ໃນວັນທີ 12 ເມສາ 2021 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບແບບທາງໄກ ກັບ ສົມເດັດ ອັກຄະມະຫາ ເສ ນາ ບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະ ຫວ່າງ ສອງປະເທດ ລາວ-ກໍາປູເຈຍ.
ໃນການສົນທະນາ ລະຫວ່າງ ທ່ານ ພັນຄໍາ ວິພາວັນ ກັບ ສົມເດັດ ເຕໂຈ ຮຸນ ແຊນ ເປັນຄັ້ງທໍາອິດ ພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງທ່ານໄດ້ສະແດງຄວາມຂອບໃຈທີ່ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ແລະ ຄວາມເຫັນໃຈ ມາຍັງການນໍາຂອງລາວ ແລະ ຄອບ ຄົວຂອງອະດີດເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ ຕໍ່ການສູນເສຍອັນຍິ່ງໃຫຍ່ ຍ້ອນອຸປະຕິເຫດທາງເຮືອ ໃນວັນທີ 4 ເມສາ 2021 ທີ່ຜ່ານມາ.
ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງ ຕໍ່ການພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດ ໂດຍຜ່ານບັນດາກົນໄກຮ່ວມມືສອງຝ່າຍ ຂອງສອງປະເທດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ໂດຍສະເພາະ ສອງຝ່າຍໄດ້ພະຍາຍາມຮ່ວມກັນເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ໃຫ້ມີການຂະຫຍາຍຕົວເປັນປົກກະຕິ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືຕ່າງໆ ລະຫວ່າງ ສອງປະເທດ ໃນບົດບັນທຶກສອງກົມການເມືອງ (ຄັ້ງທີ 12 ທີ່ ຣາຊະອານາຈັກ ກໍາປູເຈຍ ໃນຕົ້ນເດືອນກຸມພາ 2020), ບົດບັນທຶກຂອງກອງປະຊຸມ ຄະນະກໍາມະການຮ່ວມມື (JC) ລາວ-ກໍາປູເຈຍ ຄັ້ງທີ 13 ກໍຄື ເອກະສານອື່ນໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ເຊິ່ງເຫັນດີສືບຕໍ່ໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງ ແລະ ຂັ້ນຕ່າງໆ, ນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ລະຫວ່າງ ສອງປະເທດຢ່າງເປັນປົກກະຕິ ພາຍຫລັງສິ້ນສຸດການລະບາດຂອງພະຍາດໂຄວິດ-19. ພ້ອມນັ້ນ, ຍັງໄດ້ມີການສືບຕໍ່ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ບັນດາເອກະສານ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ ໃຫ້ເປັນຮູບປະທຳ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.
ໃນຕອນທ້າຍ, ສົມເດັດ ເຕໂຈ ຮຸນ ແຊນ ໄດ້ເຊື້ອເຊີນ ທ່ານ ພັນຄຳ ວິພາວັນ ໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ໃນເວລາທີ່ເໝາະສົມ ແລະ ໄດ້ຝາກຄວາມຢ້ຽມຢາມ ເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນໂອກາດປີໃໝ່ລາວ. ເນື່ອງໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້, ສົມເດັດ ເຕໂຈ ຮຸນ ແຊນ ໄດ້ອວຍພອນໃຫ້ ທ່ານ ພັນຄໍາ ວິພາວັນ ພ້ອມຄອບຄົວ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ.
ໃນໂອກາດດຽວກັນ, ທ່ານ ພັນຄຳ ວິພາວັນ ກໍໄດ້ເຊື້ອເຊີນ ສົມເດັດ ເຕໂຈ ຮຸນ ແຊນ ພ້ອມດ້ວຍພັນລະຍາ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ອວຍພອນໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ຈົ່ງສືບຕໍ່ຈະເລີນງອກງາມຂຶ້ນໄປເລື້ອຍໆ ເພື່ອຜົນປະໂຫຍດຕົວຈິງ ຂອງປະຊາຊົນສອງຊາດຢ່າງແທ້ຈິງ.
Loading...