ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ນັກອອກແບບເສື້ອຜ້າ ຈາກຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດສ້າງຜົນງານໂດດເດັ່ນສູ່ເວທີສາກົນ.
ທ. ຂັນໄຊ ແຖມພູຄຳ ຫຼື ( ກ່ານ ) ອາຍຸ 20 ປີ ປັດຈຸບັນກຳລັງສຶກສາຢູ່ທີ່ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ໃນປີ ທີ 4.
ເປັນຜູ້ອອກແບບຊຸດປະຈຳຊາດ, ຊຸດສາມຊົນເຜົ່າ ຊຸດປະຈຳຊາດ Miss Universe Laos 2022.
ເນື່ອງຈາກເປັນຄົນທີ່ມັກຮັກໃນເລື່ອງການອອກແບບເສື້ອຜ້າມາຕັ້ງແຕ່ຍັງນ້ອຍ ພໍເລີ່ມເຂົ້າຮຽນມະຫາວິທະຍາໄລ ກໍມີການອອກແບບຊຸດເຂົ້າປະກວດ ໃນປະເພດຊຸດປະຈໍາຊາດນາງງາມ, ຊຸດລາຕີ, ຊຸດແຟນຕາຊີ ແລະ ອື່ນໆ ແຕ່ຜົນງານຍັງບໍ່ທັນໂດດເດັ່ນເທົ່າທີ່ຄວນ.
ມາເຖິງປີ 2022 ຖືວ່າເປັນປີແຈ້ງເກີດສຳລັບຂັນໄຊ ເພາະໄດ້ຮັບລາງວັນຊະນະເລີດໃນການອອກແບບຊຸດປະຈຳຊາດໃຫ້ແກ່ມິສແກຣນລາວ 2022 ແລະຕາມມາຕິດໆກໍແມ່ນຜົນງານການອອກແບບຊຸດປະຈຳຊາດໃຫ້ແກ່ມິສຢູນິເວີສ 2022.
ຂັນໄຊ ໄດ້ບອກໃຫ້ຮູ້ສ່າ : “ ທຳອິດຄິດວ່າຈະບໍ່ສົ່ງເຂົ້າປະກວດແລ້ວເພາະເປັນໄລຍະທີ່ກຳລັງຮຽນຢ່າງຫນັກ ແຕ່ຮຸ່ນອ້າຍຮຸ່ນເອື້ອຍຫລາຍຄົນໃນວົງການກໍສະໜັບສະໜູນໃຫ້ສົ່ງເຂົ້າປະກວດ ກໍເລີຍຕັດສິນໃຈສົ່ງເຂົ້າປະກວດໃນ 5 ມື້ສຸດທ້າຍ ”
ນີ້ຄືຄວາມຝັນສູງສຸດຂອງຊາວຫນຸ່ມລາວຜູ້ຫນຶ່ງທີ່ໄດ້ເຫັນຜົນງານຂອງຕົນເອງຖືກເຜີຍແຜ່ສູ່ສາກົນ ແລະໃນອະນາຄົດຂັນໄຊ ກໍຍັງຈະສືບຕໍ່ສ້າງສັນຜົນງານການອອກແບບຂອງຕົນເອງໃຫ້ເປັນທີ່ຍອມຮັບທັງພາຍໃນ ແລະ ລະດັບສາກົນ ພ້ອມທັງຢາກເປັນສ່ວນຫນຶ່ງໃນການຊຸກຍູ້ໃຫ້ຫມູ່ເພື່ອນຊາວຫນຸ່ມທີ່ມີຄວາມມັກຮັກໃນການອອກແບບໄດ້ກ້ານຳສະເຫນີຜົນງານຂອງຕົນເອງອອກສູ່ສັງຄົມ ເພາະຂັນໄຊເຊື່ອວ່າຊາວຫນຸ່ມລາວຫລາຍຄົນກໍມີພອນສະຫວັນ,ຄວາມຮູ້, ຄວາມສາມາດບໍ່ນ້ອຍໄປກວ່າຊາດໃດ.