ໃນຕອນບ່າຍວັນທີ 25 ພະຈິກ 2021 ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13 ຜ່ານລະບົບກອງປະຊຸມທາງໄກ. ກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13 ຈັດຂຶ້ນພາຍໃຕ້ການເປັນປະທານຂອງຣາຊະ ອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງການຮ່ວມມືຫຼາຍຝ່າຍ ເພື່ອການຈະເລີນເຕີບໂຕຮ່ວມກັນ” ແລະຈະມີບັນດາຜູ້ນຳຈາກຄູ່ຮ່ວມມື 51 ປະເທດ ແລະ 2 ອົງການຈັດຕັ້ງສາກົນຈາກພາກພື້ນອາຊີ ແລະ ເອີຣົບເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນທ່າມກາງທີ່ປະຊາ ຄົມໂລກກຳລັງປະເຊີນໜ້າກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ19, ເຊິ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດ ຖະກິດ-ສັງຄົມ ແລະ ດຳລົງຊີວິດ ຂອງປະຊາຊົນ ຂອງສອງພາກພື້ນອາຊີ-ເອີຣົບ ກໍຄືໃນໂລກ. ກອງປະຊຸມໄດ້ຍົກເອົາຫຼາຍຫົວຂໍ້ພົ້ນເດັ່ນຂຶ້ນມາປຶກສາຫາລື ເພື່ອເປີດໂອກາດໃຫ້ບັນດາສະມາຊິກອາເຊັມໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາພາກພື້ນ ແລະສາກົນ ທີ່ມີຄວາມສົນໃຈຮ່ວມ ກັນ ເພື່ອສະທ້ອນໃຫ້ເຫັນເຖິງຄວາມມຸ້ງໝັ້ນໃນການຮ່ວມມືຂອງຄູ່ຮ່ວມມືອາເຊັມໃນການສ້າງຄວາມເຂັ້ມແຂງໃຫ້ແກ່ກົນ ໄກການຮ່ວມມືຫຼາຍຝ່າຍທີ່ສາມາດຮັດແໜ້ນການຮ່ວມມືອາຊີ-ເອີຣົບ ເພື່ອສັນຕິພາບ ແລະຄວາມສົມບູນພູນສຸກຮ່ວມກັນຂອງສອງພາກພື້ນ ແລະ ທົ່ວ ໂລກ. ພ້ອມນີ້ກໍ່ຈະສຸມໃສ່ປຶກສາຫາລືການຟື້ນຟູເສດຖະກິດ-ສັງຄົມຈາກຜົນກະທົບຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ໃນສອງພາກພື້ນ.
ກອງປະຊຸມສຸດຍອດອາຊີ-ເອີຣົບຖືກສ້າງຕັ້ງຂຶ້ນໃນປີ 1996 ແລະ ໄດ້ວາງເປົ້າ ໝາຍເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສົ່ງເສີມ ແລະຮັດແໜ້ນການຮ່ວມມື ລະຫວ່າງອາຊີ-ເອີຣົບ ໂດຍຜ່ານການປຶກສາຫາລື, ສ້າງເງື່ອນໄຂທີ່ເໝາະສົມ ເພື່ອພັດທະນາເສດຖະ ກິດ- ສັງຄົມ ແນໃສ່ການຮ່ວມມືອັນດີ ລະ ຫວ່າງສອງພາກພື້ນອາຊີ-ເອີຣົບ.
ຖ່າຍພາບ: ເກດສະຫນາ

