ຽນປະສົບການ ເຊິ່ງກັນແລະກັນ ເຮັດແນວໃດເພື່ອ ເຮັດໃຫ້ວຽກງານຂ່າວ ວຽກງານຈັດລາຍການໃຫ້ຂະຫຍາຍທົ່ວຊຸມຊົມ ສັງຄົມໄດ້ຮັບຟັງ ໄດ້ຮູ້ເຖິງເຫດບ້ານການເມືອງ ສາລະຫນ້າຮູ້ຕ່າງໆໃຫມ່ໆ .


ສໍາລັບຊຸດຝຶກອົບຮົມຄັ້ງນີ້ແມ່ນຈະໄດ້ດໍາເນີນເປັນເວລາ 2 ວັນ ເຊິ່ງຈະຮຽນຮູ້ ຄວາມຮູ້ພື້ນຖານກ່ຽວກັບການຂຽນຂ່າວ, ຮຽນຮູ້ການຜະລິດລາຍການວິທະຍຸ, ເຕັກນິກການຕັດຕໍ່ລາຍການ,ໃຫ້ຄວາມຮູ້ກ່ຽວກັບສື່ອອນລາຍ,ໃຫ້ຄວາມຮູ້ການຂຽນສະຄຣິບລາຍການ ພ້ອມທັງມີການຝຶກຕົວຈິງຕື່ມອີກ.
ຂ່າວ: savannakhet