ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນັກທ່ອງທ່ຽວຈາກ ສ.ເກົາຫລີ ເຊິ່ງແມ່ນຄະນະນັກທ່ອງທ່ຽວຊຸດທໍາອິດ ທີ່ເດີນທາງເຂົ້າມາທ່ອງທ່ຽວລາວ ນັບແຕ່ລັດຖະບານ ໄດ້ມີນະໂຍບາຍເປີດຮັບນັກທ່ອງທ່ຽວຕ່າງປະເທດໃຫ້ເຂົ້າມາທ່ອງທ່ຽວເຂດສີຂຽວ ເລີ່ມແຕ່ວັນທີ 1 ມັງກອນ ເປັນຕົ້ນມາ, ຂະບວນນັກທ່ອງທ່ຽວ ສ. ເກົາຫລີ ຈໍານວນ 23ຄົນ, ມີອາຈານສອນ 6ຄົນ, ນັກຮຽນ 17ຄົນ ເພື່ອມາຝືກຊ້ອມຕີກອບ ແລະແລກປ່ຽນດ້ານວັດທະນະທໍາລາວ , ພາຍຫລັງຝືກຊ້ອມຕີກອບ ແລະທ່ອງທ່ຽວດ້ານປະຫວັດສາດ ແລະວັດທະນະທໍາຢູ່ນະຄອນຫລວງວຽງຈັນແລ້ວ ຄະນະດັ່ງກ່າວຈະສືບຕໍ່ໄປທ່ອງທ່ຽວເມືອງວັງວຽງ ແຂວງວຽງຈັນ ແລະແຂວງຫລວງພະບາງຕື່ມອີກ, ໃນອະນາຄົດຍັງຈະມີຄະນະນັກທ່ອງທ່ຽວຈາກ ສ. ເກົາຫລີຈໍານວນ 40ຄົນ ກໍພວມຈະເດີນທາງເຂົ້າມາທ່ອງທ່ຽວລາວອີກ.
ທ່ານດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວໃຫ້ຮູ້ວ່າ: ນັບແຕ່ໄດ້ເປີດຮັບນັກທ່ອງທ່ຽວຕ່າງປະເທດເປັນຕົ້ນມາ ຜູ້ປະກອບກິດຈະການດ້ານທ່ອງທ່ຽວ ໄດ້ປະຕິບັດຕາມຂັ້ນຕອນ ແລະມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ, ສໍາລັບການສົ່ງເສີມການທ່ອງທ່ຽວພາຍໃນ ຄືລາວທ່ຽວລາວເຫັນວ່າມີບັນຍາກາດດີຫລາຍ ໂດຍສະເພາະຢູ່ນະຄອນຫລວງພະບາງ ແລະວັງວຽງ ເຫັນວ່າຖ້ຽວລົດໄຟ ແລະຖ້ຽວບິນຍົນໂດຍສານ ມີຜູ້ໂດຍສານຈອງເຕັມທຸກຖ້ຽວ, ປະຈຸບັນສະຖານທີ່ທ່ອງທ່ຽວຫລາຍບ່ອນໄດ້ປັບປຸງ ແລະພັດທະນາໃຫ້ສວຍງາມ , ມີການບໍລິການທີ່ດີຂຶ້ນ ແລະໜ້າທ່ຽວຊົມຫລາຍກວ່າເກົ່າ.
ທ່ານດາວອນ ພະຈັນທະວົງ ໄດ້ສະເໜີເຖິງລັດຖະບານ ກ່ຽວກັບຂັ້ນຕອນການເດີນທາງຂອງນັກທ່ອງທ່ຽວ ຄວນຫລຸດຜ່ອນບາງມາດຕະການເພື່ອບໍ່ໃຫ້ມີຂໍ້ຈໍາກັດຫລາຍເກີນໄປ, ຫົວໜ່ວຍບໍລິການກໍຕ້ອງໃຫ້ບໍລິການທີ່ດີ ແລະຄວນຖອດຖອດບົດຮຽນນໍາປະເທດໃກ້ຄຽງບາງອັນ ຄວນດັດປັບໃຫ້ສອດຄ່ອງກວ່າເກົ່າ ຖ້າເຂັ້ມງວດຫລາຍເກີນໄປນັກທ່ອງທ່ຽວກໍບໍ່ຢາກເຂົ້າມາທ່ອງທ່ຽວປະເທດເຮົາ .