ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43, ທີ່ ຈາກາກຕາ, ສ. ອິນໂດເນເຊຍ, ໃນວັນທີ 6 ກັນຍາ 2023, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບຜູ້ນຳປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ຂອງ ສປປ ລາວ ເພື່ອທົບທວນຄືນການຮ່ວມມືທີ່ຜ່ານມາ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ.
ພົບປະກັບ ທ່ານ ແອນໂທນີ້ ແອວບານິຊີ (Antony Albanese), ນາຍົກລັດຖະມົນຕີ ອົດສະຕຣາລີ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ອົດສະຕຣາລີ ຕະຫຼອດໄລຍະ 71 ປີ ຜ່ານມາ ພ້ອມທັງ ສະແດງຄວາມຍິນດີຈະສືບຕໍ່ການພົວພັນຮ່ວມມືກັນໃນຕໍ່ຫນ້າ, ເຊິ່ງ ທັງສອງຝ່າຍ ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງທີ່ທັງສອງປະເທດ ຈະຍົກລະດັບສາຍພົວພັນມິດຕະພາບຂອງສອງປະເທດເປັນ “ຄູ່ຮ່ວມມືຮອບດ້ານ (Comprehensive Partnership)” ໃນອະນາຄົດອັນໃກ້ນີ້ ລວມທັງການສົ່ງເສີມດ້ານການຄ້າ-ການລົງທຶນ ແລະ ການຮ່ວມມືດ້ານອື່ນຂອງສອງປະເທດ ໃຫ້ນັບມື້ນັບເພີ່ມຂຶ້ນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບການຮ່ວມມື ອາຊຽນ-ອົດສະຕຣາລີ ໂດຍສະເພາະໃນໄລຍະການເປັນປະເທດປະສານງານ ອາຊຽນ-ອົດສະຕຣາລີ ຂອງ ສປປ ລາວ ໃນສົກປີ 2021-2024, ຊຶ່ງ ສປປ ລາວ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ອົດສະຕຣາລີ ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ ໃຫ້ມີປະສິດທິຜົນສູງ ກໍ່ຄື ເພື່ອຜົນສຳເລັດຂອງກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄຫມພິເສດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ຈະໄດ້ຈັດຂຶ້ນໃນວັນທີ 4-6 ມີນາ 2024 ທີ່ ເມວເບີນ, ອົດສະຕຣາລີ. ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃນການກະກຽມເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ .
ການພົບປະກັບ ທ່ານ ເກ ຣາລາ ຊານານາ ກຸສເມົາ (Kay Rala Xanana Kusmao), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລດສເຕ; ສອງຝ່າຍ ໄດ້ຕີລາຄາສູງ ແລະ ຈະຮ່ວມກັນສືບຕໍ່ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຕີມໍ-ເລດສເຕ ຕະຫຼອດໄລຍະ 2 ທົດສະວັດ ຜ່ານມາ ພ້ອມທັງເຫັນດີຮ່ວມກັນ ທີ່ຈະຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດ ສືບຕໍ່ປຶກສາຫາລືກັນ ໃນການສ້າງສັນຍາ ແລະ ຂໍ້ຕົກລົງຕ່າງໆ ເພື່ອເປັນບ່ອນອີງໃນການເອື້ອອໍານວຍຄວາມສະດວກໃຫ້ແກ່ການສົ່ງເສີມການຮ່ວມມືຂອງສອງປະເທດ ໃນອະນາຄົດ. ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢໍ້າຄືນທີ່ຈະສືບຕໍ່ສະໜັບສະໜູນການເປັນສະມາຊິກອາຊຽນ ຂອງ ຕີມໍ-ເລດສະເຕ.
ໃນຕອນແລງຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍ່ໄດ້ສືບຕໍ່ພົບປະກັບ ທ່ານ ນາງ ຄິດສະຕາລິນາ ຈໍຈີວາ (Kristalina Georgieva), ຜູ້ອໍານວຍການຂອງອົງການກອງທຶນການເງິນສາກົນ (IMF), ເຊິ່ງ ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນການຮ່ວມມື ລະຫວ່າງ ສປປ ລາວ ແລະ IMF ໃນໄລຍະຜ່ານມາ ລວມທັງທິດທາງແຜນການຕໍ່ຫນ້າ, ຝ່າຍລາວ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ອົງການ IMF ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ໂດຍສະເພາະ ການຊ່ວຍເຫຼືອດ້ານການເງິນ ແລະ ດ້ານວິຊາການ ລວມທັງການໃຫ້ຄຳແນະນຳ ແລະ ຄຳປຶກສາດ້ານນະໂຍບາຍ ແລະ ສະຫນັບສະຫນູນການພັດທະນາເສດຖະກິດ-ການເງິນ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດມາ ແລະ ຫວັງວ່າ IMF ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຕໍ່ຫນ້າ ໂດຍສະເພາະ ການກະກຽມ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.
ສປປ ລາວ ແລະ ອົງການ IMF ໄດ້ສ້າງຕັ້ງສາຍພົວພັນການຮ່ວມມືນຳກັນແຕ່ປີ 1961 ແລະ ໄດ້ມີການພົວພັນທີ່ດີ ແລະ ຮ່ວມກັນເຮັດວຽກຢ່າງໃກ້ຊິດຕະຫຼອດມາ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ