ວັນທີ່ 8 ກັນຍາ 2021 , ໂຄງການ “ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວ” SOS ປະຈຳເມືອງ ປາກແຊງ, ໄດ້ເຄື່ອນ ໄຫວມອບອຸປະກອນ ການສຶກສາ ໃຫ້ນັກຮຽນ ໂຮງຮຽນ ປະຖົມສົມບູນ ບ້ານວັງອໍ້, ບ້ານຫາດພວນ ແລະບ້ານໜອງຟາແດດ, ນຳໂດຍ ທ່ານ ຈັນທີ ຈະເລີນສຸກ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດການ-ສັງຄົມເມືອງ, ພ້ອມດ້ວຍທີມງານ, ຄະນະອຳນວຍການໂຮງຮຽນ, ການຈັດຕັ້ງບ້ານ ແລະນັກຮຽນເຂົ້າຮ່ວມ.
ໃນພິທີ ທ່ານ ຈັນທີ ຈະເລີນສຸກ ກ່າວວ່າ: ເຄື່ອງທີ່ນຳມາມອບຄັ້ງນີ້ ໄດ້ຜ່ານການຄັດ ເລືອກ ເອົາກຸ່ມເປົ້າໝາຍຂອງໂຄງການ ໃນການແກ້ໄຂຄວາມທຸກຍາກ ຂອງນັກ ຮຽນຜູ້ທຸກຍາກ, ຂາດເຂີນທາງດ້ານການສຶກສາ ໃຫ້ແກ່ເດັກນ້ອຍໃນ 30 ຄອບຄົວ ທີ່ທຸກຍາກ ຂອງໂຄງການ ເຊິ່ງແມ່ນນັກຮຽນຊັ້ນປະຖົມ ແລະມັດທະຍົມ ຢູ່ພາຍໃນບ້ານ ໂດຍນັກຮຽນທັງໝົດ 62 ຄົນ, ຍິງ 21 ຄົນ, ເຄື່ອງນຳມາ ມອບປະກອບມີ ສະບູ 120 ແພັກ, ປື້ມ 364 ຫົວ, ບິກ 124 ກ້ານ, ສໍ 62 ກ້ານ, ຢາງລຶບສໍ 5 ກັບ, ໂຮງແຫຼມສໍ 310 ອັນ, ບັນທັດສັ້ນ 306 ອັນ ແລະກົມປ່າ 29 ຊຸດ ລວມມູນຄ່າທັງໝົດ 11 ກ່ວາລ້ານກີບ, ໂອກາດນີ້ ອົງການປົກຄ້ອງບ້ານ ໄດ້ກ່າວສະແດງຄວາມຄອບໃຈ ຕໍ່ໂຄງການ” ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວ” SOS ປະຈຳເມືອງ ປາກແຊງ ທີ່ເຫັນໄດ້ຄວາມສຳຄັນ ໃນການຊ່ວຍເຫຼືອ ນັກຮຽນຜູ້ທີ່ດອຍໂອກາດ, ພ້ອມທັງອວຍພອນທີມງານຂອງເມືອງຈົ່ງກັບສູ່ກົມກອງທ້ອງຖິ່ນດ້ວຍສະຫັວດພາບ.
ຂ່າວ: ແກ່ນຄຳ ເມືອງປາກແຊງ


