ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ່ 30 ກັນຍາ 2022 ທີ່ໂຮງຮຽນປະ ຖົມສົມບູນບ້ານນາແຄ້ງ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີມອບ – ຮັບ ອາຄານຮຽນ ຫຼັງໃໝ່ ມີ ທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກ ສຶກ ສາທິການ ແລະ ກິລາແຂວງ, ທ່ານ ສົມສັກ ສີລິວົງ ຮອງເຈົ້າເມືອງຈອມເພັດ, ທ່ານ ດິນກາ ແອ໋ດທ່ານາ ເອກອັກຄະລັດຖະທູດ ອິນເດຍປະຈຳລາວ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ອົງການຈັດຕັ້ງບ້ານ, ປະຊາຊົນ ຄູສອນ ແລະນັກຮຽນ ເຂົ້າຮ່ວມ.
ພິທີ ທ່ານ ສົມສັກ ສອນປະດິດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຂຶ້ນຜ່ານບົດລາຍງານ ການກໍ່ສ້າງອາຄານຮຽນວ່າ: ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານນາແຄ້ງ ເມືອງຈອມເພັດ ເປັນໂຄງການໃຫ້ການຊ່ວຍເຫຼືອລ້າ ຂອງລັດຖະບານອິນເດຍ ໃນໂຄງການເຫັນຜົນໄວ (ຂອບເຂດການຮ່ວມມື ແມ່ນ້ຳຂອງ – ແມ່ນໍ້າຄົງຄາ) ມອບໃຫ້ ພະແນກສຶກສາທິການ ແລະ ກິລາ ແຂວງ ເປັນເຈົ້າຂອງໂຄງການ ໄດ້ລົງມືກໍ່ສ້າງມາແຕ່ເດືອນ ກຸມພາ 2022 ໂດຍມີອາຄາຮຽນ 1 ຫຼັງ ຂະໜາດ ກວ້າງ 9 ແມັດ ຍາວ 24 ແມັດ ມີ 3 ຫ້ອງຮຽນ ໂຄງສ້າງເບຕົ່ງເສີມເຫຼັກ ຝາກໍ່ດ້ວຍດິນຈີ່ ແລະຫຼັງຄາມຸງດ້ວຍກະເບື້ອງ ປະກອບຮັບໃຊ້ອາຄານຮຽນ ເຊັ່ນ ໂຕະ-ຕັ່ງ ຄູ ແລະນັກຮຽນ, ກະດານ ແລະຫ້ອງນ້ຳ 1 ຫຼັງ ລວມມູນຄ່າການກໍ່ສ້າງເປັນທັງໝົດ 49.000 ໂດລ່າສະຫະລັດ ກ່າວມອບໂດຍ ທ່ານ ດິນກາ ແອ໋ດທ່ານາ ແລະກ່າວຮັບໂດຍ ທ່ານ ວັນທອງ ແພງສະຫວັດ, ຈາກນັ້ນ, ໄດ້ມອບອາຄານຮຽນໃຫ້ ພາກ ສ່ວນທີ່ກ່ຽວຂ້ອງຂອງເມືອງ-ຂອງບ້ານ ພ້ອມກັນປົກປັກຮັກສາ ແລະນຳໃຊ້ຕໍ່ ໃຫ້ເກີດປະໂຫຍດສູງສຸດ, ຕອນທ້າຍ ຜູ້ເຂົ້າ ຮ່ວມ ໄດ້ຮ່ວມກັນເປີດປ້າຍ ໂຮງຮຽນຫຼັງໃໝ່ຂຶ້ນຢ່າງເປັນທາງການ.
ຂ່າວ: ວັນທອງ ພົງສະຫວັນ