ໃນວັນທີ 7 ເມສາ 2021 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາໂທລະສັບທາງ ໄກກັບ ທ່ານ ຊູງະ ໂຢຊິຮິເດະ (Mr. Suga Yoshihide) ນາຍົກລັດຖະມົນຕີຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ.
ໃນການສົນທະນາຄັ້ງນີ້, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີ ທີ່ໄດ້ໂອ້ ລົມກັບ ທ່ານ ຊູງະ ໂຢຊິຮິເດະ ອີກຄັ້ງ ພາຍຫລັງທີ່ໄດ້ມີໂອກາດພົບປະກັນໃນການຢ້ຽມຢາມຍີ່ປຸ່ນ ເພື່ອຮັບຫລຽນກຽດຕິຄຸນອາທິດອຸໄທໃນ ເດືອນພະຈິກ 2019 ທີ່ຜ່ານມາ ແລະ ຂໍຖືໂອກາດນີ້ສະແດງຄວາມຂອບໃຈ ຕໍ່ຄໍາຊົມເຊີຍອັນອົບອຸ່ນໃນໂອກາດທີ່ໄດ້ຮັບຕໍາແໜ່ງໃໝ່.
ພ້ອມກັນນີ້, ທ່ານ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມພ້ອມທີ່ຈະສືບຕໍ່ເຮັດວຽກຮ່ວມກັບ ທ່ານ ຊູງະ ໂຢຊິຮິເດະ ຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ແລະ ປະກາດຮັບຮອງແຜນປະຕິບັດງານ ເພື່ອຄວາມກ້າວໜ້າຂອງການເປັນຄູ່ຮ່ວມຍຸດທະສາດ ລະ ຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.
ໃນໂອກາດດຽວກັນ, ສອງຝ່າຍ ໄດ້ສະ ແດງຄວາມຊົມເຊີຍ ແລະ ຍິນດີຕໍ່ການສະເຫລີມສະຫລອງວັນສ້າງຕັ້ງສາຍພົວ ພັນການທູດ ຄົບຮອບ 65 ປີ (5 ມີນາ 1955-5 ມີນາ 2020) ແລະ ການເປັນຄູ່ຮ່ວມຍຸດທະສາດ ຄົບຮອບ 5 ປີ ລະ ຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນປີ 2020 ຜ່ານມາ, ເຖິງແມ່ນວ່າຈະມີສະ ພາບການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ສອງປະເທດ ກໍພ້ອມພາກັນສະເຫລີມສະ ຫລອງສອງວັນປະຫວັດ ສາດດັ່ງກ່າວ ດ້ວຍຜົນສໍາເລັດຢ່າງຈົບງາມ. ພ້ອມກັນນີ້, ສອງຝ່າຍ ຍັງຕີລາຄາສູງທີ່ເຫັນວ່າ ຕະຫລອດໄລຍະເວລາ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ, ສອງປະເທດ ໄດ້ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໃນດ້ານຕ່າງໆໃນຫລາຍຂົງເຂດ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ສອງຝ່າຍ ຍັງໄດ້ປຶກສາຫາລືກັນກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນ ການຮ່ວມມືທາງດ້ານວຽກງານປ້ອງກັນຊາດ ແລະ ການລົງທຶນ ຢູ່ ສປປ ລາວ, ລວມທັງໂຄງການຊ່ວຍເຫລືອຕ່າງໆຈາກຍີ່ປຸ່ນ ແລະ ສອງຝ່າຍຍັງໄດ້ປຶກສາຫາລືບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະ ແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ເປັນອຸປະສັກ ຕໍ່ການພັດທະນາເສດ ຖະກິດ ກໍຄືການດໍາລົງຊີວິດຂອງປະຊາຊົນໃນທົ່ວໂລກ. ໂອກາດນີ້ ໄດ້ອວຍພອນໃຫ້ ທ່ານ ຊູງະ ໂຢຊິຮິເດະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງທ່ານ.
ຂ່າວ: ສິງຄຳ, ພາບ: ເກດສະໜາ
Loading...