ການແຂ່ງຂັນຮອບຊີງຊະນະເລີດຂອງ ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ໄດ້ຈັດຂຶ້ນທີ່ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃນຕອນຄໍ່າຂອງວັນທີ 22 ກໍລະກົດ 2022. ໂດຍການເຂົ້າຮ່ວມຂອງທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປປ ລາວ, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ທ່ານ ແສງອາລຸນ ທີ່ປຶກສາສະຖານທູດ ຈີນປະຈໍາ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງສອງປະເທດລາວ-ຈີນເຂົ້າຮ່ວມ.
ງານແຂ່ງຂັນເວົ້າສໍາລັບຊາວໜຸ່ມ 2022 ຄັ້ງນີ້, ສູນກາງຊາວໜຸ່ມ ປປ ລາວ ແລະສູນອາຊີ-ອາຟຣີກາ ສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ເປັນເຈົ້າພາບ ແລະມອບໃຫ້ວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາລາວ ແລະ ວິທະຍຸຊາວໜຸ່ມລາວສິນໄຊຍຸກໃໝ່ຮ່ວມກັນຈັດຕັ້ງປະຕິບັດ.
ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ຕາງໜ້າສູນກາງຊາວໜຸ່ມ ປປ ລາວ ກ່າວສະແດງຄວາມຂອບໃຈມາຍັງ CMG ກໍຄືທຸກພາກສ່ວນທີ່ໄດ້ສະໜອງເວທີທີ່ດີ ແລະເປີດກວ້າງແນວຄວາມຄິດໃຫ້ແກ່ຊາວໜຸ່ມລາວໄດ້ກ້າສະແດງອອກ ກໍຄືສ້າງແລະຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານໜຸ່ມລາວໃຫ້ມີຄວາມໜັກແໜ້ນດ້ານການເມືອງແລະເຕີບໃຫຍ່ໃນການນຳພາຕົວຈິງເພື່ອສະໜອງບຸກຄະລາກອນປະຕິວັດຮຸ່ນສືບທອດທີ່ມີຄຸນນະພາບໃຫ້ແກ່ການຈັດຕັ້ງພັກ-ລັດແຕ່ລະຂັ້ນ, ເຊິ່ງເຮັດໃຫ້ຊາວໜຸ່ມລາວທົ່ວປະເທດສຸມສາຍຕາມາໃສ່ງານນີ້ດວ້ຍຄວາມສົນໃຈ. ເຊື່ອໝັ້ນວ່າຜູ້ເຂົ້າແຂ່ງຂັນທຸກຄົນຈະໄດ້ຮັບບົດຮຽນ ແລະປະສົບການທີ່ດີໃນການເຂົ້າຮວ່ມແຂ່ງຂັນຄັ້ງນີ້ ເພື່ອນໍາເອົາຜົນງານນີ້ໄປປະກອບສ່ວນ ເສີມສ້າງພະລັງແຫ່ງຊາວໜຸ່ມໃຫ້ແກ່ການສ້າງສາພັດທະນາປະເທດຊາດໃຫ້ກ້າວສູ່ຄວາມຈະເລີນ.
ທ່ານ ອ່ານສຽວຢວີ ຫົວໜ້າສູນຜະລິດລາຍການພາສາອາຊີ-ອາຟຣິກກາ CMG ໄດ້ຝາກຄໍາອວຍພອນໃຫ້ແກ່ງານແຂ່ງຂັນຄັ້ງນີ້ທີ່ນະຄອນຫຼວງປັກກິ່ງຂອງຈີນ ໂດຍໄດ້ຍ້ອງຍໍຊົມເຊີຍແລະຄວາມປາຖະໜາອັນແຮງກ້າມາຍັງຊາວໜຸ່ມສອງປະເທດຈີນ-ລາວ ຈົ່ງແລກປ່ຽນກັນຢ່າງບໍ່ຢຸດຢັ້ງ ເພື່ອເປັນຜູ້ສືບທອດ ແລະເສີມຂະຫຍາຍມິດຕະພາບສອງປະເທດຈີນ-ລາວ ໃຫ້ໄດ້ສືບທອດຕໍ່ໆກັນໄປແຕ່ລະເຊັ່ນຄົນຢ່າງຍືນຍົງຄົງຕົວຕະຫຼອດໄປ. ໃນຕໍ່ໜ້າ, ພວກເຮົາຈະຮ່ວມກັບຄູ່ຮ່ວມມືຝ່າຍລາວ ຊຸກຍູ້ການແລກປ່ຽນ ສົນທະນາ ກັນ ລະຫວ່າງຊາວໜຸ່ມເຍົາວະຊົນຕື່ມອີກ, ຮັດແໜ້ນມິດຕະພາບລະຫວ່າງ ຊາວໜຸ່ມຈີນ-ລາວຕື່ມອີກ ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ສາຍພົວພັນ ຈີນ-ລາວໃຫ້ຂະຫຍາຍຕົວຢ່າງໝັ້ນຄົງຍາວນານສົມກັບວ່າຈີນ-ລາວແມ່ນຄູ່ຮວ່ມຊະຕາກັນດຽວກັນ.
ງານແຂ່ງຂັນເວົ້າຄັ້ງນີ້ໄດ້ດຶງດູດຊາວໜຸ່ມໃນທົ່ວປະເທດເກືອບ 400 ຄົນເຂົ້າຮ່ວມການແຂ່ງຂັນໃນຫຼາຍຮອບ ແລະໄດ້ຄັດເລືອກຊາວໜຸ່ມດີເດັ່ນ 10 ຄົນເພື່ອແຂ່ງຂັນຊີງຊະນະເລີດ ເຊິ່ງພວກເຂົາເຈົ້າຕ່າງຄົນຕ່າງໄດ້ແບ່ງປັນທັດສະນະ ແລະແນວຄວາມຄິດຂອງຕົນເອງ ໂດຍປິ່ນອ້ອມຫົວຂໍ້ “ເສັ້ນທາງກ້າວສູ່ອະນາຄົດຂອງ ສປປ ລາວ” ພາຍໃຕ້ສະຖານະການສາກົນທີ່ມີທັງກາລະໂອກາດ ແລະສິ່ງທ້າທາຍຫຼາຍປະການໃຫ້ແກ່ປະເທດຊາດລາວ. ຜ່ານການແຂ່ງຂັນ ໂດຍການທົດສອບດ້ານຄວາມຮູ້-ຄວາມສາມາດ, ການຕອບຄໍາຖາມ ທີ່ມີໄຫວພິບປະຕິພານ ແລະ ໄດ້ສ້າງຄວາມປະທັບໃຈຕໍ່ຄະນະກໍາມະການ,ໃນນັ້ນ, ນາງ ແຊມຄຳ ໝື່ນສີ ຈາກນະຄອນຫຼວງວຽງຈັນ ໄດ້ເປັນຜູ້ຊະນະເລີດ, ທ້າວ ເອກວິໄຊ ຕຣັ່ນ ຈາກນະຄອນຫຼວງ ເປັນຮອງຊະນະເລີດ ທີ່ 1 ແລະນາງ ວຽງເພັດ ພັນນະວົງ ຈາກນະຄອນຫຼວງ ເປັນຮອງຊະນະເລີດ ທີ2.
ນອກຈາກນີ້ ທາງຄະນະຈັດງານແຂ່ງຂັນ ຍັງໄດ້ມອບລາງວັນ ອື່ນຯອີກເຊັ່ນ ລາງວັນພັດທະນາດີເດັ່ນ ແມ່ນ ນາງ ກິຕາ ອາສິດນີພາບ ຈາກນະຄອນຫຼວງວຽງຈັນເປັນຜູ້ໄດ້ຮັບ, ລາງວັນຂວັນໃຈມະຫາຊົນ ແມ່ນນາງ ປາລະມີ ຜາສຸ້ຍໄຊງາມ ຈາກນະຄອນຫຼວງວຽງຈັນເປັນຜູ້ໄດ້ຮັບ, ລາງວັນບຸກຄະລິກະພາບດີເດັ່ນ ແມ່ນ ນາງ ສຸພາພອນ ລໍວັນໄຊ ຈາກນະຄອນຫຼວງວຽງຈັນ ເປັນຜູ້ໄດ້ຮັບ. ພ້ອມນັ້ນຍັງໄດ້ມອບໃບຍ້ອງຍໍ ໃຫ້ຜູ້ເຂົ້າຮ່ວມປະກວດຕືມອີກ.






