ໃນໂອກາດລົງເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ ໃນວັນທີ 12 ສິງຫາ 2023 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມເບິ່ງສະພາບພື້ນຖານໂຄງລ່າງ ຢູ່ດ່ານສາກົນນາເພົ້າ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ເຈົ້າເມືອງບົວລະພາ,ມີບັນດາເຈົ້າໜ້າທີ່ທຸກຂະແໜງການພາຍໃນດ່ານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງຮ່ວມເຄື່ອນໄຫວຕິດຕາມ ແລະ ໃຫ້ການຕ້ອນຮັບ ຢູ່ສາງພັກສິນຄ້າ ດ່ານສາກົນນາເພົ້າ ເມືອງບົວລະພາ ແຂວງຄໍາມ່ວນ.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດ ຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຕິດ ຕາມ, ກວດ ກາຈຸດບໍລິການລະບົບມາດຕະຖານ ຂອງລະບົບຊິງຊັ່ງນໍ້າໜັກລົດບັນທຸກສິນຄ້າ ແລະ ການແຈ້ງພາສີ ທີ່ໃຊ້ລະບົົບເອເລັກໂຕຣນິກ ເຂົ້າໃນການຄຸ້ມຄອງຈັດເກັບລາຍຮັບ ແລະ ສະຖານ ທີ່ເຮັດວຽກຂອງເຈົ້າໜ້າທີ່ປະຈໍາດ່ານ ລວມທັງພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກຕ່າງໆ ທີ່ນໍາໃຊ້ໃນການສົ່ງອອກ-ນໍາເຂົ້າສິນຄ້າ ແລະ ການບໍລິການຜ່ານດ່ານສາກົນ ຕະຫລອດການປະຕິບັດໜ້າທີ່ໃນຄວາມຮັບຜິດຊອບທາງດ້ານວຽກງານວິຊາການ ແລະ ວິຊາສະເພາະ ຂອງພະນັກງານໃນການບໍລິການສິນຄ້າຜ່ານແດນ, ພ້ອມນີ້ຍັງໄດ້ແນະນໍາໃຫ້ເພີ່ມຄວາມກະທັດຮັດ, ສອດຄ່ອງຕາມລະບຽບກົດໝາຍ, ຫລຸດຜ່ອນຂັ້ນຕອນຕ່າງໆທີ່ບໍ່ສອດຄ່ອງ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ ຜ່ານດ່ານຊາຍແດນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ເພື່ອສຸມໃສ່ໃນການຄຸ້ມຄອງການຈັດເກັບລາຍຮັບ, ຂຸດຄົ້ນທ່າແຮງທີ່ບົ່ມຊ້ອນ, ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລເຮັດໃຫ້ການເກັບພັນທະມີຄວາມຖືກຕ້ອງ, ຄົບຖ້ວນ, ທັນຕາມກໍານົດເວລາ ແລະ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ.
ພາຍຫລັງ ສໍາເລັດການເຄື່ອນໄຫວຕິດຕາມ, ກວດກາພາຍໃນດ່ານດັ່ງກ່າວແລ້ວ, ທ່ານ ສອນໄຊ ສີພັນດອນ ພ້ອມຄະນະ ກໍໄດ້ສືບຕໍ່ເດີນທາງໄປປະຕິບັດພາລະກິດຢູ່ແຂວງສະຫວັນນະເຂດ ຕື່ມອີກ.
ຂ່າວ-ພາບ: ແດງສະຫວັດ



