ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 11 ສິງຫາ 2023 ນີ້ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີພ້ອມດ້ວຍບັນດາລັດຖະມົນຕີຈາກຊວງທີ່ກ່ຽວຂ້ອງໄດ້ລົງມາເຄື່ອນໄຫວຕິດຕາມສະພາບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງຄູນຄໍາ ແຂວງຄໍາມ່ວນໂດຍການເປັນກຽດຮັບຕ້ອນຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ , ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ , ມີບັນດາທ່ານທີ່ຕາງໜ້າໃຫ້ແກ່ພາກສ່ວນກ່ຽວຂ້ອງທີ່ລົງມາປະຕິບັດໜ້າທີ່ນັບແຕ່ມື້ເກີດມີໄພນໍ້າຖ້ວມບໍ່ວ່າຈະເປັນຂັ້ນສູນກາງ , ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມໃຫ້ການຕ້ອນຮັບຢູ່ທີ່ຫ້ອງປະຊຸມຂອງເຂື່ອນໄຟຟ້າ ເທີນ ຫີນບູນ .
ໂອກາດນີ້ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາກໍ່ໄດ້ຕາງໜ້າໃຫ້ແກ່ອໍານາດການປົກຄອງເມືອງລາຍງານສະພາບລວມຂອງເມືອງຕະຫຼອດເຖິງຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ໃຫ້ທ່ານນາຍົກລັດຖະມົນຕີໄດ້ຮັບຮູ້ວ່າ : ເມືອງຄູນຄໍາເປັນເມືອງທີ 10 ຂອງແຂວງຄໍາມ່ວນ , ມີເນື້ອທີ່ທັງໝົດ 1.032,6 ຕາຕະລາງກິໂລແມັດ , ມີ 22 ບ້ານ , ມີ 5.071 ຫຼັງຄາເຮືອນ , 5.618 ຄອບຄົວ , ມີພົນລະເມືອງທັງໝົດ 25.729 ຄົນ , ຍິງ 12.413 ຄົນ , ມີເນື້ອທີ່ທໍາການຜະລິດ 6.325 ເຮັກຕາ . ດ້ານສະພາບນໍ້າຖ້ວມເລີ້ມແຕ່ວັນທີ 27 ກໍລະກົດ ຫາ ວັນທີ 03 ສິງຫາ 2023 ໄດ້ມີຝົນຕົກໜັກຕິດຄໍ່ກັນຫຼາຍວັນເຮັດໃຫ້ລະດັບນໍ້າຫີນບູນ , ນໍ້າໄຮເພິ້ມຂຶ້ນສຸງບວກກັບນໍ້າປ່າທີ່ໄຫຼລົງມາຈາກຍອດພູໄຮ ແລະ ພູຜາມ່ານຈໍານວນຫຼາຍ . ມາຮອດວັນທີ 03 ສິງຫາ 2023 ລະດັບນໍ້າໄດ້ເພີ້ມສູງຂຶ້ນ ແລະ ໄດ້ໄຫຼເຂົ້າບ້ານເຮືອນຂອງປະຊາຊົນທີ່ຢູ່ລຽບຕາມແຄມນໍ້າຫີນບູນຖ້ວມຕາມເສັ້ນທາງ , ເຮືອນຊານ , ເລົ້າເຂົ້າ , ໄຮ່ນາ , ຮົ້ວສວນຢ່າງໄວວາແບບບໍ່ເຄີຍມາກ່ອນ . ຜ່ານການເຄື່ອນ ໄຫວເກັບກໍາຂໍ້ມູນຂອງກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງສາມາດສັງລວມຜົນກະທົບ ແລະ ຄວາມເສຍຫາຍໃນທົ່ວເມືອງມີບ້ານທີ່ຖືກນໍ້າຖ້ວມທັງໝົດ 14 ບ້ານ , ມີ 12.767 ຄົນ , ຍິງ 6.320 ຄົນ , 2.182 ຄອບຄົວ . ໃນນີ້ມີບ້ານ 09 ບ້ານທີ່ໄດ້ຮັບຜົນເສຍຫາຍໜັກ , ເນື້ອທີ່ກະສິກໍາຖືກນໍ້າຖ້ວມທັງໝົດມີ 22 ບ້ານ , ເນື້ອທີ່ 6.138 ເຮັກຕາ , ໃນນີ້ນາປີມີ 3.924 ເຮັກຕາ , ເສຍຫາຍ 2.039 ເຮັກຕາ ,ສວນມັນຕົ້ນ 1.849 ເຮັກຕາ , ເສຍຫາຍ 986 ເຮັກຕາ , ສວນກ້ວຍບໍລິສັດ ຖັງຄໍາ 289 ເຮັກຕາ , ສວນຢາງພາລາເສຍຫາຍ 66 ເຮັກຕາ ແລະ ເນື້ອທີ່ສວນພືດຜັກຕ່າງໆ 10 ເຮັກຕາ . ສັດລ້ຽງເສຍຫາຍທັງໝົດ 16.988 ໂຕ , ໃນນີ້ມີຄວາຍ 384 ໂຕ , ງົວ 1.052 ໂຕ , ໝູ 301 ໂຕ , ແບ້ 328 ໂຕ ແລະ ສັດປີກ 14.925 ໂຕ , ໜອງປາຖືກນໍ້າຖ້ວມທັງໝົດ 284 ໜອງ . ຊັບສິນທີ່ເສຍຫາຍລົດໄຖນາມີ 609 ຄັນ , ໂຮງສີເຂົ້າ 87 ໂຮງ , ເລົ້າເຂົ້າ 56 ຫຼັງ , ມີເຂົ້າ 559 ໂຕນ , ເຕົາຢາສູບ 47 ເຕົາ ແລະ ເຄື່ອງໃຊ້ໄຟຟ້າຈໍານວນໜຶ່ງ , ອຸປະກອນການຮຽນ-ການສອນເຊັ່ນ : ກະດານດໍາ 37 ແຜ່ນ , ປຶ້ມຄູ່ມືແບບຮຽນ 1.205 ຊຸດ ແລະ ໂຕະຕັ່ງ 168 ຊຸດ . ສ່ວນການຍົກຍ້າຍປະຊາຊົນທີ່ຖືກນໍ້າຖ້ວມໃນ 09 ບ້ານມາຢູ່ສູນຮອງຮັບຊົ່ວຄາວມີທັງໝົດ 02 ສູນຄື : ສູນບ້ານຄູນມະນີປະຊາຊົນເຂົ້າມາພັກຢູ່ສູນມີ 30 ຄອບຄົວ , ມີ 146 ຄົນ , ຍິງ 76 ຄົນ , ຈໍານວນຄອບຄົວທີ່ໄປຢູ່ນໍາພີ່ນ້ອງມີທັງໝົດ 152 ຄອບຄົວ ແລະ ຄອບຄົວບໍ່ອອກມາ 130 ຄອບຄົວ ( ເຮືອນສູງ ຫຼື ສອງຊັ້ນ ) , ສູນບ້ານພູຊາດມີ 168 ຄອບຄົວ , ມີ 469 ຄົນ , ຍິງ 212 ຄົນ , ຈໍານວນຄອບຄົວທີ່ໄປຢູ່ນໍາພີ່ນ້ອງທັງໝົດ 97 ຄົນ . ມາຮອດປະຈຸບັນປະຊາຊົນທີ່ເຂົ້າມາພັກຢູ່ສູນແມ່ນໄດ້ຫັບຄືນເມືອຢູ່ບ້ານໝົດແລ້ວ . ດ້ານການປຸກລະດົມເຄື່ອງຊ່ວຍເຫຼືອນັບແຕ່ວັນທີ 04 – 10 ສິງຫາ 2023 ໄດ້ຮັບເຄື່ອງຊ່ວຍເຫຼືອອຸປະໂພກ – ບໍລິໂພກລວມມູນຄ່າທັງໝົດ 2.493.711.000 ກີບ ແລະ ເງິນສົດທັງໝົດ 169.795.000 ກີບ . ສ່ວນວ່າການແຈກຢາຍເຄື່ອງຊ່ວຍເຫຼືອທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ຈັດແບ່ງເຄື່ອອຸປະໂພກ-ບໍລີໂພກ ( ເຂົ້າສານ,ອາຫານແຫ້ງ , ນໍ້າດື່ມ ) ທີ່ໄດ້ຮັບຈາກສັງຄົມລົງໄປຊ່ວຍເຫຼືອຜູ້ປະສົບໄພນໍ່າຖ້ວມໃນເບື້ອງຕົ້ນທັງໝົດ 14 ບ້ານ . ມາຮອດປະຈຸບັນສາມາດແຈກຢາຍໄດ້ສໍາເລັດ , ນອກນັ້ນຍັງໄດ້ຮັບການປະກອບສ່ວນຊ່ວຍເຫຼືອຈາກພາກສ່ວນຕ່າງໆທີ່ມາຜ່ານເມືອງແລ້ວໃຫ້ພະນັກງານເມືອງນໍາພາລົງແຈກຢາຍ ແລະ ມີຈໍານວນໜື່ງກໍ່ບໍ່ໄດ້ຜ່ານເມືອງລົງໄປແຈກຢາຍເອງ . ພິເສດທາງແຂວງ ແລະ ກະຊວງໄດ້ສົ່ງລົດຜະລິດນໍ້າສະອາດເຄື່ອນທີ່ມາຊ່ວຍຈໍານວນ 02 ຄັນເພື່ອບໍລິການໃຫ້ປະຊາຊົນແຕ່ລະບ້ານເລີ້ມແຕ່ວັນທີ 07-10 ສິງຫາ 2023 ບໍລິການໄດ້ 10 ບ້ານ ( ກໍາລັງການຜະລິດ 4.000 ລິດ / ຊົ່ວໂມງ ) ເຊິ່ງສາມາດແກ້ໄຂໄດ້ໃນເບື້ອງຕົ້ນ . ສໍາລັບການຊ່ວຍເຫຼືອດ້ານສາທາລະນະສຸກແມ່ນໄດ້ແຕ່ງຕັ້ງທີມງານແພດໝໍລົງເຝົ້າລະວັງ ແລະ ຮັກສາສຸຂະພາບເຊິ່ງມີທີມງານກູ້ໄພເຫດການດິນເຈື່ອນ ແລະ ທີມງານຜົນກະທົບຈາກນໍ້າຖ້ວມມີຈໍານວນ 06 ຈຸດ , ມາຮອດປະຈຸບັນເຫັນວ່າບໍ່ມີກໍລະນີໃດທີ່ຮ້າຍແຮງເກີດຂຶ້ນໃນຊ່ວງນີ້ມີບັນຫານໍ້າຄັນກັດຕິນ , ໄຂ້ຫວັດ ແລະ ພະຍາດຖອກທ້ອງຈໍານວນໜຶ່ງ . ດ້ານສະພາບດິນເຈື່ອນທັບຖົມທາງເລກ 8 A ຢູ່ເທິງພູໄຮ ມາຮອດວັນທີ 05 ສິງຫາ 2023 ກໍ່ໄດ້ຂໍ້ມູນຈາກທິມງານທີ່ຂຶ້ນໄປສໍາຫຼວດວ່າມີດິນເຈື່ອນຢູ່ 04 ຈຸດ . ພົບເຫັນຜູ້ຕົກຄ້າງທັງໝົດ 68 ຄົນ , ມີຜູ້ເສຍຫາຍ 01 ຄົນ ( ເປັນໂຊເຟິຣົດຄົນຫວຽດນາມ ) , ມີພາຫະນະຣົດຕົກຄ້າງຈໍານວນ 110 ຄັນ , ໃນນີ້ຖືກດິນເຈື່ອນທັບຖົມ 06 ຄັນ , ຕົກເຫວ 02 ຄັນ , ສາມາດແຍກປະເພດຣົດ ແລະ ປ້າຍທະບຽນໄດ້ເຊິ່ງມີຣົດລາວ 49 ຄັນ , ຣົດຫວຽດ 33 ຄັນ ສ່ວນທີ່ເຫຼືອນັ້ນຍັງບໍ່ສາມາດເກັບທະບຽນໄດ້ , ສໍາລັບຄົນທີ່ຄ້າງຢູ່ເທິງພູແມ່ນສາມາດຊ່ວຍເຫຼືອມາໄດ້ຢ່າງປອດໄພ .
ໂອກາດນີ້ທ່ານນາຍົກລັດຖະມົນຕີກໍ່ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ພໍ່ແມ່ປະຊາຊົນຜູ້ປະສົບໄພ ແລະ ໄດ້ສະແດງຄວາມຊົມເຊີຍມາຍັງອໍານາດການປົກຄອງແຕ່ລະຂັ້ນພາຍໃນແຂວງຕະຫຼອດເຖິງທຸກພາກສ່ວນທີ່ໄດ້ປະກອບສ່ວນວັດສິ່ງຂອງ , ເຄື່ອງອຸປະໂພກ – ບໍລິໂພກ ແລະ ເງິນສົດຈົນສາມາດເຮັດໃຫ້ສາຖານະການໄດ້ຜ່ອນຄາຍລົງ . ພ້ອມນັ້ນທ່ານຍັງເນັ້ນໃຫ້ທາງຂັ້ນແຂວງ , ຂັ້ນເມືອງເປັນໃຈກາງໃນການຕິດຕາມເຝົ້າລະວັງຜົນກະທົບທາງທໍາມະຊາດທີ່ອາດຈະເກີດຂຶ້ນອີກ . ສະນັ້ນໃຫ້ໝັ່ນຕິດຕາມພະຍາກອນອາກາດຢ່າງໃກ້ຊິດ ແລະ ເປັນປົກກະຕິ , ຕິດຕາມຄວບຄຸມພະຍາດໄຂ້ຍຸງລາຍ ແລະ ພະຍາດຕາມລະດູການອື່ນໆທີ່ເກີດນໍາຄົນ,ສັດພາຍຫຼັງນໍ້າບົກແຫ້ງລົງ , ກະກຽມແນວພັນພືດ-ສັດທົດແທນ ແລະ ອື່ນໆ …ໃນການລົງມາເຄື່ອນໄຫວຄັ້ງນີ້ທ່ານຍັງໄດ້ມອບເງິນເພື່ອແກ້ໄຂ ແລະ ບັນເທົາຜົນກະທົບນໍ້າຖ້ວມໃຫ້ກັບ 03 ເມືອງຂອງແຂວງຄໍາມ່ວນຄື : ຄູນຄໍາ , ຫີນບູນ ແລະ ນາກາຍເມືອງລະ 50 ລ້ານກີບເຊິ່ງຕາງໜ້າຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ . ຫຼັງຈາກນັ້ນທ່ານນາຍົກລັດຖະມົນພ້ອມດ້ວຍທຸກພາກສ່ວນທີ່ກ່ຽວຂ້ອງໄປເບິ່ງຈຸດທີ່ມີດິນເຈື່ອນທັບຖົມທາງຢູ່ເທິງພູໄຮ , ໄປພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫຼຶອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບໜັກຈໍານວນ 09 ບ້ານຢູ່ສູນບ້ານຄູນມະນີຕື່ມອີກ .
ຂ່າວ,ພາບ: khammouanenews