ປັດຈຸບັນມີນັກລົງທືນຫວຽດນາມ ເຂົ້າມາລົງທືນຢູ່ລາວ 417 ໂຄງການ ມີມູນຄ່າການລົງທຶນທັງຫມົດ 4ຕື້300ລ້ານໂດລາສະຫະລັດ ໃນນີ້ ເເມ່ນນັກລົງທືນຫວຽດນາມ ລົງທຶນ 100% ມີ 287 ໂຄງການ, ມູນຄ່າ 3ຕື້500ລ້ານໂດລາສະຫະ ລັດ ແລະ ການລົງທຶນຮ່ວມທຸລະກິດ ມີ 122 ໂຄງການ, ມີມູນຄ່າ 622 ລ້ານໂດລາສະຫະລັດ ຈັດຢູ່ໃນອັນດັບ 3 ໃນຈຳນວນ 54 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນ ຢູ່ລາວ.

ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ເເລະ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຫລື vov ທີ່ເດີນທາງມາເເຕ່ນະຄອນຫລວງຮ່າໂນ້ຍ ເມື່ອບໍ່ດົນມານີ້ ທ່ານ ວຽງສະຫວັນ ວິໄລພອນ ຮອງປະທານ ຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ກະຊວງເເຜນການເເລະການລົງທືນໃຫ້ຮູ້ວ່າ:ວິສາຫະກິດຫວຽດນາມ ຢູ່ລາວ ຈໍານວນຫຼາຍ ໄດ້ມີການເຄື່ອນໄຫວດຳເນີນທຸລະກິດຢ່າງມີປະສິດທິຜົນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງລາວ ເປັນຕົ້ນ: ໂທລະຄົມມະນາຄົມ, ບັນດາທະນາຄານຂອງຫວຽດນາມ, ໂຮງແຮມ, ໂຄງການເຂື່ອນໄຟຟ້າ ຕ່າງໆ ເຊິ່ງການລົງທຶນສ່ວນໃຫຍ່ແມ່ນສຸມໃສ່ຂົງເຂດໄຟຟ້າ, ບໍ່ແຮ່, ເເລະ ຂົງເຂດ ກະສິກໍາ ເເລະ ປ່າໄມ້ ເປັນຕົ້ນຕໍ.

ທ່ານ ວຽງສະຫວັນ ວິໄລພອນ ໃຫ້ຮູ້ຕື່ມວ່າ:ສະເພາະໃນປີ 2022 ນີ້, ໄດ້ອະນຸມັດໂຄງການໃໝ່ 03 ໂຄງການ ແລະ ດັດແກ້ເພີ່ມທຶນຈົດທະບຽນ 03 ໂຄງການ ດ້ວຍມູນຄ່າເກືອບ 66ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 2,5 ເທື່ອ ທຽບໃສ່ໄລຍະດຽວ ປີ 2021, ໃນໄລຍະມີການແຜ່ລະບາດຂອງພະຍາດໂຄວິດ-19 ການດໍາເນີນທຸລະກິດຂອງບັນດາວິສາຫະກິດຫວຽດນາມ ໃນຂົງເຂດປູກຢາງພາລາ, ກະສິກຳ ແມ່ນໄດ້ສືບຕໍ່ດຳເນີນການຜະລິດຢ່າງຕໍ່ເນື່ອງ ເພື່ອຮັກສາຄວາມຄົງໃນການດໍາເນີນທຸລະກິດ ແລະ ສ້າງວຽກເຮັດງານທຳທີ່ ໃຫ້ແກ່ຜູ້ອອກແຮງງານ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ທ້ອງຖິ່ນທີ່ອາໃສໃນເຂດໂຄງການ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.
ຂ່າວ: ເດດອາລຸນ ແກ້ວວິໄລ
ພາບ: ຄໍາກອງ