ຕອນບ່າຍວັນທີ 19 ເມສາ 2021 ທີ່ສໍານັກນາຍົກລັດຖະມົນຕີ ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຖະແຫລງກ່ຽວກັບສະພາບການສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ ທ່ານກ່າວວ່າ: ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນຕະຫຼອດຮອດຊາວຕ່າງປະເທດທີ່ພວມປະຕິບັດໜ້າທີ່ຢູ່ສປປລາວ ດັ່ງທີ່ພວກເຮົາໝົດທຸກຄົນໄດ້ຮັບຊາບແລ້ວວ່າໃນເກືອບ 2ປີມານີ້,ທົ່ວທັງໂລກພວກເຮົາ ໄດ້ຮ່ວມກັນຕໍ່ສູ້ກັບພະຍາດ COVID-19 ດ້ວຍມາດຕະການຕ່າງໆຢ່າງແຂງແຮງ, ທັງມີຄວາມຮັບຜິດຊອບຮ່ວມກັນຕະຫຼອດມາ, ຊຶ່ງໃນຂະບວນການດັ່ງກ່າວຫຼາຍປະເທດກໍໄດ້ຄົ້ນຄວ້າແລະນຳໃຊ້ຢາວັກຊີນເພື່ອໃຊ້ກັນພະຍາດດັ່ງກ່າວ ທັງມີການຊ່ວຍເຫຼືອສົງເຄາະໃຫ້ປະເທດອື່ນໆບົນຈິດໃຈມະນຸດສະທຳ. ເຖິງຢ່າງໃດກໍຕາມ,ສະພາບການແຜ່ລະບາດຂອງພະຍາດ COVID-19 ໃນທົ່ວໂລກກໍຍັງສືບຕໍ່ເກີດຂຶ້ນຢູ່ຊຸມຊົນຕ່າງໆຢ່າງກວ້າງຂວາງຊຶ່ງໃນບາງຊຸມຊົນແມ່ນໄດ້ກາຍພັນທີ່ບໍ່ສາມາດສະກັດກັ້ນແລະຄວບຄຸມຕາມແບບປົກກະຕິໄດ້ອີກ.
ສະເພາະ ສປປ ລາວ ພວກເຮົາເຫັນໄດ້ໄພອັນຕະລາຍຂອງພະຍາດດັ່ງກ່າວ, ພັກ-ລັດເຮົາໄດ້ວາງ ແລະປະກາດໃຊ້ນະໂຍບາຍກໍຄືມາດຕະການຕ່າງໆແຕ່ຫົວທີ, ນະໂຍບາຍດັ່ງກ່າວໄດ້ກາຍເປັນການກະທຳຕົວຈິງຂອງທົ່ວປວງຊົນເຮົາຢ່າງກວ້າງຂວາງ ແລະ ມີຄວາມເປັນເອກະພາບສູງ. ພ້ອມດຽວກັນນັ້ນ, ເພື່ອນມິດປະເທດຕ່າງໆກໍໃຫ້ການຊ່ວຍເຫຼືອທັງທາງດ້ານວັດຖຸແລະຈິດໃຈຢ່າງຫຼວງຫຼາຍສົມຄວນອັນໄດ້ເຮັດໃຫ້ການປ້ອງກັນແລະສະກັດກັ້ນພະຍາດ COVID-19 ຢູ່ສປປລາວໄດ້ຮັບຜົນດີສົມຄວນເມື່ອທຽບໃສ່ຫຼາຍປະເທດໃນໂລກ. ເລື່ອງນີ້ ພໍ່ແມ່ພີ່ນ້ອງ ກໍ່ໄດ້ຕິດຕາມຂ່າວ ຈາກສື່ມວນຊົນ ທາງການຂອງພວກເຮົາ ຢ່າງເປັນປົກກະຕິທຸກໆວັນ, ລາວເຮົາ ຍັງເປັນປະເທດ ຕິດເຊື້ອໜ້ອຍກວ່າໝູ່ ໃນບັນດາປະເທດອາຊຽນ.
ສຳລັບໃນຊ່ວງໄລຍະສະຫຼອງບຸນປີໃໝ່ລາວປີນີ້, ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ສຸຂະພາບແລະຊີວິດຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆກໍຄືຊາວຕ່າງປະເທດທີ່ດຳລົງຊີວິດຢູ່ສປປລາວ, ລັດຖະບານໄດ້ອອກແຈ້ງການສຳລັບການສືບຕໍ່ເພີ່ມທະວີການປ້ອງກັນແລະສະກັດກັ້ນການລະບາດຂອງພະຍາດດັ່ງກ່າວ ແລະ ໄດ້ມອບໃຫ້ ທ່ານຮອງນາຍົກລັດຖະມົນຕີ ກິແກ້ວ ໄຂຄຳພິທູນ ໃນນາມຫົວໜ້າຄະນະສະເພາະກິດ ເປັນຜູ້ຖະແຫຼງຢໍ້າຕື່ມອີກ ເມື່ອວັນທີ 12 ເມສາ 2021.
ຜ່ານການປະຕິບັດແຈ້ງການດັ່ງກ່າວໂດຍລວມແລ້ວແມ່ນພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າຕະຫຼອດຮອດຊາວຕ່າງປະເທດທີ່ດຳລົງຊີວິດຢູ່ສປປລາວແມ່ນປະຕິບັດໄດ້ດີ, ແຕ່ກໍສັງເກດເຫັນວ່າ ມີຄົນຈຳນວນໜຶ່ງ ຢູ່ບາງທ້ອງຖິ່ນ ຍັງຂາດສະຕິຄວາມຮັບຜິດຊອບ ຕໍ່ກັບການປະຕິບັດມາດຕະການຕ່າງໆທີ່ລັດຖະບານໄດ້ວາງອອກນັ້ນຈຶ່ງເກີດມີກໍລະນີຜູ້ຕິດເຊື້ອພະຍາດ COVID-19 ຕື່ມອີກພຽງແຕ່ໃນໄລຍະສະຫຼອງປີໃໝ່ໄດ້ເພີ່ມຈາກ 49 ຄົນ ໃນວັນທີ 13 ເມສາ 2021 ມາເປັນ 58 ຄົນ ໃນວັນທີ 18 ເມສາ 2021 ໝາຍວ່າ ເພີ່ມອີກ 9 ຄົນ ຊຶ່ງເປັນອັດຕາສ່ວນທີ່ເພີ່ມຂຶ້ນໄວ ຖ້າທຽບໃສ່ໄລຍະຜ່ານມາ ໃນ 9 ຄົນນີ້ ໄດ້ມີການພົວພັນກັບຄົນອື່ນ ຊຶ່ງກໍ່ມີຄວາມສ່ຽງສູງ ຕໍ່ການຕິດເຊື້ອ 218 ຄົນ. ລາຍລະອຽດ ທາງຄະນະສະເພາະກິດ ກໍ່ໄດ້ຖະແຫຼງຂ່າວໄປແລ້ວ. ນີ້ ເປັນທ່າອ່ຽງບໍ່ດີ ສຳລັບປະເທດພວກເຮົາ, ສາຍເຫດຕິດເຊື້ອ ແມ່ນນຳມາຈາກຕ່າງປະເທດທັງໝົດ ນັບທັງເຂົ້າມາຢ່າງຖືກຕ້ອງ ແລະ ລັກລອບເຂົ້າມາແບບບໍ່ຖືກຕ້ອງ, ເລື່ອງນີ້ ຄະນະສະເພາະກິດ ກໍ່ໄດ້ຖະແຫຼງຂ່າວປະຈຳວັນ ລະອຽດໄປແລ້ວ.
ເພື່ອສືບຕໍ່ເພີ່ມທະວີປ້ອງກັນ, ຄວບຄຸມສະກັດກັ້ນ, ແລະແກ້ໄຂການລະບາດຂອງພະຍາດ COVID-19, ພວກເຮົາ ຕ້ອງພ້ອມກັນເພີ່ມທະວີຄວາມຮັບຜິດຊອບ ຕໍ່ປະເທດຊາດ ແລະ ປະຊາຊົນຂອງພວກເຮົາ ດ້ວຍການມີສະຕິລະວັງຕົວ ໃຫ້ສູງກວ່າເກົ່າແລະເອົາໃຈໃສ່ປະຕິບັດບັນດາມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຂ້າພະເຈົ້າເຂົ້າໃຈວ່າ ບັນດາມາດຕະການດັ່ງກ່າວ ແມ່ນມີຄວາມບໍ່ສະດວກ ໃຫ້ພໍ່ແມ່ປະຊາຊົນ ໃນການດຳລົງຊີວິດປົກກະຕິ ແຕ່ກໍ່ຈຳເປັນ ພວກເຮົາຕ້ອງປ້ອງກັນຊີວິດຂອງປະຊາຊົນເຮົາ ເຮັດແນວໃດ ບໍ່ໃຫ້ມີການລະບາດຮຸນແຮງຂຶ້ນ ດັ່ງຫຼາຍປະເທດ ໂດຍສະເພາະ ປະເທດທີ່ມີຊາຍແດນຕິດກັບລາວເຮົາ ທີ່ມີການລະບາດ ຮອບ 2 ຮອບ 3 ບາງມື້ຕິດເຊື້ອເພີ່ມຂຶ້ນ 1.500-1.800 ຄົນ. ດັ່ງນັ້ນ ຂ້າພະເຈົ້າສະເໜີໃຫ້ເອົາໃຈໃສ່ຕື່ມ ດັ່ງນີ້:
1. ໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນຕະຫຼອດຮອດຊາວຕ່າງປະເທດທີ່ພວມປະຕິບັດໜ້າທີ່ຢູ່ສປປລາວທຸກຄົນເພີ່ມຄວາມຮັບຮູ້ເຂົ້າໃຈຕໍ່ຄວາມອັນຕະລາຍຂອງພະຍາດດັ່ງກ່າວ,ບົນພື້ນຖານນັ້ນຮຽກຮ້ອງໃຫ້ທຸກຄົນສືບຕໍ່ເພີ່ມທະວີການປະຕິບັດ ຄຳສັ່ງ, ຄຳແນະນຳ, ແຈ້ງການ ຂອງຄະນະສະເພາະກິດແຕ່ລະຂັ້ນທີ່ອອກມາແລ້ວນັ້ນ ໃຫ້ເຂັ້ມງວດດ້ວຍຄວາມເປັນເຈົ້າການແລະໃຫ້ຖືວ່າວຽກງານດັ່ງກ່າວແມ່ນໜ້າທີ່ແລະຄວາມຮັບຜິດຊອບຂອງຕົນ.ພ້ອມນີ້, ຮຽກຮ້ອງໃຫ້ທຸກຄົນໃນສັງຄົມຮັບເອົາຂໍ້ມູນຂ່າວສານຢ່າງມີສະຕິ,ໃຫ້ເອົາໃຈໃສ່ ຕິດຕາມຂ່າວສານຈາກທາງການ, ບໍ່ໃຫ້ສົ່ງຕໍ່ຂ່າວລືຕ່າງໆທີ່ບໍ່ມາຈາກແຫຼ່ງທາງການທີ່ສ້າງຄວາມວຸ້ນວາຍສັບສົນໃນສັງຄົມ.
2. ຮຽກຮ້ອງໃຫ້ຊາວລາວ ກໍ່ຄືຊາວຕ່າງປະເທດ ທີ່ມີຄວາມປະສົງ ຈະເຂົ້າ-ອອກ ສປປ ລາວ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອດຳເນີນການໃຫ້ຖືກຕ້ອງ ຕາມຂັ້ນຕອນ ຂອງລະບຽບການ, ບໍ່ໃຫ້ລັກລອບເຂົ້າ-ອອກ ຊຶ່ງຈະນຳຜົນເສຍຫາຍ ມາໃຫ້ປະເທດຊາດຂອງເຮົາ ກໍ່ຄືປະເທດເພື່ອນບ້ານຂອງພວກເຮົາ (ຖ້າເຮົາເຮັດໄດ້ດີ ກໍ່ເປັນການຊ່ວຍເຫຼືອປະເທດເພື່ອນບ້ານ, ຖ້າປະເທດເພື່ອນບ້ານເຮັດໄດ້ດີ ກໍ່ເປັນການຊ່ວຍເຫຼືອປະເທດເຮົາ).
ໃຫ້ສືບຕໍ່ເພີ່ມທະວີການຕິດຕາມ, ກວດກາ, ລາດຕະເວນລຽບຕາມຊາຍແດນຢ່າງເຄັ່ງຄັດເພື່ອສະກັດກັ້ນການເຂົ້າເມືອງຜິດກົດໝາຍໂດຍສະເພາະເຂດຊາຍແດນກັບປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ.ຖ້າພົບເຫັນຕ້ອງນຳມາກວດວິເຄາະຊອກຫາເຊື້ອCOVID-19 ແລະນຳສົ່ງໄປຈຳກັດບໍລິເວນໃຫ້ຄົບ 14 ວັນຕາມລະບຽບການ.
ໃຫ້ອຳນາດການປົກຄອງທ້ອງຖິ່ນມີມາດຕະການເຂັ້ມງວດ ແລະ ເປັນເຈົ້າການຕິດຕາມກວດກາການເຂົ້າມາຂອງບຸກຄົນທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19, ຄອບຄົວແລະຍາດພີ່ນ້ອງຕ້ອງໃຫ້ການຮ່ວມມືແຈ້ງຂໍ້ມູນຄວາມຈິງໃຫ້ການຈັດຕັ້ງຊາບດ່ວນ ເພື່ອແກ້ໄຂບັນຫາໃຫ້ທັນການ.
3. ໃຫ້ສືບຕໍ່ສັກວັກຊີນກັນພະຍາດ COVID-19 ໂດຍສະເພາະກຸ່ມເປົ້າໝາຍບູລິມະສິດແລະ ຂະຫຍາຍໄປທຸກສາຂາອາຊີບ(ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຄູ ອາຈານ, ພະນັກງານ ຢູ່ສູນການຄ້າ, ໂຮງແຮມ, ຮ້ານອາຫານ, ພໍ່ຄ້າ-ແມ່ຄ້າ ຢູ່ຕະຫຼາດ, ສູນການຫຼີ້ນກິລາປະເພດຕ່າງໆ ໃຫ້ທົ່ວເຖິງ ຕາມແຜນທີ່ກຳນົດໄວ້. ສະນັ້ນ, ຈຶ່ງຮຽກຮ້ອງທຸກພາກສ່ວນໃນສັງຄົມ ຕື່ນຕົວສະໝັກໃຈໃນການສັກວັກຊີນ, ໃນນັ້ນພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດຕ້ອງເປັນແບບຢ່າງນຳໜ້າ ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ທົ່ວສັງຄົມ. (ຖ້າສ້າງພູມຄຸ້ມກັນລວມໝູ່ແກ້ໄຂໃນທົ່ວປະເທດ ແລ້ວການດຳລົງຊີວິດຂອງປະຊາຊົນເຮົາ ກໍ່ຈະຄ່ອຍໆກັບຄືນສູ່ສະພາບປົກກະຕິ).
ລັດຖະບານ ອຳນວຍຄວາມສະດວກໃຫ້ປະກອບການ ຫຼື ບຸກຄົນ ທີ່ມີຄວາມປະສົງ ຢາກຊ່ວຍປະກອບສ່ວນ ຈັດຊື້ຢາວັກຊິນ ມາສີດໃຫ້ພະນັກງານຂອງບໍລິສັດຕົນເອງ ຫຼື ເປົ້າໝາຍອື່ນ ໃນສັງຄົມ ໃຫ້ສະ ເໜີເຈດຈຳນົງ ມາຫາຄະນະສະເພາະກິດ ຕ້ານໂຄວິດ-19 ເພື່ອພິຈາລະນາດ່ວນ ເພື່ອຈະໄດ້ປຶກສາຫາລືກັນລາຍລະອຽດວ່າ ຈະຈັດຊື້ເທົ່າໃດ, ຍີ່ຫໍ້ໃດ ແລະ ສິດໃຫ້ເປົ້າໝາຍໃດ.
4. ໃຫ້ຄະນະສະເພາະກິດແຕ່ລະຂັ້ນປັບປຸງມາດຕະຖານສູນຈຳກັດບໍລິເວນແລະປະຕິບັດມາດຕະການຢ່າງຖືກຕ້ອງແລະເຂັ້ມງວດ.
5. ໃນກໍລະນີບຸກຄົນແລະການຈັດຕັ້ງຫາກລະເມີດບັນດາມາດຕະການທີ່ພັກ-ລັດກໍຄືການຈັດຕັ້ງແຕ່ລະຂັ້ນວາງອອກກໍໃຫ້ນຳໃຊ້ມາດຕະການຕ່າງໆຢ່າງເໝາະສົມລວມທັງມາດຕະການທາງບໍລິຫານ, ເສດຖະກິດແລະກົດໝາຍກ່ຽວຂ້ອງ.
ຕໍ່ໜ້າສະພາບການດັ່ງກ່າວລັດຖະບານຈະສືບຕໍ່ເຝົ້າລະວັງ, ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ ແລະອອກມາດຕະການຢ່າງເໝາະສົມພ້ອມທັງເຜີຍແຜ່ໃຫ້ສັງຄົມ ໄດ້ຮັບຊາບເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ. ພ້ອມກັນນີ້ກໍ່ຈະຮີບຮ້ອນສັກວັກຊີນໃຫ້ພົນລະເມືອງໃຫ້ໄດ້ຢ່າງໜ້ອຍ22% ໃນປີ 2021 ໄດ້ຫຼາຍກວ່າ ກໍ່ຍິ່ງດີ.ດັ່ງນັ້ນຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານໂດຍສະເພາະທີ່ຢູ່ໃນກຸ່ມເປົ້າໝາຍບູລິມະສິດນັ້ນຈົ່ງພ້ອມກັນໄປຮັບການສັກວັກຊີນຢ່າງຮີບດ່ວນ ເພື່ອຫຼຸດຜ່ອນການລະບາດທີ່ຮ້າຍແຮງຂອງພະຍາດ COVID-19 ຢູ່ປະເທດເຮົາ.
ບົດຮຽນຂອງປະເທດເຮົາ ທີ່ຕ້ອງຈົດຈຳ ໃນໄລຍະຜ່ານມາ, ຍ້ອນມີການຮ່ວມມືຮ່ວມແຮງຮ່ວມໃຈຢ່າງຫ້າວຫັນຂອງພໍ່ແມ່ປະຊາຊົນແລະທຸກພາກສ່ວນໃນສັງຄົມ, ມີການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດແລະອົງການຈັດຕັ້ງສາກົນ, ມີຄວາມເປັນເອກະພາບສູງແລະມາດຕະການຢ່າງເຂັ້ມງວດແຕ່ຫົວທີຂອງລັດຖະບານຈຶ່ງເຮັດໃຫ້ປະເທດເຮົາສາມາດຈຳກັດການລະບາດຂອງພະຍາດCOVID-19 ຢູ່ລະດັບຕໍ່າໃນບັນດາປະເທດອາຊຽນກໍ່ຄືຢູ່ໃນໂລກແລະບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ.
ຕອນທ້າຍທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນແລະທຸກພາກສ່ວນໃນສັງຄົມ ສືບຕໍ່ຮ່ວມແຮງຮ່ວມໃຈໃຫ້ການຮ່ວມມືແລະປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກດ້ວຍຄວາມຮັບຜິດຊອບສູງ, ປະກອບສ່ວນທາງດ້ານວັດຖຸປັດໃຈດ້ວຍຄວາມສະໝັກໃຈ ແລະຕາມຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ,ສະກັດກັ້ນແລະແກ້ໄຂການລະບາດຂອງພະຍາດ COVID-19 ເພື່ອຮັບປະກັນໃຫ້ປະເທດລາວແລະພວກເຮົາທຸກຄົນພ້ອມກັນຜ່ານຜ່າວິກິດການລະບາດຂອງພະຍາດCOVID-19 ໄປດ້ວຍກັນ ຢ່າງຕະຫຼອດປອດໄພ.