
ວັນທີ່ 7 ສີງຫາ 2022 ນີ້ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກ ຢູ່ແຂວງຫຼວງພະບາງ ມີການນຳຂອງແຂວງ ແລະຄະນະຮັບຜິຊອບສະຖານີລົດໄຟຫຼວງພະບາງ ໃຫ້ການຕ້ອນຮັບ, ໂອກາດນີ້ ໄດ້ເຮັດວຽກຮ່ວມກັບຄະນະຮັບຜິດຊອບສະ ຖານີລົດໄຟຫຼວງພະບາງ ໂດຍໄດ້ຮັບຟັງການລາຍງານສະພາບໂດຍຫຍໍ້ ສະຖາ ນີຫຼວງພະບາງ ເປັນສະຖານີລະດັບສອງ ຂອງແລວທາງລົດໄຟລາວ-ຈີນ ຮອງຈາກສະຖານີນະຄອນຫຼວງວຽງຈັນ, ມີເນື້ອທີ່ຫຼາຍກວ່າ 7.000 ຕາແມັດ, ໃນອາຄານສາມາດຮອງຮັບຜູ້ໂດຍສານໄດ້ 1.200 ຄົນ, ໂດຍຜ່ານການອອກແບບໃຫ້ມີຮູບຊົງທີ່ເປັນເອກະລັກ ສອດຄ່ອງກັບມໍລະ ດົກໂລກຫຼວງພະບາງ, ມີພະນັກງານທັງ ໝົດ ເກືອບ 100 ຄົນ ໃນນັ້ນ ເປັນຄົນລາວສ່ວນໃຫຍ່ ແລະພະນັກງານຄົນລາວທີ່ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທາງລົດໄຟຫຼາຍກວ່າ 30 ຄົນ, ປັດຈຸບັນພວມສືບຕໍ່ໃນການປັບປຸງສີ່ງອຳນວຍຄວາມສະດວກ, ເປັນຕົ້ນ ຈຸດຂາຍປີ້ລົດ ໄຟ, ຈຸດລໍຖ້າຂື້ນລົດໄຟ ແລະອື່ນໆ, ນັບແຕ່ເປີດບໍລິການມາຮອດປັດຈຸບັນ ໄດ້ຈຳໜ່າຍປີ້ລົດໄຟແລ້ວເກືອບ 2 ແສນປີ້, ສະເພາະເດືອນກໍລະກົດ ເປັນໄລຍະທີ່ມີການໃຊ້ບໍລິການຫຼາຍກວ່າໝູ່ ເຊີ່ງມີຜູ້ໂດຍສານຂາອອກທັງໝົດ 53.436 ຄົນ, ສ່ວນສະຖານີຂົນສົ່ງສີນຄ້າ ແມ່ນມີ 2 ຊ່ອງທາງສຳລັງຄ່ຽນຖ່າຍສີນຄ້າ, ແຕ່ລະຊ່ອງທາງສາມາດບັນຈຸສີນຄ້າໄດ້ 32 ຕູ້, ມີພື້ນທີ່ສຳລັບຮອງຮັບຕູ້ບັນຈຸສີນຄ້າປະ ມານ 10.000 ຕາແມັດ ສາມາດຮອງຮັບຕູ້ສີນຄ້າໄດ້ 924 ຕູ້, ສະເລ່ຍບໍລິມາດການຂົນສົ່ງປະມານ 1 ລ້ານໂຕ່ນຕໍ່ປີ, ປັດ ຈຸບັນມີສີນຄ້າສົ່ງອອກປະເພດແຮ່ເຫຼັກ, ແປ້ງມັນຕົ້ນ ແລະຢາງພາລາ, ສ່ວນສີນຄ້ານຳເຂົ້າປະກອບມີປະເພດປຸຍ ແລະເຫຼັກຈຳນວນໜື່ງ, ນັບແຕ່ເປີດບໍລິການໃນທ້າຍເດືອນກຸມພາຜ່ານມາ ໄດ້ມີສີນຄ້າສົ່ງອອກ 3.519 ຕູ້, ນ້ຳໜັກ 146.662ໂຕ່ນ. ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ຄະນະຮັບຜິດຊອບສະຖານີລົດໄຟຫຼວງພະບາງ ສືບຕໍ່ປັບປຸງລະບົບການຂາຍປີ້ລົດໄຟ ໃຫ້ມີຄວາມທັນສະໄໝ ແລະສາມາດກວດສອບຕາມລາຍຊື່ຂອງຜູ້ໃຊ້ບໍລິການ, ລວມທັງປັບປຸງຈຸດລໍຖ້າຂື້ນລົດ ແລະເຂົ້າສະຖານີ ໃຫ້ມີຄວາມສະດວກ ໃຫ້ກັບຜູ້ມາໃຊ້ບໍລິການ.

ໂອກາດການຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ ຄັ້ງນີ້ ນອກຈາກເຮັດວຽກຮ່ວມກັບຄະນະຮັບຜິຊອບສະຖານີລົດໄຟຫຼວງພະບາງແລ້ວ ວັນທີ່ 8 ສີງຫາ 2022 ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກຮ່ວມກັບການນຳຂອງແຂວງຫຼວງພະບາງ ພ້ອມທັງໂອ້ລົມພະນັກງານຫຼັກແຫຼ່ງຂອງແຂວງຕື່ມອີກ.