ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນັກສຶກສາເພດຍິງທີ່ກໍາລັງສຶກສາຢູ່ສະ ຖາບັນຍຸຕິທຳແຫ່ງຊາດ ໃນສົກຮຽນ 2021-2022. ໄດ້ຮັບທືນສະຫນັບວະຫນູນຈາກ, ບໍລິສັດ ພູສີ ກຣຸບ ຮ່ວມກັບກຸ່ມບໍລິສັດໂຊກໄຊ ແລະ ບໍລິສັດ ເອໄອເອັຟ ກຣຸບ ຈໍານວນ 30 ທຶນ ລວມມູນຄ່າຫຼາຍຮ້ອຍລ້ານກີບ.
ມີພິທີມອບ-ຮັບທຶນການສຶກສາ ໃຫ້ແກ່ນັກສຶກສາເພດຍິງຜູ້ດ້ອຍໂອກາດໃນຂະ ແໜງວິຊາຊີບຍຸຕິທຳ, ໄດ້ ຈັດຂຶຶ້ນໃນວັນທີ 07 ທັນວາ 2021 ທີ່ສະຖາບັນຍຸຕິທໍາແຫ່ງຊາດ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຕາ ສໍພາບມີໄຊ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ; ທ່ານ ສີທາ ພົມມະຈິດ, ຮອງປະທານສະພາບໍລິຫານ ບໍລິສັດ ພູສີ ກຣຸບ; ທ່ານ ໂຊກໄຊ ສົມໃຈນຶກ, ປະທານກຸ່ມບໍລິສັດໂຊກໄຊ; ທ່ານ ພົນຕີ ບຸນມີ ແສງຄຳຢອງ, ຮອງຜູ້ອໍານວຍການອາວຸໂສ ບໍລິສັດ ເອໄອເອັຟ ກຣຸບ ພ້ອມດ້ວຍຫົວໜ້າພະແນກ, ຫົວໜ້າພາກວິຊາ ແລະ ຄູອາຈານຂອງສະຖາບັນຍຸຕິທຳແຫ່ງຊາດ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ບຸນຕາ ສໍພາບມີໄຊ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍ່ໄດ້ກ່າວຍ້ອງຍໍຊົມເຊີຍມາຍັງ ສາມບໍລິສັດ ທີ່ໄດ້ໃຫ້ການສະໜັບສະໜູນທຶນການສຶກສາໃນຄັ້ງນີ້ ໃຫ້ແກ່ນັກສຶກສາສະຖາບັນຍຸຕິທຳແຫ່ງຊາດ ຕະຫຼອດໄລຍະ 1 ປີ ໂດຍສະເພາະແມ່ນນັກສຶກສາເພດຍິງທີ່ດ້ອຍໂອກາດ; ຊຶ່ງເປັນການປະກອບສ່ວນຊ່ວຍເຫຼືອທາງດ້ານປັດໃຈເຂົ້າໃນວຽກງານສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.