ວັນທີ 8 ກຸມພານີ້, ນາງກູໄອ້ຫຼີງ ນັກກິລາສະກີຂອງຈີນ ທີ່ເຂົ້າ ຮ່ວມງານກິລາໂອລິມປິກເປັນຄັ້ງທຳອິດ ກໍ່ສາມາດຍາດໄດ້ຫຼຽນຄໍາ ໃນຮອບຊີງຊະນະເລີດໃນການແຂ່ງຂັນສະກີເພດຍິງໃນທ່າຟຣີສະຕາຍທີ່ຈັດຂຶ້ນຢູ່ລານສະກີໂດດໃນງານກິລາໂອລິມປິກລະດູໜາວປັກກິ່ງ ເຊິ່ງເປັນຫຼຽນຄໍາຫຼຽນທີ 3 ຂອງທີມຊາດຈີນໃນງານກິລາໂອລິມປິກລະດູໜາວປັກກິ່ງ.ນີ້ເປັນຫຼຽນຄໍາຫຼຽນທໍາອິດທີ່ນາງກູໄອ້ຫຼີງໄດ້ຮັບໃນງານກິລາໂອລິມປິກລະດູໜາວ ທັງເປັນຄັ້ງທໍາອິດທີ່ນັກກິລາຂອງຈີນໄດ້ເຂົ້າຮ່ວມການແຂ່ງຂັນສະກີເພດຍິງໃນທ່າຟຣີສະຕາຍຢູ່ລານສະກີໂດດໃນງານກິລາໂອລິມປິກລະດູໜາວ.
ໃນການແຂ່ງຂັນດັ່ງກ່າວ, ນາງກູໄອ້ຫຼີງໄດ້ສະແດງທ່າຫລີ້ນສະກີຍາກທີ່ສຸດໄດ້ຢ່າງມະຫັດສະຈັນ ເຊິ່ງ ຜົນການແຂ່ງຂັນໃນຄັ້ງທີໜຶ່ງໄດ້ 93,75 ຄະແນນ, ຄັ້ງທີສອງໄດ້ 88,50 ຄະແນນ ແລະໃນຄັ້ງທີສາມ ທີ່ເປັນຄັ້ງສໍາຄັນທີສຸດນັ້ນ ໄດ້ 94,5 ຄະແນນ ເຊິ່ງເປັນຄະ ແນນສູງສຸດຂອງນັກກິລາທີ່ເຂົ້າ ຮ່ວມການແຂ່ງຂັນດັ່ງກ່າວ.
ໃນປະເພດຕໍ່ໄປ, ນາງກູໄອ້ຫຼີງຈະເຂົ້າຮ່ວມການແຂ່ງຂັນສະກີລີລາຢູ່ສະໜາມຮູບໂຕ U ແລະສະກີໄຕ່ສິ່ງກີດຂວາງ ຫລື Slopestyle. ເມື່ອທຽບກັບສະກີຢູ່ລານສະກີໂດດແລ້ວ, ນາງກູໄອ້ຫຼີງມີລີລາແຂ່ງຂັນໃນສອງປະເພດນີ້ເກັ່ງກວ່າປະເພດຢູ່ລານສະກີໂດດ.





