ຕອນແລງວັນທີ 29 ມີນາ 2023, ທີ່ ສຳ ນັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ຫວັງ ໜິງ, ເລ ຂາພັກແຂວງຢຸນນານ ພ້ອມດ້ວຍຄະນະ, ໃນໂອກາດທີ່ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ, ແຕ່ວັນທີ 29 ມີນາ – 01 ເມສາ 2023.
ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ຄະນະຜູ້ແທນແຂວງຢຸນນານ ທີ່ໄດ້ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ຖືໂອກາດນີ້ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງ ກອງປະຊຸມສະພາທີ່ປຶກສາການເມືອງ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ສະໄໝທີ 14 ໃນຕົ້ນເດືອນມີນາ 2023, ເຊິ່ງຖືເປັນເຫດການທີ່ສໍາຄັນຂອງ ສປ ຈີນພ້ອມດຽວກັນສະຫາຍນາຍົກຍັງໄດ້ສະແດງຄວາມຊົມເຊີຍສະຫາຍ ຫວັງ ໜິງ ທີ່ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງ ແລະ ປະທານສະພາປະຊາຊົນແຂວງຢູນນານ.
ສປປ ລາວ ແລະ ສປ ຈີນ ເປັນປະເທດເພື່ອນມິດຢຸດທະສາດທີ່ມີສາຍພູ ແລະ ແມ່ນໍ້າຕິດຈອດກັນ ໂດຍສະເພາະແມ່ນແຂວງຢູນນານຂອງ ສປ ຈີນ ກັບ ສປປ ລາວ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ- ຈີນ, ຈີນ-ລາວ ທີ່ສືບຕໍ່ມີຜົນສຳເລັດອັນຈົບງາມ, ເຫັນໄດ້ຈາກການພົບປະແລກ ປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ ລາວ-ຈີນ ຢ່າງເປັນປະ ຈຳ,ໃນໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ແລະ ແຂວງຢຸນນານ ໄດ້ຮ່ວມກັນຈັດກອງປະຊຸມຜ່ານວິດີໂອທາງໄກ ເພື່່ອປຶກສາຫາລືກ່ຽວກັບການແກ້ໄຂສະພາບຄວາມຫຍຸ້ງຍາກ ໃນການສົ່ງອອກສິນຄ້າກະສິກໍາ, ສະພາບລົດອັ່ງອໍຢູ່ດ່ານສາກົນ ບໍ່ເຕັນ-ບໍ່ຫານ ແລະ ບັນຫາຄົງຄ້າງອື່ນໆ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຈະສືບຕໍ່ຊຸກຍູ້ໃຫ້ບັນດາວິສະຫະກິດຂອງຈີນ ໂດຍສະເພາະແມ່ນນັກທຸລະກິດ-ນັກລົງທຶນ, ປະຊາຊົນຈີນ ກໍ່ຄື ປະຊາຊົນແຂວງຢຸນນານ ເຂົ້າມາລົງທຶນຕາມຂະແຫນງການທີ່ສອງຝ່າຍມີທ່າແຮງນໍາກັນ ແລະ ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.
ສະຫາຍນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງ ພັກ- ລັດຖະບານ ແລະ ປະຊາຊົນຈີນ ໂດຍສະເພາະແມ່ນການຊ່ວຍເຫຼືອດ້ານຕ່າງໆ ລວມທັງການສົ່ງຊ່ຽວຊານທີມແພດຈາກແຂວງຢູນນານເຂົ້າມາຊ່ວຍ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນໄລ ຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ກໍ່ຄື ການຊ່ວຍເຫຼືອຈາກບັນດາການນຳແຂວງຢຸນນານ ທີ່ໄດ້ໃຫ້ການຊຸກຍູ້ການພົວພັນຮ່ວມມືກັບບັນດາພາກສ່ວນກ່ຽວຂ້ອງຂອງລາວ ທັງກ່ອນ ແລະ ຫຼັງ ການແຜ່ລະບາດພະຍາດໂຄວິດ-19, ແຂວງຢູນນານຍັງໄດ້ໃຫ້ການຊຸກຍູ້ສົ່ງເສີມບັນດານັກທຸລະກິດຂອງແຂວງມາລົງທຶນຢູ່ ສປປ ລາວ, ອັນພົ້ນເດັ່ນ ກໍ່ແມ່ນການລົງທຶນໃນໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເຂດເສດຖະກິດກວມລວມໄຊເສດຖາ, ການລົງທຶນດ້ານກະສິ ກຳຂອງແຂວງຢຸນນານຢູ່ ສປປ ລາວ ລວມທັງ ເຂດເສດຖະກິດ ບໍ່ເຕັນ-ບໍ່ຫານ ແລະ ອື່ນໆ; ນອກນັ້ນ, ຍັງໄດ້ຊ່ວຍເຫຼືອທາງດ້ານການສ້າງບຸກຄະລາກອນໃຫ້ແກ່ ສປປ ລາວ ໂດຍໄດ້ສືບຕໍ່ສະຫນອງທຶນການສຶກສາໃຫ້ແກ່ນັກສຶກສາລາວ ໃຫ້ໄດ້ມີໂອກາດໄປສຶກສາຢູ່ແຂວງຢຸນນານ, ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ.
ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດຖະ ບານ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ການຊ່ວຍເຫຼືອດ້ານຕ່າງໆໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ. ພ້ອມດຽວກັນນີ້, ກໍ່ສະເໜີໃຫ້ແຂວງຢຸນນານ ຊ່ວຍຊຸກຍູ້ການເປີດເສັ້ນທາງລົດໄຟ ວຽງຈັນ-ຄຸນມິງ-ວຽງຈັນ ໃຫ້ສາມາດຂົນສົ່ງຜູ້ໂດຍ ສານລະຫວ່າງປະເທດໂດຍໄວ ເພື່່ອເຮັດໃຫ້ເສັ້ນທາງລົດໄຟ ລາວ-ຈີນ ໄດ້ນຳໃຊ້ຢ່າງເຕັມປະສິດທິພາບ, ທັງເປັນການສົ່ງເສີມການໄປມາຫາສູ່ກັນຂອງປະຊາ ຊົນສອງຊາດ ໂດຍສະເພາະ ໃນຂະແໜງການທ່ອງທ່ຽວ ໃຫ້ຫຼາຍຂຶ້ນກວ່າເກົ່າ, ນອກນັ້ນຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການສ້າງແລວເສດຖະກິດ ລາວ -ຈີນ, ສ້າງແລວເສດຖະກິດຕາມເສັ້ນທາງລົດໄຟ ລາວ-ຈີນ, ຊູກຍູ້ການຮ່ວມມືດ້ານກະສິກຳຮ່ວມກັນ ໂດຍສະເພາະແມ່ນການເຊີນຊວນນັກລົງທຶນຈາກແຂວງຢູນນານໃຫ້ເຂົ້າມາສຳຫຼວດ ແລະ ລົງທຶນຢູ່ລາວໃນຂະແໜງຊົນລະປະທານເພື່່ອເປັນການສົ່ງເສີມການປູກຝັງທີ່ ສປປ ລາວ ມີທ່າແຮງລວມທັງຊູກຍູ້ສົ່ງເສີມກົນໄກການຮ່ວມມືລະຫວ່າງແຂວງຢູນນານກັບບັນ ດາແຂວງພາກເໜືອຂອງລາວທີ່ໄດ້ມີການຈັດປະຊູມພົບປະກັນມາແລ້ວເຖິງ 12 ຄັ້ງ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ສະເໜີໃຫ້ແຂວງຢູນນານສືບຕໍ່ຊູກຍູ້ໃຫ້ວິສະຫະກິດຂອງແຂວງສືບຕໍ່ການກໍ່ສ້າງເສັ້ນທາງດ່ວນ ຊ່ວງໄລຍະແຕ່ ອຸດົມໄຊຫາບໍຫານ ແລະ ການກໍ່ສ້າງເສັ້ນທາງ R3 ແຕ່ ດ່ານ ບໍ່ເຕັນ-ບໍ່ຫານ ຊາຍແດນລາວ-ຈີນຫາເມືອງຫ້ວຍຊາຍແຂວງບໍ່ແກ້ວໃຫ້ສຳເລັດໂດຍໄວ, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ອໍານວຍຄວາມສະດວກໃຫ້ແກ່ສິນຄ້າກະສິກໍາລາວໃຫ້ສາມາດເຂົ້າສູ່ຕະຫລາດ ສປ ຈີນ ຫລາຍຂຶ້້້ນ ລວມທັງການຮ່ວມມືດ້ານການປູກພືດທົບແທນການປູກຝິ່ນຢູ່ພາກເຫນືອລາວເປີດເສັ້ນທາງການບິນ ລະຫວ່າງແຂວງຢຸນນານ ກັບ ສປປ ລາວ ໃຫ້ກັບມາເປັນປົກກະຕິ ຄືກັບກ່ອນເກີດສະພາບການລະບາດຂອງພະຍາດໂຄວິດ-19, ຊຸກຍູ້ໃຫ້ສອງຝ່າຍ ກະກຽມຄວາມພ້ອມທີ່ຈະເປີດດ່ານສາກົນ, ລົດ ໄຟ ລາວ-ຈີນ ບໍ່ເຕັນ-ບໍ່ຫານ ໃນວັນທີ 13 ເມສາ 2023 ນີ້ ແລະ ຊຸກຍູ້ໂຄງການທາງດ່ວນ ແຕ່ ວັງວຽງ-ບໍ່ເຕັນ ໂດຍສະເພາະແມ່ນ ຊ່ວງໄລຍະທີ 4 ແຕ່ ອຸດົມໄຊ-ບໍ່ເຕັນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ. ໃນໂອກາດດຽວກັນ, ກໍ່ໄດ້ອວຍພອນໃຫ້ສາຍພົວພັນອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງຂະນົງແກ່ນຕະ ຫຼອດໄປ, ອວຍພອນໃຫ້ ຄະນະຜູ້ແທນແຂວງຢຸນນານ ຈົ່ງປະສົບຜົນສໍາເລັດໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.
ໃນຂະນະດຽວກັນ, ສະຫາຍ ຫວັງ ໜິງ, ເລຂາພັກແຂວງຢຸນນານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບ ອຸ່ນຂອງຝ່າຍລາວ, ໃນໂອກາດດຽວກັນກໍ່ໄດ້ແຂ້ງສະພາບການພັກທະນາທາງດ້ານເສດຖະກິດ ແລະ ສັງຄົມຂອງແຂວງຢູນນານໃຫ້ຝ່າຍລາວຊາບ ພິເສດແມ່ນຜົນ ສຳເລັດໃນການລົບລ້າງຄວາມທຸກຍາກ ຊຶ່່ງຝ່າຍແຂວງຍິນດີຂະແບ່ງປັນປະສົບ ການແລະ ພ້ອມຈະຊ່ວຍເຫລືອຝ່າຍລາວໃນການຖອດຖອນບົດຮຽນລວມທັງການຮັບຈັດຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ກ່ຽວ ຂ້ອງຂອງຝ່າຍລາວພ້ອມດຽວກັນກໍ່ໄດ້ສະເໜີໃຫ້ຝ່າຍລາວສືບຕໍ່ປັບປຸງສະພາບແວດລ້ອມໃນການດຶງດູດການລົງທຶນໃຫ້ມີຄວາມສະດວກ ແລະ ຮັບປະກັນຂຶ້ນຕື່່ມ ພ້ອມທັງ ໄດ້ຢືນຢັນຄືນຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມຂອງສອງຊາດ ຈີນ- ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ພັກ-ລັດຖະບານ ແລະ ປະຊາຊົນຈີນ ເວົ້າລວມ, ເວົ້າສະເພາະ ກໍຄື ແຂວງຢຸນນານ ຍິນດີສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນອະນາຄົດ.
