ໃນວັນທີ 28 ສິງຫາ 2021 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ໃຫ້ກຽດຕ້ອນຮັບ ທ່ານ ຈອງ ອຸຍຢອງ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 28-29 ສິງຫາ 2021 ນີ້.
ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຈອງ ອຸຍຢອງ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໃນຫລາຍຂົງເຂດວຽກງານ ລະຫວ່າງ ສອງປະເທດ ລາວ ແລະ ສ ເກົາຫລີ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືຂົງເຂດວຽກງານການຕ່າງປະເທດ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ສ ເກົາຫລີ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຂຶ້ນໄປເລື່ອຍໆ, ພ້ອມທັງຕີລາຄາສູງ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສ ເກົາຫລີ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ໃນຫລາຍດ້ານ ແກ່ ສປປ ລາວ ມາໂດຍຕະຫລອດ ເປັນຕົ້ນ ດ້ານການຄ້າ, ການລົງທຶນ, ການທ່ອງ ທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ເຕັກໂນໂລຊີ ແລະ ດ້ານການສຶກສາ. ພ້ອມນັ້ນ, ທ່ານ ພັນຄຳ ວິພາວັນ ຍັງໄດ້ສະແດງຄວາມຫວັງວ່າ ສ ເກົາຫລີ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນການຮ່ວມມື ແລະ ໃຫ້ການສະໜັບສະໜູນ ຊ່ວຍເຫລືອ ແກ່ ສປປ ລາວ ໃນທຸກຂົງເຂດວຽກງານ ໃນອະນາຄົດ ແລະ ຍາວນານ.
ພ້ອມດຽວກັນນີ້, ທ່ານ ຈອງ ອຸຍຢອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ພັນຄຳ ວິພາວັນ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ໃຫ້ທ່ານ ນາຍົກລັດຖະມົນຕີ ຮັບຊາບ.
ຂ່າວ: ທະນູທອງ ພາບ: ເກດສະໜາ
Loading...