ວັນທີ 17 ມັງກອນ 22 ນີ້ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ແຂວງສາລະວັນ ໄດ້ຕອນຮັບ ແລະນໍາພານັກທູລະກິດເກົາຫຼີ ທີ່ສົນໃຈໃນຜະລິດຕະພັນຫັດຖະກໍາ ແລະສິນຄ້າໂອດອບຂອງເມືອງ ເພື່ອສົ່ງອອກໄປປະ ເທດເກົາຫຼີ ລົງເບິ່ງຂະບວນການຜະລິດຫັດຖະກໍາຕໍ່າສາດເຕີຍ, ຕໍ່າຜ້າຝ້າຍ ຂອງປະຊາຊົນບ້ານນາໂພສີ ແລະຜະລິດ ຕະພັນຈັກສານບ້ານແບ່ງດ່ານ ທີ່ເປັນສິນຄ້າໂອດອບ ຂອງເມືອງ ແລະລົງເບິ່ງຈຸດທ່າບັກດ່ານປາກຕະພານ ເພື່ອສຶກ ສາຄວາມເປັນໄປໄດ້ ໃນການກໍານົດເປັນຈຸດອອກຂອງສິນຈາກລາວຜ່ານປະເທດໄທ ໄປຍັງປະເທດ ສ.ເກົາຫຼີ.
ໃນການມາເບິ່ງຄັ້ງນີ້ ນັກທູລະກິດເກົາຫຼີ ໄດ້ໃຫ້ຄວາມສົນໃຈ ໃນສິນຄ້າໂອດອບ ບ້ານແບ່ງດ່ານ (ປະເພດກະຕ່າຫວາຍ ແລະກະຖາດຫວາຍ) ເພື່ອສົ່ງອອກໄປປະເທດເກົາຫຼີ ເຊິ່ງໃນເບື້ອງຕົ້ນມີຄວາມຕ້ອງການເປັນຈໍານວນ 6000 ອັນ.
Cr: ສື່ມວນຊົນລະຄອນເພັງ
Loading...